ຫາລືການຄຸ້ມຄອງລາຄາ-ການຄິດໄລ່ໂຄງສ້າງລາຄານໍ້າມັນເຊື້ອ ໄຟ ນຳເຂົ້າ ແລະ ເລັ່ງຊຸກຍູ້ການຜະລິດ ຢູ່ພາຍໃນ

- 291390102 755637055884997 1342027970988746913 n - ຫາລືການຄຸ້ມຄອງລາຄາ-ການຄິດໄລ່ໂຄງສ້າງລາຄານໍ້າມັນເຊື້ອ ໄຟ ນຳເຂົ້າ ແລະ ເລັ່ງຊຸກຍູ້ການຜະລິດ ຢູ່ພາຍໃນ
- kitchen vibe - ຫາລືການຄຸ້ມຄອງລາຄາ-ການຄິດໄລ່ໂຄງສ້າງລາຄານໍ້າມັນເຊື້ອ ໄຟ ນຳເຂົ້າ ແລະ ເລັ່ງຊຸກຍູ້ການຜະລິດ ຢູ່ພາຍໃນ

ວັນທີ 1 ກໍລະກົດ 2022 ນີ້ ກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ຈັດກອງປະຊຸມປຶກສາຫາລືການຄຸ້ມຄອງລາຄານໍ້າມັນເຊື້ອໄຟ ແລະ ການຄິດໄລ່ໂຄງສ້າງລາຄານໍ້າມັນເຊື້ອ ໄຟຢູ່ ສປປ ລາວ ໂດຍການເປັນປະທານຂອງທ່ານ ພູວຽງ ພົງສາ ຫົວໜ້າກົມການຄ້າພາຍໃນ ແລະ ມີພາກສ່ວນກ່ຽວຂ້ອງເຂົ້າຮ່ວມ ນອກຈາກຊີ້ໃຫ້ເຫັນສາເຫດທີ່ລາຄາຂາຍຍ່ອຍນໍ້າມັນເຊື້ອໄຟຢູ່ພາຍໃນແພງຂຶ້ນແລ້ວຍັງເນັ້ນການແກ້ໄຂບັນຫາຂອງລັດ ຖະບານໃນໄລຍະຜ່ານມາ ແລະ ຕໍ່ໜ້າ.

ທ່ານ ອັກຄະວົງ ວຽນເຮືອງໄຜ່ ຫົວໜ້າພະແນກຄຸ້ມຄອງສິນຄ້າ ແລະ ລາຄາ ກ່າວວ່າ: ລາຄາຂາຍຍ່ອຍ ນໍ້າມັນພາຍໃນປະເທດເພີ່ມຂຶ້ນເປັນຜົນມາຈາກລາຄານໍ້າມັນເຊື້ອໄຟໃນຕະຫຼາດໂລກເໜັງຕີງຂຶ້ນສູງສຸດເປັນປະຫວັດສາດ ຊຶ່ງໂດຍລວມແລ້ວແມ່ນຕົ້ນທຶນການນຳເຂົ້າ ຫຼື ລາຄາ CIF ແມ່ນລາຄານໍ້າມັນເຊື້ອໄຟຕະຫຼາດສິງກະໂປ ຫຼື ລາຄາ PLATTS ສິງກະໂປ = (+ ຫຼື -) ຄ່າທຳນຽມ(+) ການປະກັນໄພ(+) ຄ່າຂົນສົ່ງຮອດສາງບໍລິສັດນໍ້າມັນເຊື້ອໄຟຂອງ ສປປ ລາວ.
- 291390102 755637055884997 1342027970988746913 n 1 1024x638 - ຫາລືການຄຸ້ມຄອງລາຄາ-ການຄິດໄລ່ໂຄງສ້າງລາຄານໍ້າມັນເຊື້ອ ໄຟ ນຳເຂົ້າ ແລະ ເລັ່ງຊຸກຍູ້ການຜະລິດ ຢູ່ພາຍໃນ
ສ່ວນໂຄງສ້າງລາຄານໍ້າມັນແມ່ນຄິດໄລ່ບົນພື້ນ ຖານ
ລາຄາ CIF (x) ອັດຕາແລກປ່ຽນ
(+) ພາສີນໍາເຂົ້າ ໃນນີ້ ແອັດຊັງພິເສດ 20%, ແອັດຊັງທໍາມະດາ 15% ແລະ ກາຊວນ 5%
(+) ອາກອນຊົມໃຊ້ຄື ແອັດຊັງພິເສດ 40%, ແອັດຊັງທໍາມະດາ 5% ແລະ ກາຊວນ 0%
(+) ອາກອນມູນຄ່າເພີ່ມ 7% (+) ກອງທຶນບູລະນະທາງ 520 ກີບ/ລິດ/ຊະນິດ
(+) ຄ່າບໍລິການທຸລະກິດ ຄື ບໍລິສັດ ນໍາເຂົ້າ-ສົ່ງອອກນໍ້າມັນເຊື້ອໄຟ 350 ກີບ/ລິດ, ບໍລິສັດຈໍາໜ່າຍພາຍໃນ 300 ກີບ/ລິດ ແລະ ປໍ້ານໍ້າມັນເຊື້ອໄຟ 300 ກີບ/ລີດ
ຊຶ່ງການຄິດໄລ່ລາຄາໂດຍສະເລ່ຍ 5-7 ມື້ ເນື່ອງຈາກສະພາບການສະໜອງນໍ້າມັນເຊື້ອໄຟໃນໂລກໄດ້ປັບການຄິດໄລ່.

- Visit Laos Visit SALANA BOUTIQUE HOTEL - ຫາລືການຄຸ້ມຄອງລາຄາ-ການຄິດໄລ່ໂຄງສ້າງລາຄານໍ້າມັນເຊື້ອ ໄຟ ນຳເຂົ້າ ແລະ ເລັ່ງຊຸກຍູ້ການຜະລິດ ຢູ່ພາຍໃນ
- Visit Laos Visit SALANA BOUTIQUE HOTEL - ຫາລືການຄຸ້ມຄອງລາຄາ-ການຄິດໄລ່ໂຄງສ້າງລາຄານໍ້າມັນເຊື້ອ ໄຟ ນຳເຂົ້າ ແລະ ເລັ່ງຊຸກຍູ້ການຜະລິດ ຢູ່ພາຍໃນ

ທ່ານນາງ ຖະໜອມ ແກ້ວໄຊຍະຈັກ ຮອງຫົວໜ້າກົມການຄ້າພາຍໃນ ກ່າວວ່າ:

ເນື່ອງຈາກລາຄານໍ້າມັນໃນຕະຫຼາດໂລກແພງຂຶ້ນ ບວກໃສ່ເງິນກີບອ່ອນຄ່າ, ການຄິດໄລ່ໂຄງສ້າງລາຄາຈຶ່ງສູງ ແຕ່ລັດຖະບານກໍໄດ້ຫາວິທີແກ້ໄຂດ້ານຂອງພັນທະ ເຖິງວ່າຈະມີບັນຫາລາຍຮັບງົບປະມານ ແຕ່ກໍໄດ້ຫຼຸດອາກອນຊົມໃຊ້ລົງ 2 ເທື່ອ (ຫຼຸດອາກອນຊົມໃຊ້ແອັດຊັງທໍາມະດາ ຈາກ 31% ລົງມາເປັນ 16% ແລະ ຫຼຸດລົງມາເປັນ 5% ໃນປັດຈຸບັນ; ສ່ວນກາຊວນ ຫຼຸດຈາກ 21% ມາເປັນ 11% ແລະ ມາເປັນ 0% ໃນປັດຈຸບັນ) ແລະ ບໍ່ເກັບສ່ວນຂອງຄັງແຮ.

ນອກນີ້, ລັດຖະບານ ຍັງໄດ້ແຊກແຊງດ້ານອັດຕາແລກປ່ຽນ ແລະ ຄຸ້ມຄອງ, ກຳນົດອັດຕາແລກປ່ຽນ ຊຶ່ງເຮັດໃຫ້ລັດສູນເສຍງົບປະມານ ແລະ ການຜິດດ່ຽງຂອງອັດຕາແລກປ່ຽນ ແຕ່ເພື່ອແກ້ໄຂບັນຫານໍ້າມັນໄລຍະຜ່ານມາ ໄດ້ອະນຸມັດເງິນ 60 ລ້ານໂດລາ ເຮັດໃຫ້ລາຄານໍ້າບໍ່ກ້າວກະໂດດສູງ ໂດຍໃນເດືອນມິຖຸນາຜ່ານມາ ກໍສາມາດແກ້ໄຂໄດ້ເປັນຢ່າງດີ.

ນອກນີ້, ລັດຖະບານຍັງໄດ້ອະນຸມັດຕື່ມອີກ 200 ລ້ານໂດລາ ເພື່ອໃຫ້ກຸ້ມການນຳເຂົ້ານ້ຳມັນເຊື້ອໄຟໃນເດືອນກໍລະກົດ ແລະ ເດືອນສິງຫານີ້.

ພ້ອມດຽວກັນຫໍເລັ່ງຊຸກຍູ້ໂຮງງານປຸງແຕ່ງ, ໂຮງງານປະສົມນໍ້າມັນເຊື້ອໄຟພາຍໃນປະເທດ ເຊັ່ນ ໂຮງງານກັ່ນນໍ້າມັນລາວເປັກ, ໂຮງງານປະສົມນໍ້າມັນເຊື້ອໄຟຍອດງື່ມພາວເວີ ແລະ ໂຮງງານນໍ້າມັນກາຊວນຊີວະພາບອາໂກຣເທັກ ເພີ່ມການສະໜອງນໍ້າມັນພາຍໃນປະເທດເພື່ອຮັບປະກັນໃຫ້ພຽງພໍທັງຮັບໃຊ້ການຜະລິດ ແລະ ການດຳລົງຊີວິດຂອງປະຊາຊົນ.

- 4 - ຫາລືການຄຸ້ມຄອງລາຄາ-ການຄິດໄລ່ໂຄງສ້າງລາຄານໍ້າມັນເຊື້ອ ໄຟ ນຳເຂົ້າ ແລະ ເລັ່ງຊຸກຍູ້ການຜະລິດ ຢູ່ພາຍໃນ
- 5 - ຫາລືການຄຸ້ມຄອງລາຄາ-ການຄິດໄລ່ໂຄງສ້າງລາຄານໍ້າມັນເຊື້ອ ໄຟ ນຳເຂົ້າ ແລະ ເລັ່ງຊຸກຍູ້ການຜະລິດ ຢູ່ພາຍໃນ
- 3 - ຫາລືການຄຸ້ມຄອງລາຄາ-ການຄິດໄລ່ໂຄງສ້າງລາຄານໍ້າມັນເຊື້ອ ໄຟ ນຳເຂົ້າ ແລະ ເລັ່ງຊຸກຍູ້ການຜະລິດ ຢູ່ພາຍໃນ