ປກສ ນະຄອນຫຼວງວຽງຈັນ ໄດ້ຮັບແຈ້ງຄວາມຈາກຜູ້ເສຍຫາຍ ໃນກໍລະນີຝາກນຳ ນາງ ພອນທິບ ໄຊປັນຍາ ຫລື ເຈ້ທິບ

- 291101116 5564568176911471 7453422366639325307 n - ປກສ ນະຄອນຫຼວງວຽງຈັນ ໄດ້ຮັບແຈ້ງຄວາມຈາກຜູ້ເສຍຫາຍ ໃນກໍລະນີຝາກນຳ ນາງ ພອນທິບ ໄຊປັນຍາ ຫລື ເຈ້ທິບ
- kitchen vibe - ປກສ ນະຄອນຫຼວງວຽງຈັນ ໄດ້ຮັບແຈ້ງຄວາມຈາກຜູ້ເສຍຫາຍ ໃນກໍລະນີຝາກນຳ ນາງ ພອນທິບ ໄຊປັນຍາ ຫລື ເຈ້ທິບ

ວັນທີ 30 ມິຖຸນາ 2022 ນີ້ ໄດ້ຮັບແຈ້ງຄວາມຈາກຜູ້ເສຍຫາຍ ຈາກກໍລະນີການຝາກເງິນນຳ ນາງ ພອນທິບ ໄຊປັນຍາ ຫລື ເຈ້ທິບ ແຕ່ບໍ່ໄດ້ຮັບເງິນດອກເບ້ຍຕາມທີ່ໂຄສະນາ ໃນແຈ້ງຄວາມຂໍ້ຫາສໍ້ໂກງຊັບພົນລະເມືອງ
ເນື້ອໃນແຈ້ງຄວາມແມ່ນລະບຸວ່າ: ໃນເວລາ 19 ໂມງ 00 ນາທີ ຂອງວັນທີ 10/01/2022 ນາງ ພອນທິບ ໄຊປັນຍາ ຫຼື (ເຈ້ທິບ), ອາຍຸ 30 ປີ, ສັນຊາດລາວ, ອາຊີບນັກທຸລະກິດ, ປັດຈຸບັນຢູ່ບ້ານໂພນຕ້ອງສະຫວາດ, ເມືອງຈັນທະບູລີ, ນະຄອນຫຼວງວຽງຈັນ ຕົວະ ນາງ.ກ (ນາມສົມມຸດ ຂໍສະຫງວນຊື່ແທ້) ຜູ້ໄດ້ຮັບຜົນເສຍຫາຍ ອາຍຸ 27 ປີ, ສັນຊາດລາວ, ອາຊີບຄ້າຂາຍ, ປະຈຸບັນຢູ່ບ້ານຮ່ອງແກ, ເມືອງໄຊເຊດຖາ, ນະຄອນຫຼວງວຽງຈັນ ໂອນເງິນຝາກ ເອົາດອກເບ້ຍ.

ໃນຊ່ວງເວລາດັ່ງກ່າວຜູ້ກ່ຽວໄດ້ຫຼິ້ນເຟສບຸກຕາມປົກກະຕິ ຈາກນັ້ນໄດ້ໄປເຫັນນາງ ພອນທິບ ໂພດລົງໃນເຟສບຸກ ສ່ວນຕົວວ່າ ຮັບຝາກເງິນເອົາດອກເບຍ 30% ຕໍ່ເດືອນ, ຈາກນັ້ນຜູ້ກ່ຽວຈຶ່ງໄດ້ມີຄວາມສົນໃຈຢາກຈະຝາກ ຈຶ່ງໄດ້ໂທລະສັບໄປ ຕົກລົງນໍານາງ ພອນທີບ, ເມື່ອຕົກລົງກັນສຳເລັດ, ນາງ ພອນທິບ ໄດ້ບອກໃຫ້ ນາງ.ກ ໂອນເງິນມາຝາກ ຈຳນວນຫຼາຍຄັ້ງຄິດເປັນ ເງິນທັງໝົດ 2.600.000.000 ກີບ ກັບ ເງິນໂດລາ 180.000 ໂດລາ ແລະ ເງິນບາດ 3.500.000 ບາດ ຜູ້ກ່ຽວຈຶ່ງໄດ້ໂອນ
ຫຼັງຈາກໂອນເງິນໃຫ້ນາງ ພອນທິບ ແລ້ວເມື່ອຮອດມື້ເອົາດອກເບ້ຍ ນາງ ພອນທິບ ກໍບໍ່ຈ່າຍໃຫ້ຜູ້ກ່ຽວ ຈົນມາ ຮອດວັນທີ 29/06 /2022 ຈຶ່ງໄດ້ຮູ້ວ່ານາງ ພອນທິບ ໄດ້ລັກໜີອອກຈາກປະເທດລາວແລ້ວ ແລະ ໂທລະສັບຫາກໍ່ບໍ່ໄດ້.

ດັ່ງນັ້ນຈຶ່ງໄດ້ເຂົ້າມາແຈ້ງຄວາມຕໍ່ເຈົ້າໜ້າທີ່ ເພື່ອເຈົ້າເນີນຄະດີກັບນາງ ພອນທິບ ໄຊປັນຍາ ຕາມຂັ້ນຕອນຂອງກົດໝາຍ.
- 291032819 158009256757171 5046768210437970105 n - ປກສ ນະຄອນຫຼວງວຽງຈັນ ໄດ້ຮັບແຈ້ງຄວາມຈາກຜູ້ເສຍຫາຍ ໃນກໍລະນີຝາກນຳ ນາງ ພອນທິບ ໄຊປັນຍາ ຫລື ເຈ້ທິບ

- 4 - ປກສ ນະຄອນຫຼວງວຽງຈັນ ໄດ້ຮັບແຈ້ງຄວາມຈາກຜູ້ເສຍຫາຍ ໃນກໍລະນີຝາກນຳ ນາງ ພອນທິບ ໄຊປັນຍາ ຫລື ເຈ້ທິບ
- 5 - ປກສ ນະຄອນຫຼວງວຽງຈັນ ໄດ້ຮັບແຈ້ງຄວາມຈາກຜູ້ເສຍຫາຍ ໃນກໍລະນີຝາກນຳ ນາງ ພອນທິບ ໄຊປັນຍາ ຫລື ເຈ້ທິບ
- 3 - ປກສ ນະຄອນຫຼວງວຽງຈັນ ໄດ້ຮັບແຈ້ງຄວາມຈາກຜູ້ເສຍຫາຍ ໃນກໍລະນີຝາກນຳ ນາງ ພອນທິບ ໄຊປັນຍາ ຫລື ເຈ້ທິບ