ຜົ້ງສາລີ ກວດພົບແປ້ງນົວປອມ 200 ກວ່າຖົງ
June 30, 2022 - 4:25 PM
ເຈົ້າຫນ້າທີ່ພະແນກອຸດສາຫະກຳ ແລະ ການຄ້າ ແຂວງຜົ້ງສາລີ ໄດ້ການລົງກວດກາແປ້ງນົວປອມ ກາຈອງ ຣາຊາຊູຣົດ ຢູ່ ສອງເມືອງຄື: ຕະຫຼາດເທດສະບານເມືອງຜົ້ງສາລີ ແລະ ຕະຫຼາດ ເມືອງບຸນເໜືອ.
ໃນຜົນການກວດກາ ໃນ 22 ຮ້ານ, ກວດກາພົບເຫັນມີແປ້ງນົວປອມ 7 ຮ້ານ, ມີ 210 ຖົງ ລວມເປັນມູນຄ່າ 1.868.000 ກີບ, (ສິນຄ້າທີ່ຢຶດໄດ້ມາແມ່ນໄດ້ທຳລາຍຖິ້ມ ).
ການເລືອກຊື້ສິນຄ້າ ຂໍໃຫ້ກວດກາສິນຄ້າລະອຽດ, ຫຼີກລຽງສິນຄ້າປອມແປງ ແລະ ຄວນກວດກາ ວັນເດືອນປີຜະລິດ ແລະ ວັນໝົດອາຍຸ ກ່ອນຊື້