ຟີຟາ ອະນຸຍາດໃຊ້ເຕັກໂນໂລຊີກວດຈັບລ້ຳຫນ້າໃນບານໂລກ 2022
ຟີຟາ ອະນຸມັດໃຊ້ງານເຕັກໂນໂລຊີກວດສອບຈັງຫວະລ້ຳຫນ້າແບບເຄິ່ງອັດຕະໂນມັດ ໃນການແຂ່ງຂັນບານໂລກ 2022 ເພື່ອເພີ່ມຄວາມໄວ້ ແລະ ຄວາມແນ່ນອນໃນການຕັດສິນ.
ສະຫະພັນບານເຕະນາໆຊາດ (FIFA) ຢືນຢັນອະນຸມັດໃຊ້ງານເຕັກໂນໂລຊີກວດສອບຈັງຫວະລ້ຳຫນ້າແບບເຄິ່ງອັດຕະໂນມັດ ໃນການແຂ່ງຂັນ ເຕະບານໂລກ 2022 ທີ່ປະເທດກາຕາ ໄລຍະທ້າຍປີນີ້ ເຊື່ອວ່າຈະຊ່ວຍໃຫ້ການຕັດສິນວ່ອງໄວ ແລະ ແນ່ນອນຍິ່ງຂຶ້ນ.
ສຳລັບເຕັກໂນໂລຊີນີ້ ມີຊື່ວ່າ ເອສເອໂອທີ ທີ່ໃຊ້ຄວາມຮູ້ສຶກລຳ້ຍຸກດ້ວຍພາບເຄື່ອນໄຫວ 3 ມິຕິ ປະກອບການອະທິບາຍການຕັດ ສິນຈັງຫວະບັນຫາ ສະແດງຫນ້າຈໍຂອງສະຫນາມໃຫ້ເຫລ່ົາແຟນບານໄດ້ຊົມ ໂດຍຜ່ານການທົດສອບມາແລ້ວ 2 ລາຍການໃນຮອບ 7 ເດືອນຫລ້າສຸດ.
ອົງປະກອບຂອງເຕັກໂນໂລຊີນີ້ຈະມີກ້ອງ 12 ຕົວ ຕິດຕັ້ງຢູ່ກ້ອງອາຄານສະຫນາມໃນຈຸດທີ່ເຫມາະສົມ ເພື່ອຈັດບການເຄື່ອນໄຫວ ຂອງບານເຕະທີ່ຝັງຊິບ ແລະ ເຫລົ່ານັກເຕະໃນສະຫນາມ ເຊິ່ງອັດຕາການສົ່ງຜ່ານຂໍ້ມູນນັ້ນຈະເຮັດໃຫ້ກວດສອບ ຈັງຫວະລ້ຳ ຫນ້າໄດ້ຢ່າງແນ່ນອນ.
ຫລັງຈາກການສົ່ງຜ່ານຂໍ້ມູນສະຖານະການທີ່ເກີດຂຶ້ນ ປັນຍາປະດິດຈະແຈ້ງເຕືອນການລຳ້ຫນ້າໄປຍັງທີມງານວີດີໂອຊ່ວຍຕັດສິນ (VAR) ເຊິ່ງທີມ VAR ຈະກວດສອບໂດຍເຫັນພາບ 3 ມິຕິ ແລະ ເສັ້ນລ້ຳຫນ້າທີ່ຈະປາກົດໂດຍອັດຕະໂນມັດ ກ່ອນແຈ້ງຜູ້ຕັດ ສິນໃນສະຫນາມຕໍ່ໄປ.
ປີແອລຸຍຈິ ຄອລລີນາ ປະທານຄະນະກຳມະການຜູ້ຕັດສິນແຫ່ງຟີຟາ ລະບຸວ່າ : ‘‘ ເຮົາຮູ້ດີວ່າການກວດສອບຈັງຫວະ ທີ່ບໍ່ຈະແຈ້ງໃນບາງຄັ້ງໃຊ້ເວລາຫລາຍເກີນໄປ ໂດຍສະເພາະໃນຈັງຫວະລ້ຳຫນ້າ ການທົດສອບທີ່ຜ່ານມາໄດ້ປະສົບຄວາມສຳເລັດ ຢ່າງຫລາຍ ເຮົາມັ້ນໃຈວ່າຈະມີອຸປະກອນສະຫນັບສະຫນູນອັນລຳ້ຄ່າທີ່ກາຕ້າ ’’.