ແຂວງວຽງຈັນຈູດທຳລາຍຢາເສບຕິດເນື່ອງໃນວັນສາກົນຕ້ານຢາເສບຕິດ ຢາບ້າເກືອບ 4 ລ້ານເມັດ

ວັນທີ 1 ກໍລະກົດ 2022 ຜ່ານມານີ້ ແຂວງວຽງຈັນ ໄດ້ຈັດພິທີສະເຫຼີມສະຫຼອງວັນສາກົນຕ້ານຢາເສບຕິດ ຄົບຮອບ 35 ປີ (26 ມີຖຸນາ 1987 ຫາ 26 ມີຖຸນາ 2022) ແລະ ຈັດພິທີຈູດທຳລາຍຢາເສບຕິດຂື້ນ, ໂດຍພາຍໃຕ້ການເປັນປະທານຂອງທ່ານ ຄໍາພັນ ສິດທີດໍາພາ ກໍາມະການສູນກາພັກ ເລຂາພັກແຂວງ ເຈົ້າແຂວງ ປະທານປ້ອງກັນຊາດ-ປ້ອງກັນຄວາມສະຫງົບແຂວງວຽງຈັນ ມີການນຳພັກ-ລັດ, ພະແນກການ, ອົງການ, ກົມກອງ ຂັ້ນແຂວງ, ຂັ້ນເມືອງ, ພ້ອມດ້ວຍນັກສຶກສາຂອງວິທະຍາໄລເຕັກນິກແຂວງເຂົ້າຮ່ວມ
ທ່ານ ພັທ ຄໍາຟອງ ວົງດາລາແສນ ຄະນະພັກກອງບັນຊາການ ຮອງຫົວໜ້າກອງບັນຊາການ ປກສ ແຂວງວຽງຈັນ ຂື້ນຜ່ານບົດລາຍງານຫຍໍ້ກ່ຽວກັບການເຄື່ອນໄຫວວຽກງານສະກັດກັ້ນ ແລະ ຕ້ານຢາເສບຕິດໃນໄລຍະ 1 ປີຜ່ານມາ ເຊິ່ງທ່ານໄດ້ຍົກໃຫ້ເຫັນຜົນຮ້າຍຂອງຢາເສບຕິດປະເພດຕ່າງໆ ແລະ ການລັກລອບຄ້າຂາຍຢາເສບຕິດທີ່ຜິດກົດໝາຍໄດ້ທຳລາຍຊີວິດ, ເປັນອຸປະສັກຕໍ່ການພັດທະນາຊັບພະຍາກອນມະນຸດ ຢາເສບຕິດແມ່ນໄດ້ສົ່ງຜົນກະທົບໃຫ້ແກ່ທຸກພາກສ່ວນຂອງສັງຄົມໃນແຕ່ລະປະເທດ ໂດຍສະເພາະຕໍ່ເສລີພາບ ແລະ ການພັດທະນາຊາວໝຸ່ມ-ເຍົາວະຊົນ ເປັນສິ່ງທ້າທາຍ ແລະ ໜ້າເປັນຫ່ວງ ສະນັ້ນ ພັກ-ລັດ ພວກເຮົາກໍ່ໄດ້ນຳໃຊ້ກາລະໂອກາດທີ່ດີວາງແນວທາງແກ້ໄຂບັນຫາຢາເສບຕິດໂດຍສະເພາະຄະນະພັກ, ອຳນາດການປົກຄອງແຕ່ລະຂັ້ນພາຍໃນແຂວງວຽງຈັນ ໄດ້ສືບຕໍ່ຈັດຕັ້ງຜັນຂະຫຍາຍບັນດາມະຕິຄຳສັ່ງ, ແຈ້ງການຕ່າງໆວ່າດ້ວຍການສ້າງແຂວງໃຫ້ເປັນຫົວໜ່ວຍຍຸດທະສາດ, ສ້າງເມືອງໃຫ້ເປັນຫົວໜວ່ຍເຂັ້ມແຂງຮອບດ້ານ, ສ້າງບ້ານໃຫ້ເປັນຫົວໜວ່ຍພັດທະນາ ແນໃສ່ລຶບລ້າງຄວາມທຸກຍາກເຮັດໃຫ້ພາກພື້ນປອດຢາເສບຕິດ
ສະເພາະຢູ່ແຂວງວຽງຈັນ ໃນປີຜ່ານມາ ສາມາດມ້າງມີຄະດີໄດ້ທັງໝົດ 417 ເລື່ອງ, ມີຜູ້ຖືກຫາ 568 ຄົນ, ຍິງ 33 ຄົນ ແລະ ສາມາດຍຶດຂອງກາງໄດ້ຄື: ຢາບ້າ 3.942.241 ເມັດ, ຢາໄອສ໌ 605,5 ກິໂລກຣາມ, ເຮໂຣອິນ 1,2 ກິໂລກຣາມ, ກັນຊາອັດແທ່ງ 14,27 ກຣາມ, ຢາຝິ່ນ 181,36 ກຣາມ, ໂທລະສັບ 370 ເຄື່ອງ, ລົດຈັກ 105 ຄັນ, ລົດໃຫຍ່ 6 ຄັນ, ປືນປະດິດ ແລະ ປືນດັດແປງ ຈໍານວນ 15 ກະບອກ, ລູກປືນ ຈຳນວນ 35 ລູກ, ໝາກແຕກຂຽບ 1 ໜ່ວຍ, ເງິນກີບທະນາຄານ 17.648.000 ກີບ, ເງິນບາດ 40.990 ບາດ, ເງິນໂດລາ 505 ໂດລາ, ຄະດີສົ່ງໃຫ້ອົງການໄອຍະການປະຊາຊົນມີທັງໝົດ 66 ເລື່ອງ, ມີຜູ້ຖືກຫາ 77 ຄົນ, ຍິງ 07 ຄົນ ພ້ອມດ້ວຍຂອງກາງຄະດີຈໍານວນໜຶ່ງ.
ປັດຈຸບັນຄະດີພວມດໍາເນີນການສຶບສວນ-ສອບສວນ ມີທັງໝົດ 351 ເລື່ອງ, ມີຜູ້ຖືກຫາ 491 ຄົນ, ຍິງ 29 ຄົນ, ສ່ວນຢາເສບຕິດທີ່ສານຕັດສິນແລ້ວນັບແຕ່ປີ 2021-2022 ມີຢາບ້າທັງໝົດ 416.907 ເມັດ, ຢາໄອສ໌ 21,22 ກຣາມ ແລະ ເຮໂຣອິນ 0,5 ກຣາມ ແມ່ນໄດ້ນຳມາຈູດທຳລາຍຖິ້ມໃນວັນທີ 1 ກໍລະກົດ 2022 ທີ່ເດີນຫ້ອງວ່າການປົກຄອງແຂວງວຽງຈັນ ໂດຍມີການນຳພັກ-ລັດ, ພະແນກການ, ອົງການ, ກົມກອງ ຂັ້ນແຂວງ, ຂັ້ນເມືອງ, ພ້ອມດ້ວຍນັກສຶກສາຂອງວິທະຍາໄລເຕັກນິກແຂວງເຂົ້າຮ່ວມໃນພິທີດັ່ງກ່າວ ສ່ວນຂອງກາງທີ່ສານບໍ່ທັນໄດ້ຕັດສິນແມ່ນບໍ່ໄດ້ຈູດທຳລາຍຖິ້ມ.