ອາເມລິກາກຽມຈັດສັນວັກຊີນປ້ອງກັນພະຍາດໝາກສຸກລີງ ເກືອບ 300.000 ໂດສ ໃຫ້ຂະແໜງສາທາລະນະສຸກ ເລັ່ງຊ່ວຍເຫລືອກຸ່ມສ່ຽງສູງ

- EO5RIOO7OJOC7GKT6AKI7H5SQ4 - ອາເມລິກາກຽມຈັດສັນວັກຊີນປ້ອງກັນພະຍາດໝາກສຸກລີງ ເກືອບ 300.000 ໂດສ ໃຫ້ຂະແໜງສາທາລະນະສຸກ ເລັ່ງຊ່ວຍເຫລືອກຸ່ມສ່ຽງສູງ
- kitchen vibe - ອາເມລິກາກຽມຈັດສັນວັກຊີນປ້ອງກັນພະຍາດໝາກສຸກລີງ ເກືອບ 300.000 ໂດສ ໃຫ້ຂະແໜງສາທາລະນະສຸກ ເລັ່ງຊ່ວຍເຫລືອກຸ່ມສ່ຽງສູງ

ອາເມລິກາກຽມຈັດສັນວັກຊີນປ້ອງກັນພະຍາດໝາກສຸກລີງເກືອບ 300.000 ໂດສ ໃຫ້ໜ່ວຍງານສາທາລະນະສຸກໃນປະເທດໃນມໍ່ໆນີ້ ເພື່ອສະກັດການແພ່ລະບາດຂອງພະຍາດ ແລະ ເລັ່ງຊ່ວຍເຫລືອຜູ້ທີ່ຢູ່ໃນກຸ່ມສ່ຽງສູງ.

ອາເມລິກາຈະນຳເອົາວັກຊີນ Jynneos ຈຳນວນ 56.000 ໂດສຈາກສາງສຳຮອງທາງຍຸດທະສາດມາໃຊ້ໃນທັນທີ ກ່ອນຈະຈັດສັນເພີ່ມອີກ 240.000 ໂດສໃນອາທິດຕໍ່ໜ້າ. ສ່ວນໃນລະດູໃບໄມ້ຫລົ່ນນັ້ນຈະມີການນຳໃຊ້ວັກຊີນ 1,6 ລ້ານໂດສທົ່ວປະເທດ.

- Visit Laos Visit SALANA BOUTIQUE HOTEL - ອາເມລິກາກຽມຈັດສັນວັກຊີນປ້ອງກັນພະຍາດໝາກສຸກລີງ ເກືອບ 300.000 ໂດສ ໃຫ້ຂະແໜງສາທາລະນະສຸກ ເລັ່ງຊ່ວຍເຫລືອກຸ່ມສ່ຽງສູງ
- Visit Laos Visit SALANA BOUTIQUE HOTEL - ອາເມລິກາກຽມຈັດສັນວັກຊີນປ້ອງກັນພະຍາດໝາກສຸກລີງ ເກືອບ 300.000 ໂດສ ໃຫ້ຂະແໜງສາທາລະນະສຸກ ເລັ່ງຊ່ວຍເຫລືອກຸ່ມສ່ຽງສູງ

ສູນຄວບຄຸມ ແລະ ປ້ອງກັນພະຍາດ (CDC) ແນະນຳໃຫ້ຜູ້ທີ່ໄດ້ຮັບການຢືນຢັນ ຫລື ສັນນິຖານວ່າມີຄວາມສ່ຽງຕໍ່ພະຍາດໝາກສຸກລີງເຂົ້າຮັບການສັກວັກຊີນ ໂດຍຄວນເລັ່ງສັກພາຍໃນ 2 ອາທິດຫລັງຈາກໄດ້ຮັບເຊື້ອ ຍິ່ງໄວຈະຍິ່ງດີທີ່ສຸດ.

ວັກຊີນ Jynneos ເປັນວັກຊີນຊະນິດ 2 ໂດສທີ່ໄດ້ຮັບການອະນຸມັດຈາກສຳນັກງານຄະນະກຳມະການອາຫານ ແລະ ຢາ (FDA) ຂອງອາເມລິກາ ໃຫ້ນຳໃຊ້ໃນກຸ່ມຜູ້ທີ່ມີອາຍຸ 18 ປີຂຶ້ນໄປ ເຊິ່ງມີຄວາມສ່ຽງສູງວ່າອາດຈະປ່ວຍດ້ວຍພະຍາດໝາກສຸກລີງ, ແຕ່ເນື່ອງຈາກວັກຊີນດັ່ງກ່າວມີຈຳນວນບໍ່ຫລາຍ. ສະນັ້ນ ທາງການຈຶ່ງຈະຈັດສົ່ງໄປໃນພື້ນທີ່ທີ່ມີອັດຕາການແພ່ລະບາດສູງກ່ອນ.

ປັດຈຸບັນ, ອາເມລິກາພົບຜູ້ຕິດເຊື້ອພະຍາດໝາກສຸກລີງທີ່ໄດ້ຮັບການຢືນຢັນແລ້ວ 306 ຄົນໃນ 27 ລັດ ແລະ ນະຄອນຫລວງວໍຊິງຕັນ ໂດຍພົບການລະບາດສູງສຸດໃນແຄລິຟໍເນຍ, ອິລລິນອຍ ແລະ ນິວຢອກ, ແຕ່ເຄາະດີທີ່ຍັງບໍ່ມີລາຍງານຜູ້ເສຍຊີວິດຈາກເຊື້ອດັ່ງກ່າວ ໂດຍຜູ້ຕິດເຊື້ອສ່ວນຫລາຍສາມາດຫາຍດີຈາກອາການໄດ້ໃນເວລາປະມານ 2-4 ອາທິດ.

ສຳລັບການແພ່ລະບາດຮອບປັດຈຸບັນ ທົ່ວໂລກມີລາຍງານພົບຜູ້ຕິດເຊື້ອໝາກສຸກລີງແລ້ວ 4.700 ກວ່າຄົນໃນ 49 ປະເທດ ແລະ ມີຜູ້ເສຍຊີວິດ 1 ຄົນໃນໄນຈີເຣຍ ໂດຍພົບການແພ່ລະບາດໃນປະເທດເອີຣົບສູງສຸດ ຄິດເປັນອັດຕາ 84% ຂອງການແພ່ລະບາດທົ່ວໂລກ. ເຖິງຢ່າງໃດກໍຕາມ, ອົງການອະນາໄມໂລກ (WHO) ລະບຸວ່າ: ປັດຈຸບັນພະຍາດໝາກສຸກລີງຍັງບໍ່ຈັດເປັນພາວະສຸກເສີນດ້ານສຸຂະພາບທົ່ວໂລກ, ແຕ່ຕ້ອງເຝົ້າຕິດຕາມຢ່າງໃກ້ຊິດ.

ອ້າງອີງ:

- 3 - ອາເມລິກາກຽມຈັດສັນວັກຊີນປ້ອງກັນພະຍາດໝາກສຸກລີງ ເກືອບ 300.000 ໂດສ ໃຫ້ຂະແໜງສາທາລະນະສຸກ ເລັ່ງຊ່ວຍເຫລືອກຸ່ມສ່ຽງສູງ
- 5 - ອາເມລິກາກຽມຈັດສັນວັກຊີນປ້ອງກັນພະຍາດໝາກສຸກລີງ ເກືອບ 300.000 ໂດສ ໃຫ້ຂະແໜງສາທາລະນະສຸກ ເລັ່ງຊ່ວຍເຫລືອກຸ່ມສ່ຽງສູງ
- 4 - ອາເມລິກາກຽມຈັດສັນວັກຊີນປ້ອງກັນພະຍາດໝາກສຸກລີງ ເກືອບ 300.000 ໂດສ ໃຫ້ຂະແໜງສາທາລະນະສຸກ ເລັ່ງຊ່ວຍເຫລືອກຸ່ມສ່ຽງສູງ