ເຂດພິເສດຮົງກົງ ຄົບຮອບ 25 ປີ
July 1, 2022 - 3:37 PM
ວິທະຍຸສາກົນແຫ່ງປະເທດຈີນ (CRI) ໄດ້ລາຍງານວ່າ: ປີນີ້, ເຂດ ບໍລິຫານພິເສດຮົງກົງ ໄດ້ກັບຄືນສູ່ປະເທດຊາດ ຄົບຮອບ 25 ປີແລ້ວ. ຕະຫລອດໄລຍະ 25 ປີຜ່ານມາ, ເຂດພິເສດຮົງກົງ ໄດ້ຮັບມືກັບສິ່ງທ້າທາຍ ຂອງຄວາມສ່ຽງປະເພດຕ່າງໆຢ່າງສຳເລັດຜົນ, ສາມາດຮັກສາຄວາມ ຈະເລີນຮຸ່ນເຮືອງ ແລະສະຖຽນລະພາບ. ການປະຕິບັດປະເທດດຽວ ສອງລະບອບ ຢູ່ຮົງກົງ ໄດ້ຮັບຜົນສຳເລັດ ເຊິ່ງເປັນທີ່ຍອມຮັບທົ່ວໄປ ໃນໂລກ.
ການຕໍ່ຕ້ານວິກິດການທາງການເງິນທີ່ກະທົບປະເທດຕ່າງໆຢູ່ອາຊີ ຢ່າງໜັກໜ່ວງ ກໍຄືວິກິດການການເງິນສາກົນ, ການຕໍ່ຕ້ານພະຍາດຊາ (sars) ແລະພະຍາດໂຄວິດ-19 ແລະອື່ນໆ.ພາຍຫລັງກັບຄືນສູ່ປະເທດຊາດ ຕະຫລອດໄລຍະ 25 ປີຜ່ານມາ, ທຸກຄັ້ງທີ່ເຂດພິເສດຮົງກົງ ຜະເຊີນກັບ ຄວາມຫຍຸ້ງຍາກແລ້ວລັດຖະບານກໍອອກແຮງຢ່າງສຸດຂີດເພື່ອຊ່ວຍເຫລືອຮົງກົງ ຕັ້ງແຕ່ເບື້ອງຕົ້ນ ເຊິ່ງໄດ້ສະແດງໃຫ້ເຫັນວ່າ ເຂດພິເສດຮົງກົງ ມີຄວາມຮຽກຮ້ອງແລ້ວປະເທດຊາດກໍຈະຕອບສະໜອງຄວາມຕ້ອງການ ຢ່າງແນ່ນອນ ແລະຊ່ວຍໄດ້ເປັນຢ່າງດີ. ທ່ານ ຫລີ້ເຈ່ຍຊາວ ວ່າທີ່ຜູ້ວ່າການ ເຂດບໍລິຫານພິເສດຮົງກົງ ໄດ້ກ່າວວ່າ: ປະເທດຊາດໃນຖານະເປັນກໍາລັງ ໜູນທີ່ແຂງແຮງທີ່ສຸດແມ່ນກຳລັງທີ່ສຳຄັນທີ່ສຸດໃນຂະບວນການແກ້ໄຂ ບັນຫາຂອງເຂດພິເສດຮົງກົງ.
ວັນທີ 1 ກໍລະກົດ 2017, ພາຍໃຕ້ການເປັນພະຍານຂອງທ່ານ ສີຈິ້ນຜິງ ປະທານປະເທດຈີນ, ອົງການປົກຄອງທ້ອງຖິ່ນແຂວງກວາງຕຸ້ງ, ເຂດພິເສດຮົງກົງ ແລະເຂດພິເສດມາກາວ ໄດ້ລົງນາມໃນສັນຍາ ຂອບການ ລົງເລິກການຮ່ວມມືລະຫວ່າງແຂວງກວາງຕຸ່ງ, ເຂດພິເສດຮົງກົງ ແລະເຂດ ພິເສດມາກາວ ຊຸກຍູ້ການກໍ່ສ້າງເຂດອ່າວໃຫຍ່ ເຊິ່ງເປັນຂີດໝາຍສະແດງ ໃຫ້ເຫັນວ່າການກໍ່ສ້າງເຂດອ່າວໃຫຍ່ ກວາງຕຸ້ງ-ຮົງກົງ-ມາກາວ ໄດ້ເລີ່ມ ຕົ້ນຢ່າງເປັນທາງການ. ຫລັງຈາກນັ້ນ, ລັດຖະບານຈີນ ໄດ້ວາງຍຸດທະສາດ, ນະໂຍບາຍ ແລະມາດຕະການຕ່າງໆເຊັ່ນ: ຮ່ວມກັນສ້າງ ໜຶ່ງແລວໜຶ່ງເສັ້ນທາງ, ການກໍ່ສ້າງເຂດອ່າວໃຫຍ່ ກວາງຕຸ້ງ-ຮົງກົງ-ມາກາວ ແລະອື່ນໆ ເຊິ່ງເປັນການສະໜອງພື້ນທີ່ການພັດທະນາຢ່າງ ກວ້າງຂວາງໃຫ້ແກ່ເຂດພິເສດຮົງກົງ. ນອກນີ້, ໃນແຜນແມ່ບົດ ແຫ່ງການ ພັດທະນາເສດຖະກິດສັງຄົມແຫ່ງຊາດ 5 ປີຄັ້ງທີ 14 ໄດ້ສະເໜີວ່າ ຕ້ອງຍົກ ສູງຖານະການເປັນສູນກາງທາງດ້ານການເງິນ, ການຂົນສົ່ງທາງທະເລ, ສູນກາງການຄ້າ ແລະສູນກາງການຂົນສົ່ງທາງອາກາດສາກົນ ຂອງເຂດ ພິເສດຮົງກົງ, ເພີ່ມທະວີບົດບາດການເປັນສູນຄຸ້ມຄອງຊັບສິນສາກົນ ແລະ ສູນຄຸ້ມຄອງຄວາມສ່ຽງສາກົນຂອງຮົງກົງ ເຊິ່ງໄດ້ເພີ່ມພະລັງຊຸກດັນໃຫ້ແກ່ ການພັດທະນາໃນອະນາຄົດຂອງເຂດພິເສດຮົງກົງ. ແຕ່ວ່າ, ນັກການເມືອງ ປະເທດຕາເວັນຕົກຈຳນວນໜຶ່ງໄດ້ຊູຄັນຕາລະບັດຂອງການປົກປັກຮັກສາສິດທິມະນຸດ ແລະເສລີພາບ ຂອງເຂດພິເສດຮົງກົງ, ໄດ້ແຊກແຊງ ວຽກງານຂອງຮົງກົງເລື້ອຍໆເພື່ອຖື ຮົງກົງ ເປັນເຄື່ອງມື ແລະເບ້ຍຕໍ່ລອງ ໃນການສະກັດກັ້ນການພັດທະນາຂອງປະເທດຈີນ. ໃນເວລາອັນຄັບຂັນນີ້, ສູນກາງພັກຄອມມູນິດຈີນທີ່ນຳພາໂດຍທ່ານ ສີຈິ້ນຜິງ ໄດ້ສັງເກດ ແລະ ວິເຄາະສະຖານະການ ແລະທຳການຕັດສິນຢ່າງຂາດຕົວທັງໄດ້ໃຊ້ ມາດຕະການສຳຄັນຕ່າງໆໂດຍສ້າງກົດໝາຍວ່າດ້ວຍການຮັກສາຄວາມ ໝັ້ນຄົງແຫ່ງຊາດຢູ່ຮົງກົງ ແລະປັບປຸງລະບຽບການເລືອກຕັ້ງຂອງເຂດ ບໍລິຫານພິເສດຮົງກົງ ໃຫ້ສົມບູນຂຶ້ນເພື່ອຕັດຂາດມືມືດທີ່ຫວັງທຳລາຍ ເຂດພິເສດຮົງກົງ ແລະໄດ້ເປີດສະພາບການໃໝ່ດ້ານການບໍລິຫານທີ່ດີ ຂອງເຂດພິເສດຮົງກົງ.
ໃນຕົ້ນປີ 2022, ເຂດພິເສດຮົງກົງ ໄດ້ເກີດສະພາບການແພ່ລະບາດຂອງ ພະຍາດໂຄວິດ-19 ຮອບທີ 5 ຢ່າງກະທັນຫັນ, ຜູ້ຕິດເຊື້ອໄດ້ເພີ່ມຂຶ້ນຈົນ ເກີນຄວາມສາມາດໃນການຮັບມື ແລະປິ່ນປົວຂອງທ້ອງຖິ່ນ. ໃນຂະນະນີ້, ລັດຖະບານຈີນໄດ້ຊ່ວຍເຫລືອຮົງກົງ ຢ່າງທັນເວລາອີກເທື່ອໜຶ່ງ ໂດຍໄດ້ ຊ່ວຍສ້າງໂຮງໝໍຊົ່ວຄາວຢ່າງວ່ອງໄວທີ່ສຸດ, ສົ່ງຜູ້ຊ່ຽວຊານ ແລະ ພະນັກງານການແພດຫລາຍທີມໄປຮົງກົງ, ໄດ້ສະໜອງເຄື່ອງອຸປະກອນ ປ້ອງກັນ ແລະຕ້ານພະຍາດໂຄວິດ-19 ຈຳນວນຫລວງຫລາຍ ແລະໄດ້ ຮັບປະກັນການສະໜອງເຄື່ອງໃຊ້ປະຈຳວັນໃຫ້ຢ່າງສຸດຄວາມສາມາດ.
ຫວ່າງມໍ່ໆມານີ້, ສະຖາບັນຄົ້ນຄວ້າການຄຸ້ມຄອງການພັດທະນາສາກົນ ສະວິດເຊີແລນ ໄດ້ເຜີຍແຜ່ບົດລາຍງານຄວາມສາມາດການແຂ່ງຂັນໂລກ 2022 ໂດຍສະແດງໃຫ້ເຫັນວ່າຮົງກົງ ໄດ້ຫຍັບຂຶ້ນມາເປັນອັນດັບທີ 5 ໃນ ປີນີ້ ຈາກອັນດັບທີ 7 ໃນປີຜ່ານມາ. ເຖິງວ່າຮົງກົງໄດ້ຮັບຜົນກະທົບຈາກ ສະພາບການແພ່ລະບາດຂອງພະຍາດໂຄວິດ-19 ແລະມີນັກການເມືອງ ປະເທດຕາເວັນຕົກຈຳນວນໜຶ່ງໃສ່ຮ້າຍປ້າຍສີກໍຕາມ ແຕ່ວ່າສັນຍານ ຫລາຍຢ່າງໃນໄລຍະຜ່ານມາໄດ້ສະແດງໃຫ້ເຫັນວ່າ: ຄວາມກ້າວໜາຂອງ ຮົງກົງ ຈາກການມີຄວາມສະຫງົບກ້າວໄປສູ່ຄວາມຈະເລີນຮຸ່ງເຮືອງ ຢ່າງບໍ່ສາມາດສະກັດກັ້ນໄດ້.
ໃນໄລຍະ 25 ປີຜ່ານມາ, ພາຍໃຕ້ການສະໜັບສະໜູນຈາກປະເທດຊາດ, ເຂດພິເສດຮົງກົງ ໄດ້ຮັກສາສະຖຽນລະພາບ ແລະຄວາມຈະເລີນຮຸ່ນເຮືອງ, ມີຖານະເປັນສູນກາງການເງິນ, ການຂົນສົ່ງທາງທະເລ ແລະການຄ້າສາກົນ ທີ່ໝັ້ນທ່ຽງ, ການປະດິດສ້າງໃໝ່ດ້ານວິທະຍາສາດເຕັກນິກ, ວຽກງານ ວັດທະນະທຳ ແລະສິລະປະ ກໍມີການພັດທະນາຢ່າງຄຶກຄັກ. ພວກເຮົາ ເຊື່ອໝັ້ນວ່າ ໂດຍມີປະເທດຊາດເປັນກຳລັງໜູນຢ່າງແຂງແຮງ, ຊາວຮົງກົງ 7,4 ລ້ານຄົນ ຈະສາມາດຮ່ວມກັນສ້າງອະນາຄົດທີ່ດີງາມ ກວ່າເກົ່າ.