ກອງປະຊຸມ ສະມາຄົມມິດຕະພາບ ປະຊາຊົນກັບປະຊາຊົນ ອາຊຽນ-ຈີນ ຄັ້ງທີ 13
June 30, 2022 - 3:14 PM
ໃນວັນທີ 30 ມີຖຸນາ 2022, ທີ່ນະຄອນຫຼວງວຽງຈັນ ໄດ້ຈັດກອງປະຊຸມສະມາຄົມມິດຕະພາບປະຊາຊົນກັບປະຊາຊົນ ອາຊຽນ-ຈີນ ຄັ້ງທີ່ 13 ຜ່ານລະບົບວີດີໂອທາງໄກ (video conference) ພາຍໃຕ້ຫົວຂໍ້ “ ການຮ່ວມມືເພື່ອສ້າງຄວາມເຂັ້ມແຂງຮ່ວມກັນ ແລະ ດໍາລົງຊີວິດຢ່າງປອດໄພຕາມວິຖີການດໍາລົງຊີວິດແບບໃໝ່ ” ໂດຍການເປັນເຈົ້າພາບຂອງສະມາຄົມມິດຕະພາບ ລາວ-ຈີນ ຂັ້ນສູນກາງ, ມີທ່ານ ປອ ສີນາວາ ສຸພານຸວົງ ຮອງປະທານສະມາຄົມມາຄົມມິດຕະພາບລາວ-ຈີນ ແລະ ບັນດາຜູ້ແທນ ຈາກສະມາຄົມມິດຕະພາບ ຈີນ-ອາຊຽນ, ສະມາຄົມມິດຕະພາບປະຊາຊົນຈີນກັບຕ່າງປະເທດ ແລະ ບັນດາສະມາຄົມມິດຕະພາບ ອາຊຽນ-ຈີນ ເຂົ້າຮ່ວມ.
ທ່ານ ປອ. ເພັດ ພົມພີພັກ, ກຳມະການສູນກາງພັກ, ລັດຖະມົນຕີ ກະຊວງກະສິກຳ ແລະ ປ່າໄມ້, ປະທານສະມາຄົມມິດຕະພາບ ລາວ-ຈີນ ຂັ້ນສູນກາງ ໄດ້ກ່າວຕ້ອນຮັບຄະນະຜູ້ແທນກອງປະຊຸມ ແລະ ກ່າວເປີດກອງປະຊຸມຢ່າງເປັນທາງການ ຫຼັງຈາກນັ້ນ ຫົວໜ້າຄະນະຜູ້ແທນຈາກບັນດາປະເທດອາຊຽນກໍ່ຄືບັນດາສະມາຄົມມິດຕະພາບ ອາຊຽນ-ຈີນ ກໍ່ໄດ້ຜັດປ່ຽນກັນປະກອບຄຳຄິດເຫັນແລກປ່ຽນ ແລະ ປຶກສາຫາລືລົງເລິກໃນຫົວຂໍ້ສະເພາະທີ່ໄດ້ກໍານົດໄວ້. ຈຸດປະສົງຂອງກອງປະຊຸມຄັ້ງນີ້ແມ່ນເພື່ອປຶກສາຫາລືທິດທາງການຮ່ວມມືຂອງສະມາຄົມມິດຕະພາບ ລະຫວ່າງ ອາຊຽນ-ຈີນ ພາຍໃຕ້ສະພາບການແຜ່ລະບາດຂອງພະຍາດ COVID – 19 ເພື່ອໃຫ້ປະຊາຊົນໃນບັນດາປະເທດອາຊຽນ ແລະ ຈີນ ມີຄວາມປອດໄພຈາກພະຍາດ COVID-19 ແລະ ຟື້ນຟູການໄປມາຫາສູ່ກັນໃຫ້ເປັນປົກກະຕິ. ພ້ອມນັ້ນ, ຍັງໄດ້ຕີລາຄາການຈັດຕັ້ງປະຕິບັດ, ການເຄື່ອນໄຫວວຽກງານຂອງສະມາຄົມມິດຕະພາບໃນໄລຍະຜ່ານມາພ້ອມທັງປຶກສາຫາລືກ່ຽວກັບບັນດາແຜນການກໍ່ຄືກົນໄກການຮ່ວມມືໃນຕໍ່ໜ້າ ເພື່ອປະກອບສ່ວນເສີມສ້າງມິດຕະພາບ ແລະ ການຮ່ວມມືຕ້ານພະຍາດ COVID-19 ໃນບັນດາປະເທດອາຊຽນ ແລະ ຈີນ, ປະກອບສ່ວນເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືຮອບດ້ານທີ່ຍືນຍົງ ແລະ ສ້າງເງື່ອນໄຂອຳນວຍຄວາມສະດວກໃຫ້ແກ່ການພັດທະນາຮ່ວມກັນຕ່າງຝ່າຍຕ່າງມີຜົນປະໂຫຍດ ລະຫວ່າງ ອາຊຽນ-ຈີນ, ຈີນ-ອາຊຽນ.
ໃນກອງປະຊຸມຫົວໜ້າຄະນະຜູ້ແທນຈາກບັນດາປະເທດອາຊຽນ ແລະ ຈີນ ກໍ່ໄດ້ຜັດປ່ຽນກັນປະກອບຄຳເຫັນຢ່າງສ້າງສັນ ແລະ ພ້ອມກັນປຶກສາຫາລືບັນດາແຜນການ ກໍ່ຄືແຜນການເຄື່ອນໄຫວໃນຕໍ່ໜ້າ ຂອງ ວຽກງານສະມາຄົມມິດຕະພາບ ຈີນ-ອາຊຽນ, ສະມາຄົມມິດຕະພາບປະຊາຊົນຈີນກັບຕ່າງປະເທດ ແລະ ບັນດາສະມາຄົມມິດຕະພາບ ອາຊຽນ-ຈີນ ເພື່ອປະກອບສ່ວນເສີມຂະຫຍາຍ ແລະ ພັດທະນາການພົວພັນຮ່ວມມືດ້ານການທູດປະຊາຊົນໃຫ້ນັບມື້ມີບົດບາດ ແລະ ນຳເອົາຜົນປະໂຫຍດມາສູ່ປະຊາຊົນ ອາຊຽນ ແລະ ຈີນ.
ກອງປະຊຸມໄດ້ເປັນເອກະພາບອອກຖະແຫຼງການຮ່ວມທິດທາງແຜນການຮ່ວມມືໃນຕໍ່ໜ້າ ລະຫວ່າງບັນດາສະມາຄົມມິດຕະພາບ ອາຊຽນ-ຈີນ ແລະ ຈີນ-ອາຊຽນ, ເຊິ່ງເນື້ອໃນສໍາຄັນແມ່ນເວົ້າເຖິງການພົວພັນຮ່ວມມືເພື່ອຮ່ວມກັນຕ້ານ ແລະ ສະກັດກັ້ນການແຜ່ລະຂອງພະຍາດ COVID – 19, ການຮ່ວມມືຟື້ນຟູຊີວິດການເປັນຢູ່ ຂອງປະຊາຊົນ,ໂຄງການ “ຂໍລິເລີ່ມໜຶ່ງແລວໜຶ່ງເສັ້ນທາງ” ແລະ ແຜນແມ່ບົດວ່າດ້ວຍການເຊື່ອມໂຍງອາຊຽນ ໃນປີ 2025, ສ້າງກົນໄກສືບຕໍ່ຕິດຕາມ, ຊຸກຍູ້ໃຫ້ມີການຮ່ວມມືລະຫວ່າງປະເທດ 3 ລະດັບ (1. ຂັ້ນນະຄອນຫຼວງ ຫຼື ແຂວງຕ່າງໆ, 2. ຂັ້ນເມືອງ ຂອງ ຈີນ-ອາຊຽນ ແລະ 3. ຂັ້ນໂຮງຮຽນ ຫຼື ໂຮງໝໍ) ເພື່ອສະໜັບສະໜູນໃຫ້ບັນດານະຄອນຫຼວງ ຫຼື ແຂວງຕ່າງໆ, ເມືອງ, ໂຮງຮຽນ ຫຼື ໂຮງໝໍຂອງຈີນ ແລະ ບັນດາປະເທດອາຊຽນ ມີການສ້າງມິດຕະພາບນຳກັນໃຫ້ນັບມື້ຫຼາຍຂຶ້ນ ກອງປະຊຸມ ໃນຄັ້ງນີ້ແມ່ນລາວເປັນເຈົ້າພາບຕາມການໝູນວຽນ. ໃນຕອນທ້າຍກອງປະຊຸມ ທ່ານ ປອ. ເພັດ ພົມພີພັກ, ກຳມະການສູນກາງພັກ, ລັດຖະມົນຕີ ກະຊວງກະສິກຳ ແລະ ປ່າໄມ້, ປະທານສະມາຄົມມິດຕະພາບ ລາວ-ຈີນ ຂັ້ນສູນກາງ ກໍ່ໄດ້ມອບທຸງໃຫ້ສະມາຄົມມິດຕະພາບ ມາເລເຊຍ-ຈີນ ທີ່ຈະໄດ້ຮັບກຽດເປັນເຈົ້າພາບຈັດກອງປະຊຸມສະມາຄົມມິດຕະພາບ ລະຫວ່າງປະຊາຊົນກັບປະຊາຊົນ ອາຊຽນ-ຈີນ ຄັ້ງທີ 14 ໃນປີ 2024.
ພາບ: ວຽງສະຫວັນ ປຣະດິດ
ແຫຼ່ງຂໍ້ມູນ: ຄະນະພົວພັນຕ່າງປະເທດສູນກາງພັກ