ຖອດຕຳລາ ເຟີກູສັນ, ເທນ ຮາກ ປັບ 3 ສິ່ງ ທີ່ແມນຢູ ຊ້ອມກ່ອນເປີດພຣີເມຍລີກ

- dFQROr7oWzulq5Fa5nnEm6YHX9CQLB2I4ISCCoDFY8lP8JkCMcOmcHBhWp5QElw5ovm - ຖອດຕຳລາ ເຟີກູສັນ, ເທນ ຮາກ ປັບ 3 ສິ່ງ ທີ່ແມນຢູ ຊ້ອມກ່ອນເປີດພຣີເມຍລີກ
- kitchen vibe - ຖອດຕຳລາ ເຟີກູສັນ, ເທນ ຮາກ ປັບ 3 ສິ່ງ ທີ່ແມນຢູ ຊ້ອມກ່ອນເປີດພຣີເມຍລີກ

- dFQROr7oWzulq5Fa5nnEm6YHX9CQLB2I4ISCCoDFY8lP8JkCMcOmcHBhWp5QElw5ovm - ຖອດຕຳລາ ເຟີກູສັນ, ເທນ ຮາກ ປັບ 3 ສິ່ງ ທີ່ແມນຢູ ຊ້ອມກ່ອນເປີດພຣີເມຍລີກ

ແມນເຊສເຕີ ຢູໄນເຕັດ ທີມອັນດັບ 6 ພຣີເມຍລີກ ອັງກິດ ເຜີຍແຜ່ວີດີໂອການຝຶກຊ້ອມໄລຍະກຽມເປີດລະດູການໃຫມ່ ພາຍໃຕ້ການຄຸມທີມຂອງ ເອຣິກ ເທນ ຮາກ ຜູ້ຈັດການທີມຄົນໃຫມ່ ເຖິງວ່າຄລິບດັ່ງກ່າວຈະເປັນພຽງຄລິບສັ້ນ ແຕ່ກໍພໍ ຈະສະທ້ອນເຖິງການເຮັດງານທີ່ຈິງຈັງ ແລະ ຂັ້ມຂຸ້ນໃນຍຸກຂອງຜູ້ຈັດການທີມຊາວເນເທີແລນໄດ້.

- Visit Laos Visit SALANA BOUTIQUE HOTEL - ຖອດຕຳລາ ເຟີກູສັນ, ເທນ ຮາກ ປັບ 3 ສິ່ງ ທີ່ແມນຢູ ຊ້ອມກ່ອນເປີດພຣີເມຍລີກ
- Visit Laos Visit SALANA BOUTIQUE HOTEL - ຖອດຕຳລາ ເຟີກູສັນ, ເທນ ຮາກ ປັບ 3 ສິ່ງ ທີ່ແມນຢູ ຊ້ອມກ່ອນເປີດພຣີເມຍລີກ

ຂະນະທີ່ ເດລີ ເມລ ສື່ຊື່ດັງຂອງອັງກິດເປີດເຜີຍວ່າ ເທນ ຮາກ ໄດ້ເຂົ້າມາປ່ຽນແປງ 4 ສິ່ງໃຫມ່ ຫລັງຈາກເຂົ້າສູ່ການເຮັດວຽກ ຢ່າງເປັນທາງການວັນທີ 2 ໂດຍສັງໃຫ້ນັກເຕະທຸກຄົນທີ່ມາລາຍງານຕົວຝຶກຊ້ອມຕ້ອງມາເຖິງສູນຝຶກໄວກວ່າເກ່ົາ ເພື່ອ ເລີີ່ມການຝຶກຕັ້ງແຕ່ 09:00 ນາທີ ເຊິ່ງແຕກຕ່າງຈາກສະໄຫມທີ່ ໂອເລ ກຸນນາ ໂຊລຊາ ອະດີດຜູ້ຈັດການທີມໃຫ້ນັກເຕະເລີ່ມ ຊ້ອມໃນເວລາ 10:00 ນາທີ.

ແຫລ່ງຂ່າວລະບຸວ່າ ສະຕີບ ແມັກຄລາເຣນ ຜູ້ຊ່ວຍຂອງ ເທນ ຮາກ ມາເຖິງສະຫນາມຊ້ອມເປັນຄົນທຳອິດ ຕັ້ງແຕ່ເວລາ 07:45 ນາທີ ກ່ອນທີ່ຜູ້ຈັດການທີມຈະມາເຖິງໃນເວລາ 08:00 ນາທີ ຂະນະທີ່ນັກເຕະສ່ວນຫລາຍຕ້ອງມາເຖິງກ່ອນເວລາຊ້ອມ 09:00 ນາທີ ແລະເລີ່ມການຝຶກຊ້ອມກົງເວລາ ໂດຍທີ່ ມາຄັສ ແຣສຟອດ ແລະ ຈາດອນ ຊານໂຊ ເຊິ່ງບໍ່ຕິດທີມຊາດອັງກິດຊຸດຫລ້າສຸດ ກໍເຂົ້າມາສອບຖາມກັບທີມຄູຝຶກເພື່ອຂໍຄຳປຶກສາເປັນໄລຍະ.

ບໍ່ພຽງເທົ່ານັ້ນ ເທນ ຮາກ ຍັງກຳນົດໃຫ້ນັກເຕະທຸກຄົນຕ້ອງຮັບປະທານອາຫານດ້ວຍກັນ ແລະ ເຮັດກິດຈະກຳສັງສັນຮ່ວມກັນ ຫລັງການຝຶກຊ້ອມໃນແຕ່ລະວັນ ເພື່ອເສີມສ້າງຈິດວິນຍານ ແລະ ຄວາມສຳພັນອັນດີໃນຫ້ອງແຕ່ຕົວ ເຊິ່ງທັງ 2 ສິ່ງນີ້ຖືເປັນວັດ ທະນະທຳທີ່ ເຊີ ອາເລັກ ເຟີກູສັນ ຕຳນານຜູ້ຈັດການທີມແມນຢູ ເຄີຍໃຊ້ໃນຍຸກຮຸ່ງເຮືອງຕະຫລອດການເຮັດວຽກ 26 ປີ (1986-2013) ຈົນປະສົບຄວາມສຳເລັດຫລວງຫລາຍ ຄວ້າຂັນແຊ໊ມໄດ້ເຖິງ 38 ຫນ່ວຍ ແບ່ງເປັນແຊ໊ມພຣີເມຍລີກ 13 ສະໄຫມ ແລະ ຢູຟາ ແຊ໊ມປຽນລີກ 2 ສະໄຫມ.

ນອກຈາກນີ້ ເທນ ຮາກ ຍັງໄດ້ເລີ່ມຂະບວນການປັບປ່ຽງຮູບແບບການຫລິ້ນຂອງ ແມນຢູ ໃຫ້ເປັນໄປຕາມຮູບ ແບບທີ່ລາວ ຕ້ອງການ ໂດຍສັ່ງໃຫ້ເຈົ້າຫນ້າທີ່ສະຫນາມຊ້ອມ ຕັດຫຍ້າໃຫ້ເຫລືອພຽງ 15 ມິລລີເແມັດ ເພື່ອໃຫ້ນັກເຕະສາມາດເລັ່ງຄວາມ ໄວໃຫ້ສອດຄ່ອງກັບສະປີດບານຕາມແຜ່ນທີ່ລາວວາງໄວ້ນຳອີກ.

- 3 - ຖອດຕຳລາ ເຟີກູສັນ, ເທນ ຮາກ ປັບ 3 ສິ່ງ ທີ່ແມນຢູ ຊ້ອມກ່ອນເປີດພຣີເມຍລີກ
- 5 - ຖອດຕຳລາ ເຟີກູສັນ, ເທນ ຮາກ ປັບ 3 ສິ່ງ ທີ່ແມນຢູ ຊ້ອມກ່ອນເປີດພຣີເມຍລີກ
- 4 - ຖອດຕຳລາ ເຟີກູສັນ, ເທນ ຮາກ ປັບ 3 ສິ່ງ ທີ່ແມນຢູ ຊ້ອມກ່ອນເປີດພຣີເມຍລີກ