ອອກຮ່າງຂໍ້ຕົກລົງຄຸ້ມຄອງກິດຈະການສະຖານີສາກລົດໄຟຟ້າ
ໃນວັນທີ 28-30 ມິຖຸນາ 2022 ທີ່ແຂວງວຽງຈັນ, ກົມສົ່ງເສີມ ແລະ ປະຢັດພະລັງງານ, ກະຊວງພະ ລັງງານ ແລະ ບໍ່ແຮ່ ໄດ້ຜ່ານເນື້ອໃນຮ່າງຂໍ້ຕົກລົງວ່າດ້ວຍການຄຸ້ມຄອງກິດຈະການສະຖານີສາກລົດໄຟຟ້າ ແລະ ການສະເໜີບົດຮຽນມາດຖານລົດໄຟຟ້າ ແລະ ລາຄາສາກໄຟ ຂອງຕ່າງປະເທດ ຊຶ່ງຮ່າງດັ່ງ ກ່າວປະກອບມີ 10 ໝວດ, 65 ມາດຕາ.
ທ່ານ ຄຳໂສ້ ກຸໂພຄຳ ຫົວໜ້າຫ້ອງການກະຊວງພະລັງງານ ແລະ ບໍ່ແຮ່ ກ່າວວ່າ: ປັດຈຸບັນ, ມີຫລາຍປະເທດໃນໂລກ ໄດ້ເລີ່ມນໍາໃຊ້ລົດໄຟຟ້າພ້ອມທັງພັດທະນາລະບົບສາກໄຟຟ້າຕາມສະຖານທີ່ຕ່າງໆນັບມື້ຫລາຍ ເພື່ອຫລຸດຜ່ອນຜົນກະທົບຈາກມົນລະພິດທາງອາກາດທີ່ເກີດຂຶ້ນຈາກການປ່ອຍກ໊າສ CO2 ຂອງໂຮງງານອຸດສາຫະກໍາ ແລະ ຈາກພາຫະນະທີ່ໃຊ້ນໍ້າມັນເຊື້ອໄຟ. ຫລາຍປະເທດໄດ້ເລີ່ມປະກາດຈຸດຢືນ ຮັກສາສິ່ງແວດລ້ອມພັນທະຂອງຕົນຕໍ່ການຫລຸດຜ່ອນມົນລະພິດທາງອາກາດໂດຍສະເພາະກໍານົດທິດທາງການພັດທະນາ ແລະ ນໍາໃຊ້ພາຫະນະທີ່ບໍ່ມີມົນລະພິດ. ສຳລັບປະເທດເຮົາພາຍຫລັງລັດຖະບານ ອອກມະຕິວ່າດ້ວຍການຮັບຮອງ ແລະ ປະກາດໃຊ້ນະໂຍບາຍການນຳໃຊ້ລົດໄຟຟ້າໃນສປປ ລາວ ສະບັບເລກທີ 08/ລບ, ລົງວັນທີ 4 ຕຸລາ 2021 ໂດຍຊີ້ນຳໃຫ້ກະຊວງພະລັງງານ ແລະ ບໍ່ແຮ່ ເປັນໃຈກາງສົມທົບກັບພາກສ່ວນກ່ຽວຂ້ອງຈັດຕັ້ງປະຕິບັດນະໂຍບາຍ ແລະ ແຜນການຫັນໄປສູ່ການນຳໃຊ້ລົດໄຟຟ້າຕົວຈິງ ນັ້ນ, ກະຊວງພະລັງງານ ແລະ ບໍ່ແຮ່ ກໍໄດ້ຮັບຜິດຊອບສ້າງນິຕິກຳທີ່ກ່ຽວຂ້ອງກັບສະຖານີສາກລົດໄຟຟ້າ, ການກຳນົດໂຄງສ້າງລາຄາໄຟຟ້າສຳລັບທີ່ຢູ່ອາໄສ ແລະ ການສາກລົດໄຟຟ້າແບບສາທາລະນະ.
ມາຮອດປັດຈຸບັນມີຫລາຍກວ່າ 166 ຄັນ ແລະ ສະຖານີສາກລົດໄຟຟ້າ ມີ 15 ຈຸດ, ໃນນີ້ 1 ຈຸດແມ່ນລະບົບສາກໄວ ໃນນະຄອນຫລວງວຽງຈັນຕາມຂໍ້ມູນຂອງບໍລິສັດນໍາເຂົ້າ ແລະ ຈຳໜ່າຍລົດໄຟຟ້າຢູ່ສປປ ລາວ ແລະ ມີທ່າອ່ຽງຈະເພີ່ມຂຶ້ນອີກໃນອະນາຄົດ. ຂະນະທີ່ພາກລັດ ກໍໄດ້ສົ່ງ ເສີມໃຫ້ນຳໃຊ້ລົດໄຟຟ້າໂດຍເລີ່ມຈາກການນຳຂັ້ນສູງໃນໄລຍະເລີ່ມຕົ້ນ ແລະ ໄດ້ວາງເປົ້າໝາຍສູ້ຊົນຮອດປີ 2025 ໃຫ້ໄດ້ 1% ຂອງການນໍາໃຊ້ພາຫະນະທັງໝົດ ແລະ ແຜນປີ 2025-2030 ໃຫ້ໄດ້ 30%. ນອກນັ້ນ, ຈະພັດທະນາສະຖານີສາກລົດໄຟຟ້າແບບສາທາລະນະ ແບບປານກາງຫາໄວຮອດປີ 2025ໃຫ້ ໄດ້ຢ່າງໜ້ອຍ 50 ສະຖານີທີ່ມີຫົວສາກແຕ່ 5-10 ໜ່ວຍ ແລະ 100 ສະຖານີໃນປີ 2030 ໃນຂອບເຂດທົ່ວປະເທດ.