ກຳປູເຈຍພົບຜູ້ຕິດເຊື້ອໂຄວິດ-19 ຄົນໃໝ່ ຫລັງ “ຜູ້ຕິດເຊື້ອເປັນສູນ” 52 ວັນ

-           - ກຳປູເຈຍພົບຜູ້ຕິດເຊື້ອໂຄວິດ-19 ຄົນໃໝ່ ຫລັງ “ຜູ້ຕິດເຊື້ອເປັນສູນ” 52 ວັນ
- kitchen vibe - ກຳປູເຈຍພົບຜູ້ຕິດເຊື້ອໂຄວິດ-19 ຄົນໃໝ່ ຫລັງ “ຜູ້ຕິດເຊື້ອເປັນສູນ” 52 ວັນ

ວັນທີ 29 ມິຖຸນາ 2022, ສຳນັກຂ່າວຊິນຮົວລາຍງານວ່າ: ໃນຄືນວັນທີ 28 ມິຖຸນາ, ທ່ານ ຮຸນເຊນ ນາຍົກລັດຖະມົນຕີກຳປູເຈຍ ເປີດເຜີຍວ່າ: ກຳປູເຈຍກວດພົບຜູ້ຕິດເຊື້ອໄວຣັສໂຄໂຣນາສາຍພັນໃໝ່ (ໂຄວິດ-19) ຄົນໃໝ່ ຫລັງບໍ່ມີການກວດພົບຜູ້ຕິດເຊື້ອໃໝ່ຕິດຕໍ່ກັນ 52 ວັນ.

ທ່ານ ຮຸນເຊນ ລະບຸວ່າ: ຜູ້ຕິດເຊື້ອບາງຄົນໄດ້ຮັບການຢືນຢັນວ່າຕິດເຊື້ອໄວຣັສໂຄໂຣນາສາຍພັນໃໝ່ຈາກການທົດສອບແບບພີຊີອາຣ໌ ແລະ ການທົດສອບແອນຕິເຈນຢ່າງວ່ອງໄວອື່ນໆ ໂດຍກຸ່ມຜູ້ຕິດເຊື້ອໃໝ່ມີທັງຄົນທ້ອງຖິ່ນ ແລະ ນັກເດີນທາງຂາເຂົ້າ ຈຶ່ງຮຽກຮ້ອງປະຊາຊົນລະມັດລະວັງຕົນເອງ ແລະ ປະຕິບັດຕາມມາດຕະການສາທາລະນະສຸກຢ່າງເຂັ້ມງວດ.

- Visit Laos Visit SALANA BOUTIQUE HOTEL - ກຳປູເຈຍພົບຜູ້ຕິດເຊື້ອໂຄວິດ-19 ຄົນໃໝ່ ຫລັງ “ຜູ້ຕິດເຊື້ອເປັນສູນ” 52 ວັນ
- Visit Laos Visit SALANA BOUTIQUE HOTEL - ກຳປູເຈຍພົບຜູ້ຕິດເຊື້ອໂຄວິດ-19 ຄົນໃໝ່ ຫລັງ “ຜູ້ຕິດເຊື້ອເປັນສູນ” 52 ວັນ

ນອກຈາກນັ້ນ, ທ່ານ ຮຸນເຊນ ເຕືອນວ່າ: ກຳປູເຈຍອາດກັບສູ່ສະຖານະການ “ຮ້າຍແຮງ” ອີກ ຖ້າບໍ່ມີການບັງຄັບໃຊ້ມາດຕະການປ້ອງກັນຢ່າງລະອຽດຮອບຄອບ. ພ້ອມກະຕຸ້ນປະຊາຊົນທີ່ມີຄຸນສົມບັດສັກວັກຊີນປ້ອງກັນພະຍາດໂຄວິດ-19 ເຂົ້າຮັບວັກຊີນທັງໂດສປົກກະຕິ ແລະ ໂດສກະຕຸ້ນເມື່ອຮອດກຳນົດ.

ເຖິງຢ່າງໃດກໍຕາມ, ກຳປູເຈຍຟື້ນຟູກິດຈະກຳທາງສັງຄົມ ແະ ເສດຖະກິດຢ່າງເຕັມຮູບແບບ ແລະ ເປີດປະເທດຕ້ອນຮັບນັກເດີນທາງທີ່ສັກວັກຊີນປ້ອງກັນພະຍາດໂຄວິດ-19 ຄົບໂດສໂດຍບໍ່ຕ້ອງກັກຕົວ ນັບແຕ່ເດືອນພະຈິກປີກ່ອນ ຫລັງຈາກອັດຕາການສັກວັກຊີນຂອງປະຊາຊົນທ້ອງຖິ່ນຢູ່ໃນລະດັບສູງ.

ກະຊວງສາທາລະນະສຸກກຳປູເຈຍ ລະບຸວ່າ: ປັດຈຸບັນກຳປູເຈຍສັກວັກຊີນປ້ອງກັນພະຍາດໂຄວິດ-19 ໃຫ້ປະຊາຊົນເກືອບ 15,1 ລ້ານຄົນ ຫລື 94,3% ຂອງປະຊາກອນທັງໝົດ 16 ລ້ານຄົນແລ້ວ.

ອ້າງອີງ:

https://www.xinhuathai.com/high/291841_20220629

- 5 - ກຳປູເຈຍພົບຜູ້ຕິດເຊື້ອໂຄວິດ-19 ຄົນໃໝ່ ຫລັງ “ຜູ້ຕິດເຊື້ອເປັນສູນ” 52 ວັນ
- 3 - ກຳປູເຈຍພົບຜູ້ຕິດເຊື້ອໂຄວິດ-19 ຄົນໃໝ່ ຫລັງ “ຜູ້ຕິດເຊື້ອເປັນສູນ” 52 ວັນ
- 4 - ກຳປູເຈຍພົບຜູ້ຕິດເຊື້ອໂຄວິດ-19 ຄົນໃໝ່ ຫລັງ “ຜູ້ຕິດເຊື້ອເປັນສູນ” 52 ວັນ