ນາຍົກລັດຖະມົນຕີ ເນັ້ນການນຳເມືອງລ້ອງແຈ້ງພັດທະນາຮອບດ້ານບົນຈິດໃຈເພິ່ງຕົນເອງ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນເອງ

- 5db876cf cff6 492d 946b da5c522b48e7 - ນາຍົກລັດຖະມົນຕີ ເນັ້ນການນຳເມືອງລ້ອງແຈ້ງພັດທະນາຮອບດ້ານບົນຈິດໃຈເພິ່ງຕົນເອງ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນເອງ
- kitchen vibe - ນາຍົກລັດຖະມົນຕີ ເນັ້ນການນຳເມືອງລ້ອງແຈ້ງພັດທະນາຮອບດ້ານບົນຈິດໃຈເພິ່ງຕົນເອງ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນເອງ

ວັນທີ 1 ກໍລະກົດ 2022 ນີ້, ທ່ານ ພັນຄຳ ວິພາວັນ ນາຍົກລັດຖະມົນຕີ ຢ້ຽມຢາມ ແລະ ພົບປະໂອ້ລົມການນໍາເມືອງລ້ອງແຈ້ງ ແຂວງໄຊສົມບູນ ໄດ້ໃຫ້ທິດຊີ້ນຳທີ່ຕ້ອງເອົາໃຈໃສ່ຕື່ມເປັນຕົ້ນ ອົງການປົກຄອງແຂວງ, ອົງການປົກຄອງເມືອງຕ້ອງສືບຕໍ່ເປັນເຈົ້າການປົກປັກຮັກສາ ແລະ ພັດທະນາວຽກງານຮອບດ້ານ ທ້ອງຖິ່ນຕົນບົນຈິດໃຈເພິ່ງຕົນເອງ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນເອງ, ສຸມໃສ່ປະຕິບັດທິດນຳການສ້າງແຂວງເປັນຫົວໜ່ວຍຍຸດທະສາດ, ເມືອງເປັນຫົວໜ່ວຍເຂັ້ມແຂງຮອບດ້ານ ແລະ ບ້ານເປັນຫົວໜ່ວຍພັດທະນາ, ຫຼີກໃຫ້ໄດ້ແນວຄິດເອື່ອຍອີງ. ຂະນະດຽວກັນກໍໃຫ້ສົມທົບກັບກະຊວງ-ອົງການກ່ຽວຂ້ອງກວດກາ ແລະ ຄົ້ນຄວ້າປັບປຸງຄືນແຜນພັດທະນາຕ່າງໆໃຫ້ສອດຄ່ອງກວ່າເກົ່າ ໂດຍສະເພາະຂະແໜງແຜນການ ແລະ ການລົງທຶນ, ໂຍທາທິການ ແລະ ຂົນສົ່ງ, ກະສິກຳ ແລະ ປ່າໄມ້, ພະລັງງານ ແລະ ບໍ່ແຮ່, ຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ;

ເພີ່ມຄວາມຮັບຜິດຊອບຈັດຕັ້ງປະຕິບັດວຽກງານປ້ອງກັນ ຊາດ-ປ້ອງກັນຄວາມສະຫງົບ ຕິດພັນກັບວຽກງານການຕ່າງປະເທດ ໂດຍສະເພາະປ້ອງກັນການສວຍໃຊ້ໂອກາດ ແລະ ຊ່ອງວ່າງຕ່າງໆ ເພື່ອສ້າງປາກົດການຫຍໍ້ທໍ້ ແລະ ກົດໜ່ວງຖ່ວງດຶງການພັດທະນາປະ ເທດຊາດ ກໍຄືທ້ອງຖິ່ນພາຍໃນແຂວງໄຊສົມບູນ.
- 7003829b aa5d 44c7 b3d6 cbc74929302d 1024x683 - ນາຍົກລັດຖະມົນຕີ ເນັ້ນການນຳເມືອງລ້ອງແຈ້ງພັດທະນາຮອບດ້ານບົນຈິດໃຈເພິ່ງຕົນເອງ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນເອງ
ຜ່ານມາ, ເມືອງລ້ອງແຈ້ງ ໄດ້ສຸມໃສ່ພັດທະນາ 3 ດ້ານຄື ສ້າງເປັນເມືອງປູກ-ເມືອງລ້ຽງເພື່ອສະໜອງສະບຽງອາຫານໃຫ້ບັນດາບໍລິສັດທັງພາຍໃນ ແລະ ຕ່າງປະເທດພາຍໃນແຂວງໄຊສົມບູນ; ສ້າງເປັນເມືອງທ່ອງທ່ຽວທຳມະຊາດ ແລະ ປະຫວັດສາດແບບອະນຸລັກ ແລະ ສ້າງກຸ່ມບ້ານນ້ຳຜາໃຫ້ພັດທະນາ ແລະ ມີສີສັນຕົວເມືອງປາກົດຂຶ້ນ.

- Visit Laos Visit SALANA BOUTIQUE HOTEL - ນາຍົກລັດຖະມົນຕີ ເນັ້ນການນຳເມືອງລ້ອງແຈ້ງພັດທະນາຮອບດ້ານບົນຈິດໃຈເພິ່ງຕົນເອງ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນເອງ
- Visit Laos Visit SALANA BOUTIQUE HOTEL - ນາຍົກລັດຖະມົນຕີ ເນັ້ນການນຳເມືອງລ້ອງແຈ້ງພັດທະນາຮອບດ້ານບົນຈິດໃຈເພິ່ງຕົນເອງ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນເອງ
- 4 - ນາຍົກລັດຖະມົນຕີ ເນັ້ນການນຳເມືອງລ້ອງແຈ້ງພັດທະນາຮອບດ້ານບົນຈິດໃຈເພິ່ງຕົນເອງ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນເອງ
- 5 - ນາຍົກລັດຖະມົນຕີ ເນັ້ນການນຳເມືອງລ້ອງແຈ້ງພັດທະນາຮອບດ້ານບົນຈິດໃຈເພິ່ງຕົນເອງ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນເອງ
- 3 - ນາຍົກລັດຖະມົນຕີ ເນັ້ນການນຳເມືອງລ້ອງແຈ້ງພັດທະນາຮອບດ້ານບົນຈິດໃຈເພິ່ງຕົນເອງ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນເອງ