ທ່ານ ທອງລຸນ ສີສຸລິດ ປະທານປະເທດແຫ່ງ ສປປ ລາວ ໄດ້ສົ່ງສານອວຍພອນທ່ານ ເຟີດີນານ ໂຣມູນເດັດສ໌ ມາກ໋ອດ ຈູເນຍປະທານາທິບໍດີ ແຫ່ງ ສາທາລະນະລັດ ຟິລິບປິນ ຄົນໃໝ່

- 4347 24920202 - ທ່ານ ທອງລຸນ ສີສຸລິດ ປະທານປະເທດແຫ່ງ ສປປ ລາວ  ໄດ້ສົ່ງສານອວຍພອນທ່ານ ເຟີດີນານ ໂຣມູນເດັດສ໌ ມາກ໋ອດ ຈູເນຍປະທານາທິບໍດີ ແຫ່ງ ສາທາລະນະລັດ ຟິລິບປິນ   ຄົນໃໝ່
- kitchen vibe - ທ່ານ ທອງລຸນ ສີສຸລິດ ປະທານປະເທດແຫ່ງ ສປປ ລາວ  ໄດ້ສົ່ງສານອວຍພອນທ່ານ ເຟີດີນານ ໂຣມູນເດັດສ໌ ມາກ໋ອດ ຈູເນຍປະທານາທິບໍດີ ແຫ່ງ ສາທາລະນະລັດ ຟິລິບປິນ   ຄົນໃໝ່

ວັນທີ 30 ມິຖຸນາ 2022 ນີ້ ທ່ານ ທອງລຸນ ສີສຸລິດ ປະທານປະເທດແຫ່ງ ສປປ ລາວ ໄດ້ສົ່ງສານອວຍພອນທ່ານ ເຟີດີນານ ໂຣມູນເດັດສ໌ ມາກ໋ອດ ຈູເນຍປະທານາທິບໍດີ ແຫ່ງ ສາທາລະນະລັດ ຟິລິບປິນ ຄົນໃໝ່ ໂດຍມີເນື້ອໃນວ່າ: ໃນນາມລັດຖະບານ ແລະ ປະຊາຊົນ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ໃນນາມສ່ວນຕົວ, ຂ້າພະເຈົ້າ ຂໍສົ່ງຄໍາຊົມເຊີຍອັນອົບອຸ່ນ ແລະ ພອນໄຊ ອັນປະເສີດມາຍັງ ພະນະທ່ານ ເນື່ອງໃນໂອກາດທີ່ ພະນະທ່ານ ໄດ້ຖືກເລືອກຕັ້ງໃຫ້ດໍາລົງຕໍາແໜ່ງເປັນປະທານາທິບໍດີ ແຫ່ງ ສາທາລະນະລັດ ຟິລິບປິນ ຄົນໃໝ່.

ຂ້າພະເຈົ້າ ເຊື່ອໝັ້ນວ່າ ດ້ວຍບົດຮຽນອັນລໍ້າຄ່າຂອງ ພະນະທ່ານ, ພະນະທ່ານ ຈະສາມາດ ຟື້ນຟູປະເທດທີ່ໄດ້ຮັບຜົນກະທົບມາຈາກການແພ່ລະບາດຂອງພະຍາດໂຄວິດ-19 ແລະ ນໍາພາ ສາທາ ລະນະລັດ ຟິລິບປິນ ໄປສູ່ຄວາມເປັນປືກແຜ່ນ, ຄວາມຈະເລີນກ້າວໜ້າ ແລະ ວັດທະນະຖາວອນ ຍິ່ງໆຂຶ້ນ.

- Visit Laos Visit SALANA BOUTIQUE HOTEL - ທ່ານ ທອງລຸນ ສີສຸລິດ ປະທານປະເທດແຫ່ງ ສປປ ລາວ  ໄດ້ສົ່ງສານອວຍພອນທ່ານ ເຟີດີນານ ໂຣມູນເດັດສ໌ ມາກ໋ອດ ຈູເນຍປະທານາທິບໍດີ ແຫ່ງ ສາທາລະນະລັດ ຟິລິບປິນ   ຄົນໃໝ່
- Visit Laos Visit SALANA BOUTIQUE HOTEL - ທ່ານ ທອງລຸນ ສີສຸລິດ ປະທານປະເທດແຫ່ງ ສປປ ລາວ  ໄດ້ສົ່ງສານອວຍພອນທ່ານ ເຟີດີນານ ໂຣມູນເດັດສ໌ ມາກ໋ອດ ຈູເນຍປະທານາທິບໍດີ ແຫ່ງ ສາທາລະນະລັດ ຟິລິບປິນ   ຄົນໃໝ່

ຂ້າພະເຈົ້າ ຫວັງວ່າ ຈະໄດ້ເຮັດວຽກຮ່ວມກັບ ພະນະທ່ານ ເພື່ອສືບຕໍ່ຮັດແໜ້ນ ແລະ ເສີມຂະຫຍາຍສາຍພົວພັນມິດຕະພາບ, ການຮ່ວມມືສອງຝ່າຍ ແລະ ການສະໜັບສະໜູນເຊິ່ງກັນ ແລະ ກັນ ໃນເວທີພາກພື້ນ ແລະ ສາກົນ ເພື່ອຜົນປະໂຫຍດຂອງປະຊາຊົນສອງຊາດ ກໍຄືເພື່ອສັນຕິພາບ, ສະຖຽນລະພາບ ແລະ ການຮ່ວມມືເພື່ອການພັດທະນາທີ່ຍືນຍົງໃນພາກພື້ນ ແລະ ໃນໂລກ.

ຂ້າພະເຈົ້າ ຂໍຖືໂອກາດນີ້ ອວຍພອນໄຊໃຫ້ ພະນະທ່ານ ຈົ່ງມີພະລານາໄມສົມບູນ, ມີຄວາມຜາສຸກ ແລະ ປະສົບຜົນສໍາເລັດໃນໜ້າທີ່ອັນສູງສົ່ງຂອງພະນະທ່ານ.
ດ້ວຍຄວາມນັບຖືຢ່າງສູງ,

- 2525d61f 0e19 4562 93af 0232b46e314f 1 1024x663 - ທ່ານ ທອງລຸນ ສີສຸລິດ ປະທານປະເທດແຫ່ງ ສປປ ລາວ  ໄດ້ສົ່ງສານອວຍພອນທ່ານ ເຟີດີນານ ໂຣມູນເດັດສ໌ ມາກ໋ອດ ຈູເນຍປະທານາທິບໍດີ ແຫ່ງ ສາທາລະນະລັດ ຟິລິບປິນ   ຄົນໃໝ່

Vientiane, 30 June 2022
Your Excellency,
On behalf of the Government and people of the Lao People’s Democratic Republic and on my own behalf, I would like to convey my warmest congratulations and best wishes to Your Excellency on the occasion of your election as President of the Republic of the Philippines.
I am confident that with your rich experience, Your Excellency will be able to pursue economic recovery from the effects of the COVID-19 Pandemic and lead the Philippines to further unity, progress and prosperity. I look forward to working closely with Your Excellency to strengthen and enhance the existing friendly relations, bilateral cooperation and mutual support in both regional and international for tangible benefits of our two nations and peoples as well as for peace, stability and sustainable cooperation for development in the region and in the world at large.
May I take this opportunity to wish Your Excellency good health, happiness and greater success in your noble tasks.
Please accept, Your Excellency, the assurances of my highest consideration.

Thongloun SISOULITH

H.E. Ferdinand Romualdez Marcos Jr.,
President of the Republic of the Philippines
Manila

- 3 - ທ່ານ ທອງລຸນ ສີສຸລິດ ປະທານປະເທດແຫ່ງ ສປປ ລາວ  ໄດ້ສົ່ງສານອວຍພອນທ່ານ ເຟີດີນານ ໂຣມູນເດັດສ໌ ມາກ໋ອດ ຈູເນຍປະທານາທິບໍດີ ແຫ່ງ ສາທາລະນະລັດ ຟິລິບປິນ   ຄົນໃໝ່
- 4 - ທ່ານ ທອງລຸນ ສີສຸລິດ ປະທານປະເທດແຫ່ງ ສປປ ລາວ  ໄດ້ສົ່ງສານອວຍພອນທ່ານ ເຟີດີນານ ໂຣມູນເດັດສ໌ ມາກ໋ອດ ຈູເນຍປະທານາທິບໍດີ ແຫ່ງ ສາທາລະນະລັດ ຟິລິບປິນ   ຄົນໃໝ່
- 5 - ທ່ານ ທອງລຸນ ສີສຸລິດ ປະທານປະເທດແຫ່ງ ສປປ ລາວ  ໄດ້ສົ່ງສານອວຍພອນທ່ານ ເຟີດີນານ ໂຣມູນເດັດສ໌ ມາກ໋ອດ ຈູເນຍປະທານາທິບໍດີ ແຫ່ງ ສາທາລະນະລັດ ຟິລິບປິນ   ຄົນໃໝ່