ເຊລຊີ ກຽມຄວ້າ ຣາຟິນຢາ ຕັດຫນ້າ ອາເຊນອລ

- Bayern Munich interest in Leeds star Raphinha confirmed 780x470 1 - ເຊລຊີ ກຽມຄວ້າ ຣາຟິນຢາ ຕັດຫນ້າ ອາເຊນອລ
- kitchen vibe - ເຊລຊີ ກຽມຄວ້າ ຣາຟິນຢາ ຕັດຫນ້າ ອາເຊນອລ

- Bayern Munich interest in Leeds star Raphinha confirmed 780x470 1 - ເຊລຊີ ກຽມຄວ້າ ຣາຟິນຢາ ຕັດຫນ້າ ອາເຊນອລ

ເຊລຊີ ກຽມຄວ້າ ຣາຟິນຢາ ປີກຄວາມໄວສູງຂອງ ລີດ ຢູໄນເຕັດ ໄປຮ່ວມທີມຕັດຫນ້າອາເຊນອລ ຫລັງຕົກລົງ ຄ່າຕົວໄດ້ຮຽບຮ້ອຍທີ່ 60 ລ້ານປອນ.

- Visit Laos Visit SALANA BOUTIQUE HOTEL - ເຊລຊີ ກຽມຄວ້າ ຣາຟິນຢາ ຕັດຫນ້າ ອາເຊນອລ
- Visit Laos Visit SALANA BOUTIQUE HOTEL - ເຊລຊີ ກຽມຄວ້າ ຣາຟິນຢາ ຕັດຫນ້າ ອາເຊນອລ

ເຊລຊີ ຍອດທີມແຫ່ງພຣີເມຍລີກ ອັງກິດ ໃກ້ບັນລຸຂໍ້ຕົກລົງໃນການຄວ້າ ຣາຟິນຢາ ປີກຊາວບຣາຊິລຂອງ ລີດ ຢູໄນເຕັດ ເຊິ່ງອາເຊນອລ ທີມຮ່ວມນະຄອນຫລວງລອນດອນ ພວມຕາມຈີບຢູ່ເຊັ່ນດຽວກັນ ມາຮ່ວມທີມຮຽບຮ້ອຍແລ້ວ.

‘‘ ເດລີ ເມລ’’ ສື່ຊື່ດັງຂອງອັງກິດ ລາຍງານວ່າ ເຊລຊີ ບັນລຸຂໍ້ຕົກລົງເລື່ອງຄ່າຕົວຂອງ ຣາຟິນຢາ ກັບ ລີດ ໄດ້ຮຽບຮ້ອຍທີ່ 60 ລ້ານປອນ ສ່ວນຂໍ້ສະເຫນີຂອງ ອາເຊນອລ ເຊິ່ງຄາດວ່າ ຫນ້າຈະມີຕົວເລກຕ່ຳກວ່າຂໍ້ສະເຫນີຂອງ ເຊລຊີ ພໍສົມຄວນ ຖືກ ລີດ ຢູໄນເຕັດ ປະຕິເສດຕົກໄປຮຽບຮ້ອຍ.

ທັງນີ້ ເຊລຊີ ຍັງຄົງຢູ່ລະຫວ່າງການເຈລະຈາເລື່ອງສັນຍາສ່ວນຕົວກັບ ຣາຟິນຢາ ແຕ່ເຊື່ອວ່າ ຫນ້າຈະຕົກລົງກັນໄດ້ບໍ່ມີບັນຫາ ໂດຍມີ ເດໂກ ຕົວແທນຂອງດາວເຕະທີມຊາດບຣາຊິລ ເຊິ່ງເຄີຍຫລິ້ນຢູ່ໃນຖິ່ນ ສະແຕມຟອດ ບຣິດ ລະຫວ່າງປີ 2008-2010 ນັ້ນຮັບຫນ້າທີ່ເປັນຕົວກາງໃນການເຈລະຈາ.

- 4 - ເຊລຊີ ກຽມຄວ້າ ຣາຟິນຢາ ຕັດຫນ້າ ອາເຊນອລ
- 3 - ເຊລຊີ ກຽມຄວ້າ ຣາຟິນຢາ ຕັດຫນ້າ ອາເຊນອລ
- 5 - ເຊລຊີ ກຽມຄວ້າ ຣາຟິນຢາ ຕັດຫນ້າ ອາເຊນອລ