ຫາລືແຜນວຽກ ປະຕິບັດວາລະ 2030 ເປົ້າໝາຍການພັດທະນາແບບຍືນຍົງແຫ່ງຊາດ
ໃນວັນທີ 30 ມິຖຸນາ 2022 ນີ້, ກອງເລຂາຄະນະຊີ້ນໍາລະດັບຊາດ ເພື່ອການຈັດຕັ້ງປະຕິບັດເປົ້າໝາຍການພັດທະນາແບບຍືນຍົງ (ກອງເລຂາ ປພຍ ແຫ່ງຊາດ) ໄດ້ຈັດກອງປະຊຸມປະຈໍາປີຄະນະຈຸດປະສານງານເປົ້າໝາຍການພັດທະນາແບບຍືນຍົງແຫ່ງຊາດ ແລະ ຄະນະຈຸດປະສານງານເພື່ອຈັດຕັ້ງປະຕິບັດແຜນດໍາເນີນງານຂອງ ອົງການ ສປຊ ສໍາລັບປະເທດດ້ອຍພັດທະນາ ໂດຍການເປັນປະທານຂອງ ທ່ານ ວິລັດສອນ ວິສອນນະວົງ ຮັກສາການຫົວໜ້າກົມອົງການຈັດຕັ້ງສາກົນ ກະຊວງການຕ່າງປະເທດ ມີພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.
ເພື່ອສືບຕໍ່ການປຶກສາຫາລືແຜນວຽກທີ່ສໍາຄັນ ກ່ຽວກັບການຈັດຕັ້ງປະຕິບັດ ວາລະ 2030 ເພື່ອການພັດທະນາແບບຍືນຍົງ ຢູ່ ສປປ ລາວ ປະຈໍາປີ 2022, ໂດຍສະເພາະພາຍຫຼັງທີ່ ສປປ ລາວ ໄດ້ ສໍາເລັດການນໍາສະເໜີບົດລາຍງານແຫ່ງຊາດແບບສະໝັກໃຈ ສະບັບທີສອງ (VNR2) ໃນປີ 2011 ທີ່ຜ່ານມາ, ກອງປະຊຸມປີນີ້ຈະລົງເລິກວຽກງານການສ້າງຄາດໝາຍແຕ່ລະຕົວຊີ້ບອກ ປພຍ ຂອງ ສປປ ລາວ ໃຫ້ສໍາເລັດ ແລະ ຈະເປີດເວທີຮັບຟັງແຜນການຂອງຂະແໜງການກ່ຽວກັບວຽກງານການເຊື່ອມສານ, ການຈັດຕັ້ງປະຕິບັດ, ການຕິດຕາມ ແລະ ການລາຍງານ ປພຍ. ກອງປະຊຸມໃນຄັ້ງນີ້ ເປັນເວທີອັນດີໃນການປຶກສາຫາລືບັນດາຄວາມກ້າວໜ້າ ແລະ ສິ່ງທ້າທາຍຕ່າງໆໃນການຈັດຕັ້ງປະຕິບັດ ປພຍ ໃນໄລຍະຜ່ານມາ ເພື່ອກະກຽມໃຫ້ແກ່ກອງປະຊຸມຄະນະຊີ້ນໍາລະດັບຊາດປະຈໍາປີ 2022 ຄາດວ່າຈະຈັດຂຶ້ນໃນເດືອນສິງຫາ 2022 ນີ້.
ກອງປະຊຸມໄດ້ຮັບຟັງການລາຍງານກ່ຽວກັບ ການຈັດຕັ້ງປະຕິບັດເປົ້າໝາຍການພັດທະນາແບບຍືນຍົງ (ປພຍ) ໃນໄລຍະຜ່ານມາ, ການນໍາສະເໜີບັນດາແຜນງານທີ່ຈະຕ້ອງໄດ້ຈັດຕັ້ງປະຕິບັດປະຈໍາປີ 2020 ເປັນຕົ້ນແມ່ນການສ້າງຄາດໝາຍຕົວຊີ້ບອກ ປພຍ ແລະ ການສ້າງຈຸດປະສານງານ ປພຍ ຂັ້ນແຂວງ, ການເຊື່ອມສານຕົວຊີ້ບອກ ປພຍ ເຂົ້າໃນແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ IX; ວຽກງານສະຖິຕິ ແລະ SDG Open Platform ໃນການເກັບກໍາຂໍ້ມູນຂອງບັນດາຕົວຊີ້ບອກ ປພຍ. ນອກນັ້ນ, ຍັງໄດ້ຮັບຟັງການທົບທວນຄືນຂັ້ນຕອນໃນການກ້າວອອກຈາກສະຖານະພາບປະເທດດ້ອຍພັດທະນາ ຂອງ ສປປ ລາວ ແລະ ການສ້າງແຜນຍຸດທະສາດການຂ້າມຜ່ານອອກຈາກສະຖານະພາບປະເທດດ້ອຍພັດທະນາຢ່າງໂລ່ງລຽນຂອງ ສປປ ລາວ (Smooth Transition Strategy) ເພື່ອ ສ້າງແຜນງານໃນໄລຍະຍາວ ທີ່ຈະຮັບປະກັນໃຫ້ແກ່ການຫຼຸດພົ້ນໃຫ້ມີຄວາມຍືນຍົງ.
ໃນນັ້ນ, ກອງປະຊຸມຍັງໄດ້ແລກປ່ຽນຄໍາຄິດຄໍາເຫັນ ແລະ ປຶກສາຫາລືກ່ຽວກັບ ບັນດາສິ່ງທ້າທາຍ ດ້ານນະໂຍບາຍ ແລະ ການຈັດຕັ້ງປະຕິບັດ ປພຍ ແລະ ການຫຼຸດພົ້ນອອກຈາກສະຖານະພາບດ້ອຍພັດທະນາ ທີ່ ສປປ ລາວ ໄດ້ປະເຊີນຢູ່ ເປັນຕົ້ນແມ່ນຜົນກະທົບຈາກການແຜ່ລະບາດຂອງພະຍາດໂຄວິດ-19 ຕໍ່ການພັດທະນາເສດຖະກິດ-ສັງຄົມ ຂອງ ສປປ ລາວ, ການປັບປຸງໂຄງສ້າງໜີ້ສາທາລະນະ, ບັນຫາເງິນເຟີ້, ການຫຼຸດລົງຂອງທຶນຊ່ວຍເຫຼືອເພື່ອການພັດທະນາ (ODA) ແລະ ສິ່ງທ້າທາຍດ້ານອື່ນໆເຊັ່ນ: ການສ້າງຄວາມເຂັ້ມແຂງໃຫ້ແກ່ຂະແໜງກະສິກໍາ, ການສຶກາສາ, ສາທາລະນະສຸກ ແລະ ການຄ້າ ເພື່ອການເຕີບໃຫຍ່ຂະຫຍາຍຕົວໃຫ້ມີຄວາມຍືນຍົງ ແລະ ທົ່ວເຖິງ ພາຍຫຼັງຈາກການຫຼຸດພົ້ນ, ກອງປະຊຸມໄດ້ມີການສົນທະນາກ່ຽວກັບຜົນປະໂຫຍດ ແລະ ຜົນເສຍ ຂອງການຫຼຸດພົ້ນອອກຈາກສະຖານະພາບດ້ອຍພັດທະນາ, ນະໂຍບາຍ ແລະ ຍຸດທະສາດທີ່ຈໍາເປັນ ເພື່ອສ້າງຜົນປະໂຫຍດສູງສຸດ, ຄວາມເຂົ້າໃຈຕໍ່ສະພາບແວດລ້ອມ ພາຍຫຼັງການຫຼຸດພົ້ນອອກຈາກສະຖານະພາບດ້ອຍພັດທະນາ ແລະ ບັນດາມາດຕະການສະໜັບສະໜູນທີ່ຈໍາເປັນ ຈາກທັງພາຍໃນ ແລະ ສາກົນ, ລວມທັງທິດທາງ ແລະ ແຜນການໃນຕໍ່ໜ້າທີ່ບັນດາຂະແໜງການຕ່າງໆທີ່ ກ່ຽວຂ້ອງຈະຕ້ອງນໍາໄປຈັດຕັ້ງປະຕິບັດ.
ໃນໂອກາດນີ້, ທ່ານ ວິລັດສອນ ວິສອນນະວົງ ໄດ້ເນັ້ນໜັກເຖິງຄວາມໝາຍຄວາມສໍາຄັນຂອງການຈັດຕັ້ງປະຕິບັດເປົ້າໝາຍການພັດທະນາແບບຍືນຍົງ ເວົ້າລວມ ເວົ້າສະເພາະ ກໍຄືການເຊື່ອມສານຕົວຊີ້ບອກ ປພຍ ເຂົ້າໃນແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ IX ແລະ ການສ້າງເເຜນຍຸດທະສາດການຂ້າມຜ່ານອອກຈາກ ສະຖານະພາບປະເທດດ້ອຍພັດທະນາຢ່າງໂລ່ງລຽນຂອງ ສປປ ລາວ (Smooth Transition Strategy) ຊຶ່ງບໍ່ພຽງແຕ່ຈະສະແດງໃຫ້ເຫັນເຖິງຄວາມໝາຍໝັ້ນອັນເເຮງກ້າຂອງລັດຖະບານ ໃນການຈັດຕັ້ງວາລະ 2030 ຄຽງຄູ່ກັບ ເປົ້າຫມາຍການພັດທະນາທີ່ເປັນບຸລິມະສິດຂອງຊາດ, ແຕ່ຍັງເປັນໂອກາດອັນດີໃນການຕິດຕາມ-ປະເມີນ, ຄຽງຄູ່ກັບການທົບທວນຄືນ ແລະ ລາຍງານຄວາມຄືບໜ້າ, ຜົນສໍາເລັດ, ສິ່ງທ້າທາຍຕ່າງໆໃນການຈັດຕັ້ງປະຕິບັດວາລະສາກົນໃນໄລຍະທີ່ຜ່ານມາ ແລະ ທັງວາງແຜນໄລຍະຍາວ ໃນການຫຼຸດພົ້ນອອກຈາກສະຖານະພາບປະເທດດ້ອຍພັດທະນາໃຫ້ມີຄວາມຍືນຍົງ ແລະ ເຮັດແນວໃດເພື່ອຮັບປະກັນວ່າ ຈະບໍ່ກັບຄືນສະຖານະພາບດ້ອຍພັດທະນາຄືນອີກ. ພ້ອມດຽວກັນນີ້ປະທານກອງປະຊຸມຍັງ ໄດ້ຊຸກຍູ້ໃຫ້ທຸກພາກສ່ວນຮັດແໜ້ນການຮ່ວມມືຊຶ່ງກັນ ແລະ ກັນ, ໂດຍສະເພາະແມ່ນການມີສ່ວນຮ່ວມ ແລະ ການປະກອບສ່ວນຂອງພາກລັດ, ກໍຄື ບັນດາກະຊວງ ແລະ ອົງການລັດທຽບເທົ່າກະຊວງ, ອົງການປົກຄອງຂັ້ນແຂວງ ແລະ ທ້ອງຖິ່ນ ໃນການຈັດຕັ້ງປະຕິບັດ ປພຍ ແລະ ການຫຼຸດພົ້ນອອກຈາກສະຖານະພາບ ປະເທດດ້ອຍພັດທະນາ ຂອງ ສປປ ລາວ.