ກະຊວງການເງິນປະຕິບັດນະໂຍບາຍ ພະນັກງານ-ລັດຖະກອນພັກການຮັບອຸດໜູນບຳນານ
ວັນທີ 30 ມິຖຸນາ 2022 ນີ້, ກະຊວງການເງິນ ຈັດພິທີປະກາດປະຕິບັດນະໂຍບາຍພະນັກງານ-ລັດຖະກອນ ພັກການຮັບອຸດໜູນບຳນານ ຂອງບັນດາກົມອ້ອມຂ້າງກະຊວງ, ວິສາຫະກິດ ທີ່ຂຶ້ນກັບກະຊວງ ແລະ ປະກາດແຕ່ງຕັ້ງຂັ້ນຮອງຫົວໜ້າກົມ, ວິສາຫະກິດຈຳນວນໜຶ່ງນໍາອີກ ໂດຍການເປັນປະທານຂອງ ທ່ານ ບຸນໂຈມ ອຸບົນປະເສີດ ລັດຖະມົນຕີກະຊວງການເງິນ, ມີຫົວໜ້າຫ້ອງການກະຊວງ, ມີບັນດາຫົວໜ້າກົມ-ຮອງຫົວໜ້າກົມ, ຜູ້ອຳນວຍການບັນດາລັດວິສາຫະກິດທີຂຶ້ນກັບກະຊວງ, ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມ.
ໃນພິທີ, ທ່ານ ກົງຄຳ ສິດທິວໍລະດາ ຫົວໜ້າກົມຈັດຕັ້ງ ແລະ ພະນັກງານກະ ຊວງການເງິນ ໄດ້ຜ່ານຂໍ້ຕົກລົງວ່າດ້ວຍການອະນຸມັດ ໃຫ້ພະນັກງານ-ລັດຖະກອນພັກການຮັບອຸດໜູນບຳນານຈໍານວນ 13 ທ່ານຂອງບັນດາກົມອ້ອມຂ້າງກະຊວງ ແລະ ລັດວິສາຫະກິດທີ່ຂຶ້ນກັບກະຊວງ ແລະ ຜ່ານຂໍ້ຕົກລົງວ່າດ້ວຍການຍົກຍ້າຍ ແລະ ແຕ່ງຕັ້ງຮອງຫົວໜ້າກົມຄຸ້ມຄອງການບັນຊີ, ລັດຖະມົນຕີກະຊວງການເງິນຕົກລົງຍົກຍ້າຍ ແລະ ແຕ່ງຕັ້ງ ທ່ານ ຟອງສີສຸພັນ ພົມມະວົງ ຮອງຫົວໜ້າສະຖາບັນການເງິນ-ການບັນຊີ ເປັນຮອງຫົວໜ້າກົມຄຸ້ມຄອງການບັນຊີ, ຍົກຍ້າຍ ແລະ ແຕ່ງຕັ້ງ ທ່ານ ອັກຄະວອນ ຫລວງສຸວັນນະວົງ ຜູ້ອຳນວຍການບໍລິສັດ ລັດວິສາຫະກິດ ຫວຍພັດທະນາ ເປັນຮອງຜູ້ອຳນວຍການ ບໍລິສັດ ອາລິອັນສ໌ ປະກັນໄພລາວ, ຍົກຍ້າຍ ແລະ ແຕ່ງຕັ້ງ ທ່ານ ຄຳເຜັ່ນ ບຸບຜາວົງ ຮອງຫົວໜ້າກົມຍະໂຍບາຍການເງິນ ເປັນຜູ້ອຳນວຍການບໍລິສັດ ລັດວິສາຫະກິດ ຫວຍພັດທະນາ.
ໂອກາດນີ້, ທ່ານ ບຸນໂຈມ ອຸບົນປະເສີດ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ບັນ ດາທ່ານທີ່ອອກພັກການຮັບອຸດໜູນບຳນານ ໄດ້ປະຕິບັດໜ້າທີ່ວຽກງານຕາມການມອບ ໝາຍຈົນມີຜົນສຳເລັດ, ທັງເປັນຜູ້ທີ່ມີຄຸນງາມຄວາມດີຕໍ່ປະເທດຊາດ, ສຸມທຸກກຳລັງແຮງສະຕິປັນຍາຈົນສຸດກົກສຸດປາຍ ແລະ ຜ່ານຜ່າພາລະກິດອັນໜັກໜ່ວງ, ເມືອຮອດເວລາກໍຕ້ອງໄດ້ພັກຜ່ອນເພື່ອຮັກສາສຸຂະພາບ, ພາຍຫລັງບັນດາທ່ານອອກພັກການຮັບອຸດໜູນບຳນານ ຂໍໃຫ້ບັນດາທ່ານຊ່ວຍເປັນຫູເປັນຕາຊ່ວຍກັນຕື່ມ ຖ້າຫາກເຫັນສິ່ງໃດທີ່ພະນັກງານຂະແໜງການເງິນເຮັດຜິດຕໍ່ລະບຽບກົດໝາຍ ກໍໃຫ້ຊ່ວຍສຶກສາອົບຮົມ ແລະ ອື່ນໆ.
ພ້ອມນັ້ນ, ທ່ານລັດຖະມົນຕີກະຊວງການເງິນ ຍັງໄດ້ສະແດງຄວາມຊົມເຊີຍຕໍ່ບັນດາທ່ານທີ່ຖືກແຕ່ງຕັ້ງ ແລະ ຍົກຍ້າຍ ລ້ວນແຕ່ເປັນຜູ້ທີ່ມີຜົນງານອັນພົ້ນເດັ່ນໃນຂະ ບວນການປະຕິບັດວຽກງານຕົວຈິງ. ສະນັ້ນ, ຄະນະພັກຄະນະນໍາກະຊວງການເງິນ, ໄດ້ຄົ້ນຄວ້າຕາມຄວາມເໝາະສົມໃນວຽກງານທີ່ມີຄວາມຈໍາເປັນ ເພື່ອຈັດວາງສັບຊ້ອນໃຫ້ບັນດາກົມ, ສືບຕໍ່ປັບປຸງຝຶກຝົນຫລໍ່ຫລອມຕົນເອງ, ມີຄວາມຮັບຜິດຊອບຕາມການຈັດ ຕັ້ງມອບໝາຍໃຫ້, ສ້າງທ່າຫັນປ່ຽນໃໝ່, ໃຫ້ມີການຕັດສິນໃຈນໍາພາບັນດາໝູ່ຄະນະ, ໃຫ້ມີບາດລ້ຽວອັນໃໝ່ ໃຫ້ສົມກັບຄວາມໄວ້ເນື້ອເຊື່ອໃຈຂອງການຈັດຕັ້ງ ເຮັດສໍາເລັດຕາມການເມືອງທີ່ໄດ້ຮັບໝອບໝາຍ.