ວິທີແກ້ເຫງົານອນ ຫລັງກິນອາຫານສວາຍ
ຄົນຈຳນວນຫລາຍມັກມີອາການຢາກນອນໃນລະຫວ່າງວັນໂດຍສະເພາະຫລັງກິນອາຫານທ່ຽງ ເຮົາມາຮູ້ສາເຫດຂອງອາການຢາກນອນໃນຕອນສວາຍ ຫລື ຫລັງກິນອາຫານສວາຍ ພ້ອມກັບວິທີການປ້ອງກັນອາການຢາກນອນເຫລົ່ານີ້
- ສາເຫດຂອງອາການຢາກນອນໃນຕອນສວາຍ
ສາເຫດທີ່ສຳຄັນອາດເຮັດໃຫ້ຄົນສ່ວນຫລາຍຮູ້ສຶກຢາກນອນຫລາຍກວ່າປົກກະຕິທັ້ງທີ່ເຂົ້ານອນຕາມປົກກະຕິ ນັ້ນແມ່ນມາຈາກຮ່າງກາຍຂາດທາດເຫລັກ ເຊິ່ງເປັນສ່ວນສຳຄັນຂອງໂປຣຕີນຮີໂມໂກບິນໃນເລືອດ ການຂາດທາດເຫລັກເຮັດໃຫ້ຄວາມສາມາດໃນການນຳອອກຊີເຈນຈາກປອດໄປຫລໍ່ລ້ຽງສ່ວນຕ່າງໆເຮັດໃຫ້ ຮີໂມໂກບິນຫລຸດລົງສົ່ງຜົນໃຫ້ເກີດອາການຫາຍໃຈຖີ່ ແລະ ຫາຍໃຈສັ້ນ ອັດຕາການເຜົາຜານຂອງຮ່າງກາຍຫລຸດລົງ ຮູ້ສຶກໝົ່ນໝອງໃນຕອນສວາຍ ມີບັນຫາໃນການນອນຫລັບ ຈົນເປັນເຫດໃຫ້ຮູ້ສຶກເຫງົານອນຕະຫລອດເວລາ ນອກຈາກນີ້ການຂາດທາດເຫລັກຍັງກໍ່ໃຫ້ເກີດເລືອດຈາງເຊິ່ງຈະເຮັດໃຫ້ຮູ້ສຶກເມື່ອຍງ່າຍ ວິນຫົວ ແລະ ຢາກນອນອີກດ້ວຍ
- ວິທີປ້ອງກັນການຂາດທາດເຫລັກ
ຄວນຫລີກລ່ຽງການກິນອາຫານຟາດຟູດທີ່ຂາດຄຸນຄ່າສານອາຫານໂດຍສະເພາະຜູ້ຍິງທີ່ມັກສູນເສຍເລືອດດ້ວຍການເປັນປະຈຳເດືອນຄວນກິນອາຫານທີ່ມີຄຸນຄ່າສານອາຫານໃຫ້ຄົບຫ້າໝູ່ ແລະ ອາຫານທີ່ອຸດົມໄປດ້ວຍທາດເຫລັກໄດ້ແກ່: ໂຢເກິດ, ຕັບ, ໄຂ່, ຫອຍ, ຜັກກາດ ແລະ ຜະລິດຕະພັນເສີມສ້າງທາດເຫລັກ
- ເປັນຫຍັງເຮົາຈຶ່ງມັກຮູ້ສຶກຢາກນອນຫລັງກິນອາຫານສວາຍ
ການກິນອາຫານສວາຍຈະໄປເພີ່ມລະດັບນ້ຳຕານໃນເລືອດໃຫ້ສູງຂຶ້ນ ສົ່ງຜົນໃຫ້ເຊວສະໝອງຜະລິດໂປຣຕີນສານສື່ປະສາດທີ່ຊ່ວຍກະຕຸ້ນໃຫ້ເກີດການຕື່ນຕົວຂອງສະໝອງໄດ້ໜ້ອຍລົງ ຈຶ່ງສົ່ງຜົນໃຫ້ຄົນຮູ້ສຶກເຫງົານອນຫລັງກິນອາຫານ
ປັດໃຈສຳຄັນໃນການປ້ອງກັນອາການເຫງົານອນຫລັງກິນອາຫານສວາຍ ຄືການປ້ອງກັນບໍ່ໃຫ້ລະດັບນ້ຳຕານໃນເລືອດເພີ່ມຂຶ້ນຢ່າງວ່ອງໄວ ໂດຍເຮັດໄດ້ດັ່ງນີ້:
- ກິນອາຫານຢ່າງຊ້າໆ ແລະ ຍໍ້າໃຫ້ລະອຽດ
ການຍໍ້າຢ່າງຊ້າໆ ນອກຈາກຈະຄ່ອຍໆເພີ່ມລະດັບນ້ຳຕານໃນເລືອດແລ້ວຍັງເຮັດໃຫ້ຮູ້ສຶກອີ່ມໄວ ເຊິ່ງຈະຊ່ວຍປ້ອງກັນບໍ່ໃຫ້ເຫງົານອນ ແລະ ປ້ອງກັນບໍ່ໃຫ້ຕຸ້ຍອີກດ້ວຍ
- ກິນຜັກ ເຫັດ ແລະ ສາຫລ່າຍ
ເສັ້ນໃຍອາຫານທີ່ມີຢູ່ໃນຜັກ ເຫັດ ແລະ ສາຫລ່າຍທະເລເປັນຕົ້ນ ຈະຊ່ວຍໃຫ້ກາຍຍ່ອຍ ແລະ ການດູດຊຶມນ້ຳຕານເຂົ້າສູ່ຮ່າງກາຍ ການກິນອາຫານດັ່ງກ່າວຈະຊ່ວຍປ້ອງກັນການເພີ່ມຂຶ້ນຂອງລະດັບນ້ຳຕານໃນເລືອດໄດ້ດີ
- ການເລືອກກິນອາຫານທີ່ບໍ່ເຮັດໃຫ້ລະດັບນ້ຳຕານໃນເລືອດເພີ່ມຂຶ້ນງ່າຍ
ວິທີນີ້ເຮັດໄດ້ໂດຍການຫລີກລ່ຽງອາຫານທີ່ມີທາດນໍ້າຕານສູງ ແຕ່ເລືອກກິນແຕ່ສິ່ງທີ່ມີປະໂຫຍດ ແລະ ບໍ່ເຮັດໃຫ້ນໍ້າຕານໃນເລືອດເພີ່ມຂຶ້ນ