ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວຈະເດີນທາງເຂົ້າຮ່ວມ ກອງປະຊຸມລັດຖະມົນຕີຕ່າງປະເທດ ຂອບການຮ່ວມມືແມ່ນ້ຳຂອງ-ແມ່ນໍ້າລ້ານຊ້າງ ຄັ້ງທີ 7 ທີ່ ສສ ມຽນມາ

- 20190808aseanday - ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວຈະເດີນທາງເຂົ້າຮ່ວມ ກອງປະຊຸມລັດຖະມົນຕີຕ່າງປະເທດ ຂອບການຮ່ວມມືແມ່ນ້ຳຂອງ-ແມ່ນໍ້າລ້ານຊ້າງ ຄັ້ງທີ 7  ທີ່ ສສ ມຽນມາ
- kitchen vibe - ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວຈະເດີນທາງເຂົ້າຮ່ວມ ກອງປະຊຸມລັດຖະມົນຕີຕ່າງປະເທດ ຂອບການຮ່ວມມືແມ່ນ້ຳຂອງ-ແມ່ນໍ້າລ້ານຊ້າງ ຄັ້ງທີ 7  ທີ່ ສສ ມຽນມາ

ໃນລະຫວ່າງ ວັນທີ 3-5 ກໍລະກົດ 2022, ທ່ານ ສະເຫຼີມໄຊ ກົມມະສິດ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ຈະນໍາພາຄະນະຜູ້ແທນລາວ ເດີນທາງເຂົ້າຮ່ວມກອງປະຊຸມລັດຖະມົນຕີຕ່າງປະເທດຂອບການຮ່ວມມືແມ່ນ້ຳຂອງ-ແມ່ນໍ້າລ້ານຊ້າງ ຄັ້ງທີ 7, ທີ່ ເມືອງ ບາກັນ, ສສ ມຽນມາ ພາຍໃຕ້ການເປັນປະທານຮ່ວມຂອງ ສສ ມຽນມາ ແລະ ສປ ຈີນ.

ກອງປະຊຸມຄັ້ງນີ້ຈະໄດ້ທົບທວນຄືນໝາກຜົນຂອງການຮ່ວມມືແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ໃນໄລຍະ 6 ປີ ຜ່ານມາ ແລະ ວາງທິດທາງການຮ່ວມມືໃນຕໍ່ໜ້າ ເພື່ອຮັບປະກັນໃຫ້ແກ່ການພັດທະນາເສດຖະກິດ-ສັງຄົມ ໃນພາກພື້ນແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ໃຫ້ມີຄວາມຍືນຍົງ ແລະ ສົມບູນພູນສຸກຂອງປະຊາຊົນໃນພາກພື້ນ.

ໃນໂອກາດດຽວກັນນີ້, ທ່ານ ສະເຫຼີມໄຊ ກົມມະສິດ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ຍັງຈະໄດ້ພົບປະສອງຝ່າຍ ກັບບັນດາປະເທດສະມາຊິກຂອບການຮ່ວມມືແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ (ສປ ຈີນ, ກໍາປູເຈຍ, ສສ ມຽນມາ, ໄທ ແລະ ສສ ຫວຽດນາມ) ເພື່ອເພີມທະວີສາຍພົວພັນການຮ່ວມມື ໃຫ້ນັບມື້ນັບແໜ້ນແຟ້ນຂຶ້ນເລື້ອຍໆ.

- 4 - ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວຈະເດີນທາງເຂົ້າຮ່ວມ ກອງປະຊຸມລັດຖະມົນຕີຕ່າງປະເທດ ຂອບການຮ່ວມມືແມ່ນ້ຳຂອງ-ແມ່ນໍ້າລ້ານຊ້າງ ຄັ້ງທີ 7  ທີ່ ສສ ມຽນມາ
- 3 - ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວຈະເດີນທາງເຂົ້າຮ່ວມ ກອງປະຊຸມລັດຖະມົນຕີຕ່າງປະເທດ ຂອບການຮ່ວມມືແມ່ນ້ຳຂອງ-ແມ່ນໍ້າລ້ານຊ້າງ ຄັ້ງທີ 7  ທີ່ ສສ ມຽນມາ
- 5 - ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວຈະເດີນທາງເຂົ້າຮ່ວມ ກອງປະຊຸມລັດຖະມົນຕີຕ່າງປະເທດ ຂອບການຮ່ວມມືແມ່ນ້ຳຂອງ-ແມ່ນໍ້າລ້ານຊ້າງ ຄັ້ງທີ 7  ທີ່ ສສ ມຽນມາ