ເລຂາທິການໃຫຍ່ພັກ ປປ ລາວ ພົບປະທາງໄກກັບເລຂາທິການທີໜຶ່ງ ຄະນະບໍລິຫານງານສູນກາງພັກ ກອມມູນິດກູບາ

- 291146281 1928513397352431 6400221411292069021 n - ເລຂາທິການໃຫຍ່ພັກ ປປ ລາວ ພົບປະທາງໄກກັບເລຂາທິການທີໜຶ່ງ ຄະນະບໍລິຫານງານສູນກາງພັກ ກອມມູນິດກູບາ
- kitchen vibe - ເລຂາທິການໃຫຍ່ພັກ ປປ ລາວ ພົບປະທາງໄກກັບເລຂາທິການທີໜຶ່ງ ຄະນະບໍລິຫານງານສູນກາງພັກ ກອມມູນິດກູບາ

ຕອນຄໍ່າວັນທີ 30 ມິຖຸນາ 2022, ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປປ ລາວ ໄດ້ພົບປະຜ່ານລະບົບວີດີໂອທາງໄກ ກັບ ສະຫາຍ ມີເກັນ ດຽດ ກາເນນ ເລຂາ ທິການທີໜຶ່ງ ຄະນະບໍລິຫານງານສູນກາງພັກກອມມູນິດກູບາໂດຍມີບັນດາຂະແໜງການກ່ຽວຂ້ອງອ້ອມຂ້າງສູນກາງ ພ້ອມດ້ວຍເອກອັກຄະລັດຖະທູດທັງສອງຝ່າຍ ເຂົ້າຮ່ວມ.

ສະຫາຍ ທອງລຸນ ສີສຸລິດ ໄດ້ສະແດງຄວາມປິຕິຍິນດີທີ່ໄດ້ມີໂອກາດພົບປະຜ່ານວີດິໂອທາງໄກກັບ ສະ ຫາຍ ມີເກັນ ດຽດ ກາເນນ ເຊິ່ງເປັນການພົບປະເທື່ອທໍາອິດ ທັງໄດ້ແຈ້ງສະພາບການທີ່ພົ້ນເດັ່ນຢູ່ ສປປ ລາວ ໃນໄລຍະຜ່ານມາ ໂດຍສະເພາະການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກ ປປ ລາວ ທັງໄດ້ຊົມເຊີຍ ແລະ ຕີລາຄາສູງຕໍ່ຜົນສຳເລັດອັນໃຫຍ່ຫລວງທີ່ປະຊາຊົນກູບາອ້າຍນ້ອງ ພາຍໃຕ້ການນໍາພາອັນເດັດດ່ຽວໜຽວແໜ້ນຂອງພັກກອມມູນິດກູບາ ຍາດມາໄດ້ຕະຫລອດ 60 ປີຜ່ານມາໂດຍສະ ເພາະຜົນສຳເລັດການພັດທະນາເສດຖະກິດ-ສັງຄົມ ແລະ ປົກປັກຮັກສາໝາກຜົນຂອງການປະຕິວັດທ່າມ ກາງການປິດລ້ອມດ້ານເສດຖະກິດ, ການຄ້າ ແລະ ການເງິນຂອງຈັກກະພັດ ແລະ ອິດທິກຳລັງປໍລະປັກ ເປັນເວລາ 6 ທົດສະວັດ. ສຳລັບຄວາມສາມັກຄີ, ສາຍພົວພັນມິດຕະພາບ ແລະ ການຮ່ວມມືທີ່ເປັນມູນ ເຊື້ອດີງາມມາແຕ່ດົນນານລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງຊາດລາວ-ກູບານັ້ນ ໄດ້ຮັບການເສີມຂະຫຍາຍນັບມື້ແໜ້ນແຟ້ນຍິ່ງໆຂຶ້ນ ປະກອບສ່ວນສຳຄັນໃນພາລະກິດປະຕິວັດຂອງ 2 ປະເທດ ລາວ ແລະ ກູບາ ກໍຄືພາລະກິດສັນຕິພາບ, ມິດຕະພາບ ແລະ ການຮ່ວມມືເພື່ອການພັດທະນາໃນພາກພື້ນ ແລະ ໃນໂລກ ທັງໄດ້ສະແດງຄວາມຂອບໃຈ ແລະ ຮູ້ບຸນຄຸນຕໍ່ພັກ, ລັດຖະບານ ແລະ ປະຊາຊົນກູບາອ້າຍນ້ອງ ທີ່ໄດ້ຊ່ວຍເຫລືອພັກ ແລະ ປະຊາຊົນລາວບັນດາເຜົ່າທັງໃນໄລຍະຕໍ່ສູ້ກູ້ຊາດກໍຄືໃນໄລຍະສ້າງສາພັດທະນາ ສປປ ລາວ. ພ້ອມຢືນຢັນຄືນແນວທາງນະໂຍບາຍອັນສະເໝີຕົ້ນສະເໝີປາຍຂອງ ສປ ປ ລາວ ທີ່ສະໜັບສະໜູນ ສ ກູບາ ຕ້ານການກະທຳທຸກຮູບແບບທີ່ບໍ່ເປັນທຳໂດຍສະເພາະການປິດລ້ອມດ້ານເສດຖະກິດ, ການຄ້າ ແລະ ການເງິນຕໍ່ກູບາ.
- 291042368 1928513540685750 4024919355099781402 n 1 1024x573 - ເລຂາທິການໃຫຍ່ພັກ ປປ ລາວ ພົບປະທາງໄກກັບເລຂາທິການທີໜຶ່ງ ຄະນະບໍລິຫານງານສູນກາງພັກ ກອມມູນິດກູບາ
ສະຫາຍ ມີເກັນ ດຽດ ກາເນນ ໄດ້ແຈ້ງສະພາບການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ VIII ຂອງພັກກອມມູນິດກູບາ ທັງໄດ້ສະແດງຄວາມຊົມເຊີຍ ແລະ ຕີລາຄາສູງຕໍ່ບັນດາຜົນສຳເລັດຂອງສປປ ລາວ ໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດພາຍໃຕ້ການນຳພາອັນຖືກຕ້ອງ ແລະ ສະຫລາດສ່ອງໃສຂອງພັກ ປປ ລາວ ເຮັດໃຫ້ຊີວິດການເປັນຢູ່ຂອງປະຊາຊົນລາວໄດ້ຮັບການປັບ ປຸງໃຫ້ດີຂຶ້ນເທື່ອລະກ້າວ; ບົດບາດ ແລະ ອິດທິພົນຂອງພັກ ແລະ ລັດຖະບານ ສປປ ລາວ ນັບມື້ສູງເດັ່ນຂຶ້ນໃນເວທີພາກພື້ນ ແລະ ສາກົນ ທັງເຊື່ອໝັ້ນວ່າ ຄະນະບໍລິຫານງານສູນກາງພັກທີ່ມີສະຫາຍ ທອງລຸນ ສີສຸລິດ ເປັນຜູ້ນໍາພາຈະສາມາດສືບຕໍ່ປະສົບຜົນສຳເລັດໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດ ທະນາປະເທດຊາດ ປະສົບຜົນສໍາເລັດໃຫຍ່ຫລວງກວ່າເກົ່າຕາມມະຕິກອງປະຊຸມໃຫຍ່ຄັ້ງທີ XI ທີ່ກໍານົດໄວ້, ສະແດງຄວາມຂອບໃຈພັກ, ລັດຖະບານ ແລະ ປະຊາຊົນລາວອ້າຍນ້ອງທີ່ຊ່ວຍເຫລືອ, ສະໜັບສະໜູນການປະຕິວັດກູບາ ຕະຫລອດໄລຍະຜ່ານມາ.

ໃນການພົບປະ, ການນໍາສູງສຸດຂອງສອງພັກ, ສອງລັດ ລາວ-ກູບາ ໄດ້ປຶກສາຫາລືທິດທາງການເສີມຂະຫຍາຍສາຍພົວພັນຮ່ວມມືໃນຕໍ່ໜ້າ ພ້ອມທັງໄດ້ແລກປ່ຽນທັດສະນະກ່ຽວກັບບັນຫາພາກພື້ນ ແລະ ສາ ກົນທີ່ສອງຝ່າຍສົນໃຈ.

- 5 - ເລຂາທິການໃຫຍ່ພັກ ປປ ລາວ ພົບປະທາງໄກກັບເລຂາທິການທີໜຶ່ງ ຄະນະບໍລິຫານງານສູນກາງພັກ ກອມມູນິດກູບາ
- 3 - ເລຂາທິການໃຫຍ່ພັກ ປປ ລາວ ພົບປະທາງໄກກັບເລຂາທິການທີໜຶ່ງ ຄະນະບໍລິຫານງານສູນກາງພັກ ກອມມູນິດກູບາ
- 4 - ເລຂາທິການໃຫຍ່ພັກ ປປ ລາວ ພົບປະທາງໄກກັບເລຂາທິການທີໜຶ່ງ ຄະນະບໍລິຫານງານສູນກາງພັກ ກອມມູນິດກູບາ