ສາເຫດຂອງການຫລົງລືມເກີດຈາກຫຍັງ?
ເຖິງແມ່ນເຮົາຍັງບໍ່ເຖົ້າ ເຮົາກໍອາດຈະຫລົງໆ ລືມໆໄດ້ ເພາະການໃຊ້ຊີວິດໃນແຕ່ລະວັນຂອງເຮົາຕ່າງກໍເຮັດກິດຈະກຳຫລາຍຢ່າງ ບາງຄັ້ງເຮົາອາດຈະຫລົງລືມສິ່ງທີ່ເຮົາເຮັດເປັນກິດຈະວັດໄດ້ ອາການເຫລົ່ານີ້ອາດຄືບໍ່ມີຫຍັງຜິດປົກກະຕິ ແຕ່ຖ້າເກີດຂຶ້ນຕະຫລອດກໍຈະເປັນສັນຍານເຕືອນບອກເປັນ ອັລໄຊເມີ ເຊິ່ງສາເຫດຫລັກນັ້ນມີຫລາຍປັດໄຈ ກ່ອນເຮົາຈະແກ້ອາການຫລົງລືມເຮົາຕ້ອງຮູ້ກ່ອນວ່າ ສາເຫດຂອງການຫລົງລືມນັ້ນເກີດຈາກຫຍັງ?
- ພັກຜ່ອນບໍ່ພຽງພໍ
ຫາກພັກຜ່ອນບໍ່ພຽງພໍຕິດຕໍ່ກັນເປັນເວລາຫລາຍມື້ ຫລືນອນຕໍ່າກວ່າ 7-8 ຊົ່ວໂມງ ຈະເຮັດໃຫ້ສະໝອງເຮັດວຽກໜັກຕໍ່ເນື່ອງຈົນເກີດຄວາມເມື່ອຍລ້າສົ່ງຜົນໃຫ້ເຮົາບໍ່ມີສະມາທິ ລວມເຖິງເກີດອາການຂີ້ລືມໄດ້ ຫາກເກີດຈາກການນອນບໍ່ຫລັບຕໍ່ເນື່ອງຫລາຍມື້ ຕ້ອງເຂົ້າພົບແພດ ແລະ ຮັບຄຳປຶກສາບັນຫາດ້ານການນອນຫລັບ
- ຮ່າງກາຍເມື່ອຍເກີນໄປ
ເຖິງຈະນອນຄົບ 8 ຊົ່ວໂມງແຕ່ກໍຍັງຫລົງລືມຢູ່ອາດເປັນເພາະເມື່ອຍເກີນໄປສົງຜົນໃຫ້ຕໍ່ຄວາມຈຳ ແລະ ສະໝອງເຮັດໃຫ້ຂີ້ລືມນັ້ນເອງ
- ເຮັດຫລາຍຢ່າງໃນເວລາດຽວກັນ
ຄົນເຮົາອາດຈະເຮັດຫລາຍຢ່າງໃນເວລາດຽວກັນໄດ້ ແຕ່ສະໝອງເຮົາຈົດຈຳເລື່ອງລາວຕ່າງໄດ້ພຽງຢ່າງດຽວ ການເຮັດຫລາຍຢ່າງພ້ອມກັນອາດຈະເຮັດໃຫ້ເຮົາເບີ ແລະ ຕາມມາດ້ວຍການລືມວ່າເຮົາຈະເຮັດຫຍັງເພາະເຮົາຈະສົນໃຈແຕ່ສິ່ງນັ້ນເຕັມ100
- ດື່ມເຫລົ້າເບຍຫລາຍເກີນໄປ
ການດື່ມແອວກໍຮໍໃນປະລິມານຫລາຍ ຫລື ດື່ມທຸກມຶ້ຈະສົ່ງຜົນກະທົບຕໍ່ສະໝອງໃນສ່ວນຂອງຮິບໂປແຄມປັສ ເຊິ່ງເປັນສ່ວນທີ່ກ່ຽວຂ້ອງກັບຄວາມຊົງຈຳ ການເຮັດວຽກຂອງສະໝອງໃນສ່ວນນີ້ຈະຫລຸດລົງໃນໄລຍະທີ່ດື່ມແອວກໍຮໍເຮັດໃຫ້ບາງຄົນຈື່ບໍ່ໄດ້ວ່າເຄີຍເຮັດຫຍັງໃນຊ່ວງນັ້ນ
- ຄວາມຄຽດເນື່ອງຈາກສະໝອງເຮັດວຽກໜັກ
ບໍ່ແມ່ນແຕ່ຄວາມຄຽດເທົ່ານັ້ນ ຄວາມຮູ້ສຶກດ້ານລົບທີ່ສົ່ງຜົນຕໍ່ຄວາມຮູ້ສຶກເຊັ່ນ: ຄວາມກັງວົນ ຫລື ອາລົມເສົ້າ ເປັນສາເຫດທີ່ສົງຜົນຕໍ່ຄວາມຊົງຈຳ ເນື່ອງຈາກເມື່ອເຮົາຕົກຢູ່ໃນສະພສາວະເຫລົ່ານີ້ຈະເຮັດໃຫ້ສະໝອງຫລັ່ງສານສື່ປະສດຫລາຍກວ່າປົກກະຕິ
- ພະຍາດຊຶມເສົ້າ
ອາການຫລົງລືມອາດເກີດຂຶ້ນລະຫວ່າງຄົນທີ່ເປັນຊຶມເສົ້າ ເນື່ອງຈາກບໍ່ສາມາດຈົດຈຳສິ່ງທີ່ຢູ່ຕໍ່ໜ້າໄດ້ ລວມທັງຄວາມປົກະຕິຂອງສານເຄມີໃນສະໝອງ
- ພະຍາດປະຈຳຕົວ
ເຊັ່ນ: ໄທຮອຍ ຄວາມດັນເລືອດສູງ ຕັບ ແລະ ໄຕ , ເບົາຫວານ ພະຍາດເຫລົ່ານີ້ສົ່ງຜົນຕໍ່ການສົ່ງເລືອດໄປລ້ຽງສະໝອງ ໄຂມັນໃນເລືອດທີ່ສູງຈະສົ່ງຜົນເຮັດໃຫ້ສະໝອງຜິດປົກະຕິ
- ການປ່ຽນແປງຂອງຮ່າງກາຍ
ເປັນສາເຫດຍາກທີ່ຈະຫລີກລ່ຽງໂດຍສະເພາະຄົນທີ່ມີອາຍຸຫລາຍຂຶ້ນຕັ້ງແຕ່ 45 ຂຶ້ນໄປ ການຈື່ຈຳອາດຈະມີບັນຫາເລັກນ້ອຍ ເຖິງແມ່ນຈະປ້ອງກັນໄດ້ຍາກ ແຕ່ການດູແລຕົນເອງໃຫ້ເໝາະສົມຕາມຊ່ວງໄວ ຈະສາມາດຊ່ວຍຮັກສາສະພາບຂອງຮ່າງກາຍໃຫ້ເສື່ອມຊ້າໃນທີ່ສຸດໄດ້ເຊັ່ນ: ກິນອາຫານທີ່ມີປະໂຫຍດ, ໝັ່ນອອກກຳລັງກາຍ ແລະ ນອນໃຫ້ພຽງພໍ