ຍີ່ປຸ່ນຜະເຊີນຄື້ນຄວາມຮ້ອນແຮງສຸດໃນປະຫວັດສາດ ອຸນຫະພູມສູງກວ່າ 35 ອົງສາ
ອຸນຫະພູມຂອງຍີ່ປຸ່ນໃນຕອນນີ້ເອີ້ນໄດ້ວ່າຮ້ອນອົບເອົ້າ ໂດຍວັນທີ 29 ມິຖຸນາ ຍີ່ປຸ່ນມີອຸນຫະພູມສູງກວ່າ 35 ອົງສາຕິດຕໍ່ກັນເປັນວັນທີ 5 ເນື່ອງຈາກຜະເຊີນຄື້ນຄວາມຮ້ອນທີ່ຮຸນແຮງສຸດນັບແຕ່ມີການບັນທຶກສະຖິຕິມາໃນປີ 1875.
ຄື້ນຄວາມຮ້ອນທີ່ແຜດເຜົານີ້ໄດ້ສົ່ງໃຫ້ຍອດຄົນເຈັບທີ່ເຂົ້າຮັບການປິ່ນປົວໃນໂຮງໝໍເນື່ອງຈາກອາກາດຮ້ອນແຮງເພີ່ມສູງຂຶ້ນເລື້ອຍໆ ໂດຍໃນທ້າຍອາທິດຜ່ານມາ ມີປະຊາຊົນ 250 ກວ່າຄົນຖືກສົ່ງໂຮງໝໍເນື່ອງຈາກພາວະຮີດສະໂຕກ ແລະ ຕົວເລກຍັງເພີ່ມຂຶ້ນຕໍ່ເນື່ອງໃນອາທິດນີ້ ຖ້ານັບສະເພາະວັນທີ 29 ມິຖຸນາ ມີຜູ້ທີ່ຖືກນຳສົ່ງໂຮງໝໍຈາກພາວະດັ່ງກ່າວແລ້ວຢ່າງໜ້ອຍ 76 ຄົນ.
ໂດຍປົກກະຕິແລ້ວ ພື້ນທີ່ໃນຍີ່ປຸ່ນສ່ວນຫລາຍປັດຈຸບັນນີ້ຄວນຢູ່ໃນລະດູຝົນ, ແຕ່ກົມອຸຕຸນິຍົມວິທະຍາຍີ່ປຸ່ນ (JMA) ເປີດເຜີຍໃນວັນທີ 27 ມິຖຸນາວ່າ: ພາກພື້ນຄັນໂຕສິ້ນສຸດລະດູຝົນແລ້ວ ຖືເປັນການສິ້ນສຸດລະດູການໄວທີ່ສຸດນັບແຕ່ເລີ່ມບັນທຶກສະຖິຕິມາໃນປີ 1951 ຫລື ໄວກວ່າປົກກະຕິ 22 ວັນ.
ເຈົ້າໜ້າທີ່ລະບຸວ່າ: ມີທ່າອ່ຽງທີ່ອາກາດຈະຮ້ອນຕໍ່ເນື່ອງໄປແບບນີ້ອີກຫລາຍວັນ ໂດຍປັດຈຸບັນໂລກຜະເຊີນຄື້ນຄວາມຮ້ອນຖີ່ຂຶ້ນ, ຮຸນແຮງຂຶ້ນ ແລະ ຢູ່ຍາວນານຂຶ້ນ ເນື່ອງຈາກບັນຫາສະພາບໂລກຮ້ອນ ເຊິ່ງເກີດຂຶ້ນຈາກກິດຈະກຳຂອງມະນຸດ.
ເມືອງອິເຊຊາກິ ເຊິ່ງຕັ້ງຢູ່ທາງຕາເວັນຕົກສຽງເໜືອຂອງນະຄອນຫລວງໂຕກຽວ ມີອຸນຫະພູມສູງສຸດເປັນປະຫວັດສາດ 40,2 ອົງສາ ເຊິ່ງເປັນອຸນຫະພູມສູງສຸດທີ່ເຄີຍມີມາໃນເດືອນມິຖຸນາ.
ອ້າງອີງ: