ທະນາຄານໂລກ ຄາດຄະເນວ່າເສດຖະກິດໄທ ຈະຂະຫຍາຍຕົວ 2,9 %

- 290875378 1928133310723773 6639036047414750165 n - ທະນາຄານໂລກ ຄາດຄະເນວ່າເສດຖະກິດໄທ ຈະຂະຫຍາຍຕົວ 2,9 %
- kitchen vibe - ທະນາຄານໂລກ ຄາດຄະເນວ່າເສດຖະກິດໄທ ຈະຂະຫຍາຍຕົວ 2,9 %

ບົດ​ລາຍ​ງານ ​ການ​ຕິດຕາມ ​ເສດຖະກິດ​ ຂອງ​ໄທ (Thailand Economic Monitor) ຊຶ່ງ​ເຜີຍ​ແຜ່​ ໂດຍ​ທະນາຄານ​ໂລກ ວັນທີ 30 ມິຖຸນາ 2022 ນີ້ ຄາດ​ການ​ວ່າ: ​ເສດຖະກິດ​ ຂອງ​​ໄທ​ໃນ​ປີ​ 2022 ນີ້ຈະ​ຂະຫຍາຍຕົວ 2,9% ​ເມື່ອ​ທຽບ​ໃສ່​ປີ​ຕໍ່​ປີ​ເນື່ອງ​ຈາກ ​ໄດ້​ຮັບ​ແຮງ​ໜູນ​ຈາກ ການ​ບໍລິການ ພາກ​ເອກະ​ຊົນ ​ແລະ ການ​ຟື້ນ​ໂຕ ​ຂອງ​ການທ່ອງທ່ຽວ.​

ໄທ ​ເປັນ​ປະ​ເທດ ​ເສດຖະກິດ​ໃຫຍ່ ອັນ​ດັບ2​ ຂອງ​ ອາຊີ​ຕາ​ເວັນ​ອອກສຽງ​ໃຕ້ (ອາ​ຊຽນ) ຈະ​ມີ​ທ່າ​ອ່ຽງປັບ​ຕົວ​ດີ​ຂຶ້ນ ​ໃນ​ໄລຍະ​​ເຄິ່ງຫລັງຂອງ​ປີ​ນີ້ ​ແລະ ຄາດ​ວ່າ​ເສດຖະກິດ​ຂອງ​ໄທຈະ​ຂະຫຍາຍຕົວ ເພີ່ມ​ຂຶ້ນ​ເຖິງ 4,3%​ ໃນ​ປີ2023.

- Visit Laos Visit SALANA BOUTIQUE HOTEL - ທະນາຄານໂລກ ຄາດຄະເນວ່າເສດຖະກິດໄທ ຈະຂະຫຍາຍຕົວ 2,9 %
- Visit Laos Visit SALANA BOUTIQUE HOTEL - ທະນາຄານໂລກ ຄາດຄະເນວ່າເສດຖະກິດໄທ ຈະຂະຫຍາຍຕົວ 2,9 %

ຂະນະ​ທີ່ອັດຕາ ເງິນ​ເຟີ້​ທົ່ວ​​ໄປ​ປີ​ນີ້ (headline inflation) ຈະ​ເພີ່ມ​ຂຶ້ນ 5,2% ​ເມື່ອ​ທຽບ​ໃສ່​ປີ​ຕໍ່​ປີ ​ແລະ ອັດຕາເງິນ​ເຟີ້ ​ພື້ນຖານ (core inflation) ຊຶ່ງ​ບໍ່​ນັບ​ລວມລາຄາ ອາຫານ ​ແລະ ພະລັງງານຈະ​ເພີ່ມ​ຂຶ້ນລະດັບ2,3%.

ອັດ​ເງິນ​ເຟີ້ພາກ​ບໍລິ​ໂພ​ກຂອງ​ໄທ ໃນ​ເດືອນ​ພຶດສະພາ​ເພີ່ມ​ຂຶ້ນ7,1% ​ເມື່ອ​ທຽບ​ໃສ່ ​ປີ​ຕໍ່​ປີຖື​ເປັນລະດັບສູງ​ສຸດນັບ​ຕັ້ງ​ແຕ່​ເດືອນ​ກໍລະກົດ 2008 ​ເນື່ອງ​ຈາກລາຄາ ພະລັງງານ ​ແລະ ອາຫານ​ເພີ່ມສູງ​ຂຶ້ນ.

ນອກ​ນີ້ຈຳນວນ​ ນັກ​ທ່ອງ​ທ່ຽວເດີນທາງ ມາ​ໄທຈະ​ເພີ່ມ​ຂຶ້ນ 6 ລ້ານ​ ເທື່ອ​ຄົນ​ ໃນ​ປີ​ນີ້ ​ເພີ່ມ​ຂຶ້ນ​ ປະມານ 400.000 ​ເທື່ອ​ຄົນ​ ໃນ​ປີ2021 ​ແລະ ​​ເພີ່ມ​ຂຶ້ນ 24 ລ້ານ​ເທື່ອ​ຄົນ ຈົນຮອດ ປີ2024.

- 3 - ທະນາຄານໂລກ ຄາດຄະເນວ່າເສດຖະກິດໄທ ຈະຂະຫຍາຍຕົວ 2,9 %
- 5 - ທະນາຄານໂລກ ຄາດຄະເນວ່າເສດຖະກິດໄທ ຈະຂະຫຍາຍຕົວ 2,9 %
- 4 - ທະນາຄານໂລກ ຄາດຄະເນວ່າເສດຖະກິດໄທ ຈະຂະຫຍາຍຕົວ 2,9 %