ໃຫ້ກະຊວງການຄ້າເປັນຜູ້ຄຸ້ມຄອງລາຄາສິນຄ້າ ນຳເຂົ້າ-ສົ່ງອອກ ແລະ ມີໂຄງສ້າງລາຄາທີ່ມີມາດຖານ
ວັນທີ 29 ມິຖຸນາ 2022 ທີ່ສໍານັກງານນາຍົກລັດຖະມົນຕີ ໄດ້ຈັດກອງປະຊຸມປຶກສາຫາລື ກ່ຽວກັບການນຳເຂົ້າ-ສົ່ງອອກສິນຄ້າ, ມາດຕະການຄຸ້ມ ຄອງລາຄາສິນຄ້າ ແລະ ການນຳເຂົ້າສິນຄ້າ ໂດຍການເປັນປະທານ ຂອງທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະ ມົນຕີ, ຜູ້ຊີ້ນຳຂົງເຂດວຽກງານເສດຖະ ກິດ; ມີບັນດາທ່ານ ລັດຖະມົນຕີ, ຮອງລັດ ຖະມົນຕີ ກະຊວງ-ອົງການ ທີ່ກ່ຽວຂ້ອງ, ຮອງເຈົ້າຄອງນະຄອນຫຼວງວຽງຈັນ ພ້ອມດ້ວຍຄະນະກົມ ແລະ ພະນັກງານ-ວິຊາການ ບັນດາກະຊວງ, ຂະແໜງການທີ່ກ່ຽວຂ້ອງ ເຂົ້າຮ່ວມ.
ສະພາບການນໍາເຂົ້າ-ສົ່ງອອກສິນຄ້າ, ມາດຕະການຄຸ້ມຄອງລາຄາສິນຄ້າ ແລະ ການນໍາເຂົ້າສິນຄ້າ ຈາກທ່ານຮອງລັດຖະມົນຕີ ກະຊວງອຸດ ສາຫະກຳ ແລະ ການຄ້າ.
ຜູ້ເຂົ້າຮ່ວມກອງປະຊຸມ ກໍ່ໄດ້ປະກອບຄຳຄິດເຫັນ ຕໍ່ຂົງເຂດວຽກງານ ທີ່ຕິດພັນກັບຄວາມຮັບຜິດຊອບ ຂອງຂະແໜງການ ແລະ ທ້ອງຖິ່ນຕົນ ເຊັ່ນ:
– ສະພາບ ການນຳເຂົ້າ ແລະ ສົ່ງອອກສິນຄ້າ ໃນໄລຍະ 6 ເດືອນຕົ້ນປີ 2022, ບາງລາຍການສິນຄ້າ ແລະ ປະລິມານທີ່ພາຍໃນປະເທດສາມາດຜະລິດໄດ້ ລວມທັງ ໂຄງສ້າງລາຄາ, ສະຖິຕິຄວາມຕ້ອງການຊົມໃຊ້ສິນຄ້າຍຸດທະສາດ ໃນແຕ່ລະໄລຍະ;
– ບັນດາຂໍ້ສະດວກ ແລະ ຫຍຸ້ງຍາກຕ່າງໆ ໃນແຕ່ລະຂົງເຂດ, ແຕ່ລະຂອດ ການເຄື່ອນໄຫວວຽກງານຕົວຈິງ;
– ສະເໜີມາດຕະການຕ່າງໆ ທັງໄລຍະສັ້ນ, ໄລຍະກາງ ແລະ ໄລຍະຍາວ;
– ບາງສິນຄ້າ ທີ່ຄວນຫຼຸດຜ່ອນການນຳເຂົ້າ;
– ການໂຄສະນາເຜີຍແຜ່ ຜະລິດຕະພັນພາຍໃນ ແລະ ອື່ນໆ.
ຜ່ານການຮັບຟັງການລາຍງານ, ປຶກສາຫາລື ແລະ ແລກປ່ຽນຄໍາຄິດເຫັນຂອງພາກສ່ວນທີ່ກ່ຽວຂ້ອງ, ທ່ານປະ ທານກອງປະຊຸມ ໄດ້ມີຄຳເຫັນສັງລວມ ແລະ ເນັ້ນໜັກ ໃຫ້ຂະແໜງການທີ່ກ່ຽວຂ້ອງ ເອົາໃຈໃສ່ຕື່ມບາງດ້ານ ຄື:
-ໃຫ້ກະຊວງອຸດສາຫະກຳ ແລະ ການຄ້າ ເປັນໃຈກາງສົມທົບກັບພາກສ່ວນທີ່ກ່ຽວຂ້ອງ ຕິດຕາມ, ກວດກາ ແລະ ຄຸ້ມຄອງລາຄາສິນຄ້າ ຕາມຂໍ້ຕົກລົງ ວ່າດ້ວຍການແຕ່ງ ຕັ້ງຄະນະຊີ້ນຳ ວຽກງານຄຸ້ມຄອງລາຄາສິນຄ້າ ແລະ ຄ່າບໍລິການ ສະບັບເລກທີ 71/ນຍ, ລົງວັນທີ 6 ຕຸລາ 2017;
– ສືບຕໍ່ເຜີຍແຜ່ ແລະ ຈັດຕັ້ງປະຕິບັດດໍາລັດ 474/ນຍ, ລົງວັນທີ 18 ພະຈິກ 2010 ວ່າດ້ວຍການຄຸ້ມຄອງລາຄາສິນຄ້າ ແລະ ຄ່າບໍລິການ;
– ສືບຕໍ່ຊີ້ນຳຂະແໜງການສາຍຕັ້ງຂອງຕົນຢູ່ທ້ອງຖິ່ນແຕ່ລະຂັ້ນ ໃນການຄຸ້ມຄອງລາຄາສິນຄ້າ ແລະ ຄ່າບໍລິການໃຫ້ມີຄວາມເຂັ້ມງວດ;
– ກວດກາຄືນ ສິນຄ້າທີ່ພາຍໃນສາມາດຜະລິດໄດ້ ແລະ ກຸ້ມການຊົມໃຊ້ພາຍໃນ ພ້ອມທັງ ກຳນົດສິນຄ້າທີ່ຈຳເປັນຕ້ອງໄດ້ນຳເຂົ້າຈາກຕ່າງປະເທດ ໃຫ້ມີຄວາມຊັດເຈນຕື່ມ;
– ຄົ້ນຄວ້ານະໂຍບາຍ ແລະ ມາດຕະການ ໃນການຄຸ້ມຄອງລາຄາສິນຄ້າ ເພື່ອເປັນພື້ນຖານໃນການຄຸ້ມຄອງລາຄາສິນຄ້າ ແລະ ຄ່າບໍລິການ ໃຫ້ຮັດກຸມ ແລະ ມີປະສິດທິຜົນ ກວ່າເກົ່າ;
– ໃຫ້ກະຊວງອຸດສາຫະກຳ ແລະ ການຄ້າ ສົມທົບກັບພາກ ສ່ວນກ່ຽວຂ້ອງ ຄົ້ນຄວ້າໂຄງສ້າງລາຄາສິນຄ້າ ແລະ ຄ່າບໍລິການ;
– ເອົາໃຈໃສ່ຕິດຕາມການເໜັງຕີງຂອງລາຄາສິນຄ້າ ແລະ ຄ່າບໍລິການ ເພື່ອມີມາດຕະການແກ້ໄຂ ຢ່າງທັນການ;
– ຕິດຕາມ, ກວດກາ ການຈັດຕັ້ງປະຕິບັດ ບັນດາໜ້າວຽກ ທີ່ຕິດພັນກັບການນຳເຂົ້າ-ສົ່ງອອກສິນຄ້າ, ມາດຕະການຄຸ້ມຄອງລາຄາສິນຄ້າ ແລະ ການນຳເຂົ້າສິນຄ້າ ແລ້ວສັງລວມລາຍງານ ຫ້ອງວ່າການສຳນັກງານນາຍົກລັດ ຖະມົນຕີ ເພື່ອລາຍງານຂັ້ນເທິງມີທິດຊີ້ນຳ.
ຂ່າວ: ກົມປະຊາສໍາພັນ, ຫສນຍ