ເອຊີ ມິລານ ຕໍ່ສັນຍາ ພູມ່າ ເຮັດຊຸດແຂ່ງຕໍ່ ພ້ອມເປີດຕົວສູນຝຶກເຍົາວະຊົນ
June 30, 2022 - 11:00 AM
ເອຊີ ມິລານ ທີມແຊ໊ມ ເຊເຣຍ ອາ ອິຕາລີ ປະກາດຂ່າວດີໄດ້ຕໍ່ສັນຍາກັບຜະລິດຕະພັນເຄື່ອງກິລາຊື່ດັງຢ່າງ ພູມ່າ (PUMA) ອອກໄປອີກໃນໄລຍະຍາວ ຫລັງຈາກຮ່ວມງານກັນມາຕັ້ງແຕ່ປີ 2018.
ກ່ອນຫນ້ານີ້ ພູມ່າ ເຂົ້າມາເປັນຜູ້ສະຫນັບສະໜູນດ້ານຊຸດແຂ່ງຂັນໃຫ້ກັບ ເອຊີ ມິລານ ຕັ້ງແຕ່ປີ 2018 ເຊິ່ງຫລ້າສຸດພວກ ເຂົາໄດ້ເຮັດການຕໍ່ສັນຍາກັນຮຽບຮ້ອຍແລ້ວ ໂດຍເປັນສັນຍາໄລຍະຍາວ.
ແລະ ທາງສະໂມສອນໄດ້ເຮັດການເປີດຕົວ ພູມ່າ ເຮົາ ອອຟ ຟຸດບອລ ເຊິ່ງຈະເປັນສູນຝຶກຊ້ອມສຳລັບການ ພັດທະນາ ເຫລົ່າດາວຮຸ່ງຂອງສະໂມສອນ.
ອີວານ ການຊີດິສ ຜູ້ບໍລິຫານຂອງເອຊີ ມິລານ ເປີດເຜີຍວ່າ : ‘‘ ເຮົາພູມໃຈຢ່າງຍິ່ງທີ່ໄດ້ຮ່ວມເດີນທາງຕໍ່ກັບພັນທະມິດຢ່າງ ພູມ່າ ເຊິ່ງມາເປັນພັດທະມິດຫລັກຂອງເຮົາຕັ້ງແຕ່ປີ 2018 ’’.