ສສຊ ແຂວງຜົ້ງສາລີ ສະເໜີລັດຖະບານກວດຄືນໂຄງການບໍ່ປະຕິບັດກົດໝາຍຂອງນັກລົງທຶນ

- 290429050 2058739647647086 7641148191336966019 n - ສສຊ ແຂວງຜົ້ງສາລີ ສະເໜີລັດຖະບານກວດຄືນໂຄງການບໍ່ປະຕິບັດກົດໝາຍຂອງນັກລົງທຶນ
- kitchen vibe - ສສຊ ແຂວງຜົ້ງສາລີ ສະເໜີລັດຖະບານກວດຄືນໂຄງການບໍ່ປະຕິບັດກົດໝາຍຂອງນັກລົງທຶນ

ທ່ານ ທອງສີ ເສົາສຸລິພົມ ສະມາຊິກສະພາແຫ່ງຊາດເຂດເລືອກຕັ້ງທີ 2 ແຂວງຜົ້ງສາລີ ກ່າວວ່າ: ນັບແຕ່ ປີ 2006 ພາກເອກະຊົນພາຍໃນ ແລະ ຕ່າງປະເທດທີ່ລົງທຶນ ໄດ້ຈັດຕັ້ງປະຕິບັດກົດລະບຽບດີສົມຄວນ, ແຕ່ປັດຈຸບັນມີທ່າອ່ຽງອ່ອນແອ ເຊັ່ນນັກລົງທຶນທີ່ລົງທຶນໃນບາງໂຄງການລະເມີດກົດໝາຍສົ່ງເສີມການລົງທຶນ ເປັນຕົ້ນໂຄງການປູກຢາງພາລາ ເພາະຮູບແບບການລົງທຶນຂອງພາກເອກະຊົນ ແລະ ຕ່າງປະເທດໃນເບື້ອງຕົ້ນມີ 2 ຮູບແບບຄື ຮູບແບບຮ່ວມມືກັບປະຊາຊົນ 2+3 ແລະ ຜູ້ລົງທຶນເຊົ່າ-ສໍາປະທານ ທີ່ດິນລັດຕາມຂອບເຂດສິດອະນຸມັດຂອງທ້ອງຖິ່ນ ແຕ່ໄດ້ເກີດບັນຫາຂຶ້ນເນື່ອງຈາກຜູ້ລົງທຶນບໍ່ຢາກເຊົ່າ-ສໍາປະທານທີ່ດິນຈາກລັດມີແຕ່ຢາກຮ່ວມມືກັບປະຊາຊົນ ແລະ ແບ່ງຜົນປະໂຫຍດຜົນຜະລິດນໍ້າຢາງພາລາຮູບແບບ 40% , 60%.

ນີ້ເປັນການສະແດງໃຫ້ເຫັນວ່າ: ຜູ້ລົງທຶນເອກະຊົນບໍ່ເຄົາລົບກົດໝາຍຈຶ່ງສົ່ງຜົນກະທົບເຖິງຄາດໝາຍການບັນລຸຕົວເລກຈີດີຟີ ( GDP) ປີ 2021-2025.

- Visit Laos Visit SALANA BOUTIQUE HOTEL - ສສຊ ແຂວງຜົ້ງສາລີ ສະເໜີລັດຖະບານກວດຄືນໂຄງການບໍ່ປະຕິບັດກົດໝາຍຂອງນັກລົງທຶນ
- Visit Laos Visit SALANA BOUTIQUE HOTEL - ສສຊ ແຂວງຜົ້ງສາລີ ສະເໜີລັດຖະບານກວດຄືນໂຄງການບໍ່ປະຕິບັດກົດໝາຍຂອງນັກລົງທຶນ

ຈາກນີ້ຈຶ່ງສະເໜີລັດຖະບານສືບຕໍ່ກວດກາ ແລະ ເຮັດບົດສັນຍາເຊົ່າ-ສໍາປະທານທີ່ດິນກັບຜູ້ລົງທຶນຂອງພາກເອກະຊົນເພື່ອນໍາລາຍໄດ້ ເຂົ້າງົບປະມານຂອງລັດ, ສືບຕໍ່ຄົ້ນຄວ້າອັດຕາຄ່າເຊົ່າ ແລະ ສໍາປະທານທີ່ດິນຂອງລັດ 30 ໂດລາຕໍ່ເຮັກຕາຕາມລັດຖະບັນຍັດຂອງປະທານປະເທດ 02/ປປທ, ລົງວັນທີ 18 ພະຈິກ 2009 ທີ່ມາຮອດປັດຈຸບັນນີ້ ຍັງສອດຄ່ອງຢູ່ບໍ.

- 3 - ສສຊ ແຂວງຜົ້ງສາລີ ສະເໜີລັດຖະບານກວດຄືນໂຄງການບໍ່ປະຕິບັດກົດໝາຍຂອງນັກລົງທຶນ
- 4 - ສສຊ ແຂວງຜົ້ງສາລີ ສະເໜີລັດຖະບານກວດຄືນໂຄງການບໍ່ປະຕິບັດກົດໝາຍຂອງນັກລົງທຶນ
- 5 - ສສຊ ແຂວງຜົ້ງສາລີ ສະເໜີລັດຖະບານກວດຄືນໂຄງການບໍ່ປະຕິບັດກົດໝາຍຂອງນັກລົງທຶນ