ຊາບີ ແຈ້ງຂ່າວຮ້າຍ 4 ນັກເຕະບາເຊໂລນາ ຫາສະໂມສອນໃຫມ່ໄດ້ເລີຍ
ສື່ສະເປນລາຍງານຂ່າວວ່າ ຊາບີ ເອີນານເດສ ຜູ້ຈັດການທີມ ບາເຊໂລນາ ສະໂມສອນໃຫຍ່ແຫ່ງ ລາ ລີກາ ສະເປນ ບອກກັບນັກເຕະ 4 ຄົນ ວ່າສາມາດຫາທີມໃຫມ່ໄດ້ເລີຍໃນລະດູການນີ້.
ບາເຊໂລນາ ພວມຫາທາງແກ້ບັນຫາທາງການເງິນ ລວມເຖິງຫາເງິນມາເສີມທັບນັກເຕະໃຫມ່ເຂົ້າມາສູ່ທີມເພື່ອໄລ່ລ່າ ຄວາມ ສຳເລັດໃນລະດູການຫນ້າ ໂດຍພວກເຂົາມີຂ່າວໃຫ້ຄວາມສົນໃຈ ໂຣເບີດ ເລວານດອບສະກີ ດາວຍິງຂອງ ບາເຢິນ ມິວນິກ ແຕ່ຂໍ້ສະເຫນີຍັງບໍ່ດີພໍທີ່ຈະເຮັດໃຫ້ ບາເຢິນ ຍອມປ່ອຍ ເພາະເພັດເມັດງາມອອກຈາກທີມ ຂະນະທີ່ການຍ້າຍທີມຂອງ ແຟຣັງກີ ເດິ ຢອງ ໄປສູ່ ແມນເຊສເຕີ ຢູໄນເຕັດ ກໍຍັງບໍ່ໄດ້ຂໍ້ສະຫລຸບ ເຮັດໃຫ້ ພວກເຂົາຕ້ອງຫາທາງປ່ອຍນັກເຕະອອກໄປກ່ອນເພື່ອ ລະດົມທຶນ.
ລາຍງານຫລ້າສຸດລາຍງານວ່າ : ຊາບີ ໄດ້ແຈ້ງກັບລູກທີມ 4 ຄົນ ປະກອບດ້ວຍ ຊາມູເອລ ອຸມຕີຕີ, ມາຕິນ ເບຣສເວດ, ອອສກາ ມິນເກຊາ ແລະ ຣີກີ ປູອິກ ວ່າສາມາດຫາທີມໃຫມ່ໄດ້ເລີຍໃນລະດູການນີ້ ເພາະມັນຈະສົ່ງຜົນດີກັບນັກເຕະທີ່ຈະໄດ້ລົງຫລິ້ນຢ່າງ ສະຫມ່ຳສະເຫມີ ແລະຍັງຊ່ວຍແກ້ບັນຫາທາງການເງິນໃຫ້ກັບສະໂມສອນນຳອີກ.