ກວດກາການຄ້າ​ ຈໍາປາສັກ ເຮັດບົດບັນທຶກ ແລະ ສຶກສາອົບຮົມຜູ້ລະເມີດຂາຍເກີນລາຄາທີ່ລັດກໍານົດ 7 ປໍ້າ

- 290615978 524776539428681 8268981563608854642 n - ກວດກາການຄ້າ​ ຈໍາປາສັກ ເຮັດບົດບັນທຶກ ແລະ ສຶກສາອົບຮົມຜູ້ລະເມີດຂາຍເກີນລາຄາທີ່ລັດກໍານົດ 7 ປໍ້າ
- kitchen vibe - ກວດກາການຄ້າ​ ຈໍາປາສັກ ເຮັດບົດບັນທຶກ ແລະ ສຶກສາອົບຮົມຜູ້ລະເມີດຂາຍເກີນລາຄາທີ່ລັດກໍານົດ 7 ປໍ້າ

ວັນທີ​ 28 ມິຖຸນາ​ 2022 ນີ້ ,​ ຄະນະຮັບຜິດຊອບກວດກາການນໍາເຂົ້ານໍ້າມັນເຊື້ອໄຟແຂວງຈໍາປາສັກ​ ປະກອບມີເຈົ້າໜ້າທີ່​ກວດກາການຄ້າແຂວງ​ ສົມທົບກັບຂະແໜງຊັບສິນທາງປັນຍາ,​ ມາດຕະຖານ​ ແລະວັດແທກ,​ ຫ້ອງການອຸດສາຫະກໍາ​ ແລະ​ ການຄ​້ານະຄອນ ແລະ ເຈົ້າໜ້າທີ່ເມືອງອ້ອມຂ້າງນະຄອນປາກເຊ​ ໄດ້ເຄື່ອນໄຫວກວດກາປ້ໍານ້ໍາມັນຂາຍຍ່ອຍ ຈໍານວນ 17 ປ້ໍາ ແລະ ພົບເຫັນຜູ້ລະເມີດທີ່ຂາຍເກີນລາຄາທີ່ລັດກໍານົດ 7 ປ້ໍາ ເຊິ່ງເຈົ້າຫນ້າທີ່​ ໄດ້ສ້າງບົດບັນທຶກ​, ສຶກສາອົບຮົມ​ ແລະ​ ກ່າວເຕືອນ​ ພ້ອມທັງປັບໃໝ ຕາມລະບຽບການທີ່ລະບຸໄວ້ໃນ​ ດໍາລັດຂອງນາຍົກລັດຖະມົນຕີ ເລກທີ​331/ນຍ, ລົງວັນທີ 27​ຕຸລາ​ 2017 ແລະ ໄດ້ໜີບບກົ່ວຫົວຈ່າຍນໍ້າມັນໄວ້ ຈົນກ່ວາຜູ້ປະກອບການທີ່ລະເມີດ​ ເສຍຄ່າປັບໃໝຖືກຕ້ອງຄົບຖ້ວນ ແລະ ຕ້ອງຂາຍນໍ້າມັນ ຕາມລາຄາລັດກໍານົດໄວ້ໃນແຕ່ລະໄລຍະ ຈິ່ງສາມາດຈໍາຫນ່າຍໄດ້.​
ນອກນີ້​ ຍັງໄດ້ເຄື່ອນໄຫວກວດກາສາງເກັບມ້ຽນນໍ້າ 5 ສາງ ຂອງ​ 5 ບໍລິສັດ​ ຄື: ບໍລິສັດປີໂຕຼເທດ, ບໍລິສັດ​ເປໂຕຼຫວຽດນາມ ອອຍ ລາວ ຈໍາກັດ,​ ບໍລິສັດ ທີທີ​ ພາວເວີ​ 45,​ ບໍລິສັດ ພີທີທີ ລາວ ຈໍາກັດ(ປຕທ)​ ແລະ ບໍລິສັດນ້ໍາມັນເຊື້ອໄຟເອເຊຍ.​ ຈຸດປະສົງ ກໍເພື່ອກວດກາສາງເກັບນໍ້າມັນເຊື້ອໄຟ ພ້ອມທັງ ພົວພັນເອົາຂໍ້ມູນກ່ຽວກັບການນໍາເຂົ້າ​ -​ ສົ່ງອອກ​ ແລ​ະ​ ການຈໍາໜ່າຍນໍ້າມັນເຊື້ອໄຟໃນໄລຍະຜ່ານມາ​ ທັງພາຍໃນແຂວງ,​ ຕ່າງແຂວງ​ ແລະ​ ຈໍາໜ່າຍໃຫ້ໂຄງການຕ່າງໆ.​
- 290211471 524776962761972 7497882597805977157 n 1024x766 - ກວດກາການຄ້າ​ ຈໍາປາສັກ ເຮັດບົດບັນທຶກ ແລະ ສຶກສາອົບຮົມຜູ້ລະເມີດຂາຍເກີນລາຄາທີ່ລັດກໍານົດ 7 ປໍ້າ
ການເຄື່ອນໄຫວຄັ້ງນີ້ ແມ່ນອີງຕາມຂໍ້ຕົກຂອງຕົກລົງຂອງທ່ານຫົວໜ້າພະແນກອຸດສາຫະກໍາ ແລະ ການຄ້າ​ແຂວງ​ ເລກທີ 2537/ພອຄ.ຈສ, ລົງວັນທີ 20 ພຶດສະພາ 2022 ວ່າດ້ວຍການແຕ່ງຕັ້ງຄະນະຮັບຜິດຊອບກວດກາການນໍາເຂົ້ານໍ້າມັນເຊື້ອໄຟ, ກວດສາງເກັບນໍ້າມັນເຊື້ອໄຟ ແລະ ປໍ້າຫົວຈ່າຍນໍ້າມັນເຊື້ອໄຟ ທົ່ວແຂວງຈໍາປາສັກ.​ ຈຸດປະສົງ​ ກໍເພື່ອເຮັດໃຫ້ການນໍາເຂົ້າ​ – ສົ່ງອອກ ແລະ ຈໍາໜ່າຍນໍ້າມັນເຊື້ອໄຟ​ ດໍາເນີນໄປຢ່າງຖືກຕ້ອງ ແລະ​ ສອດຄ່ອງກັບລະບຽບການຕ່າງໆ ທີ່ຂັ້ນເທິງວາງອອກ.​
- 289395233 524777009428634 2636633934201193592 n 1024x768 - ກວດກາການຄ້າ​ ຈໍາປາສັກ ເຮັດບົດບັນທຶກ ແລະ ສຶກສາອົບຮົມຜູ້ລະເມີດຂາຍເກີນລາຄາທີ່ລັດກໍານົດ 7 ປໍ້າ

- 5 - ກວດກາການຄ້າ​ ຈໍາປາສັກ ເຮັດບົດບັນທຶກ ແລະ ສຶກສາອົບຮົມຜູ້ລະເມີດຂາຍເກີນລາຄາທີ່ລັດກໍານົດ 7 ປໍ້າ
- 4 - ກວດກາການຄ້າ​ ຈໍາປາສັກ ເຮັດບົດບັນທຶກ ແລະ ສຶກສາອົບຮົມຜູ້ລະເມີດຂາຍເກີນລາຄາທີ່ລັດກໍານົດ 7 ປໍ້າ
- 3 - ກວດກາການຄ້າ​ ຈໍາປາສັກ ເຮັດບົດບັນທຶກ ແລະ ສຶກສາອົບຮົມຜູ້ລະເມີດຂາຍເກີນລາຄາທີ່ລັດກໍານົດ 7 ປໍ້າ
- Visit Laos Visit SALANA BOUTIQUE HOTEL - ກວດກາການຄ້າ​ ຈໍາປາສັກ ເຮັດບົດບັນທຶກ ແລະ ສຶກສາອົບຮົມຜູ້ລະເມີດຂາຍເກີນລາຄາທີ່ລັດກໍານົດ 7 ປໍ້າ
- Visit Laos Visit SALANA BOUTIQUE HOTEL - ກວດກາການຄ້າ​ ຈໍາປາສັກ ເຮັດບົດບັນທຶກ ແລະ ສຶກສາອົບຮົມຜູ້ລະເມີດຂາຍເກີນລາຄາທີ່ລັດກໍານົດ 7 ປໍ້າ