ຜູ້ນຳອິນໂດເນເຊຍເຜີຍ ທ່ານ ປູຕິນ ໃຫ້ຄຳໝັ້ນເປີດເສັ້ນທາງແລ່ນເຮືອ ແລະ ອະນຸຍາດສົ່ງອອກອາຫານ ແລະ ປຸ໋ຍຈາກອູແກຣນ ທ່າມກາງຄວາມຫວັງບັນເທົາວິກິດອາຫານໂລກ
ປະທານາທິບໍດີ ໂຈໂກ ວີໂດໂດ ຂອງອິນໂດເນເຊຍ ສຳເລັດພາລະກິດຢ້ຽມຢາມອູແກຣນ ແລະ ຣັດເຊຍແລ້ວໃນວັນທີ 1 ກໍລະກົດ ໂດຍສະແດງຄວາມຄາດຫວັງເຖິງຄວາມຄືບໜ້າໃນການແກ້ໄຂບັນຫາການສົ່ງອອກອາຫານ ແລະ ປຸ໋ຍຂອງອູແກຣນ ທີ່ໄດ້ຮັບຜົນກະທົບຈາກສະພາບສົງຄາມທີ່ເກີດຂຶ້ນ, ພ້ອມທັງສະເໜີເປັນຂົວຕໍ່ທາງການທູດ ເຊື່ອມລະຫວ່າງຣັດເຊຍ ແລະ ອູແກຣນ.
ປະທານາທິບໍດີອິນໂດເນເຊຍ ໄດ້ຖະແຫລງຂ່າວຮ່ວມ ພາຍຫລັງພົບປະຫາລືແບບທະວີພາຄີກັບປະທານາທິບໍດີ ວະລາດິເມຍ ປູຕິນ ຂອງຣັດເຊຍ ຢູ່ນະຄອນຫລວງມົດສກູ ໃນວັນທີ 1 ກໍລະກົດ ໂດຍທ່ານໄດ້ສະແດງຄວາມຂອບໃຈຜູ້ນຳຣັດເຊຍທີ່ເຫັນພ້ອມໃນການເປີດເສັ້ນທາງແລ່ນເຮືອ ແລະ ອະນຸຍາດໃຫ້ມີການສົ່ງອອກສິນຄ້າປະເພດອາຫານ ເຊິ່ງລວມທັງເຂົ້າສາລີ ແລະ ທັນຍາພືດ ພ້ອມປຸ໋ຍຈາກອູແກຣນ ຫລັງຈາກທົ່ວໂລກເລີ່ມມີຄວາມກັງວົນເພີ່ມຂຶ້ນກ່ຽວກັບວິກິດອາຫານ.
“ຂ້າພະເຈົ້າຮູ້ສຶກດີໃຈເປັນຢ່າງຍິ່ງທີ່ປະທານາທິບໍດີ ປູຕິນ ກ່າວໄວ້ກ່ອນໜ້ານີ້ວ່າ: ທ່ານຈະໃຫ້ການຮັບປະກັນຄວາມປອດໄພສຳລັບສະບຽງອາຫານ ແລະ ປຸ໋ຍທີ່ຈັດສົ່ງຈາກຣັດເຊຍ ແລະ ອູແກຣນ. ນີ້ເປັນຂ່າວດີເພື່ອຜົນປະໂຫຍດຂອງມະນຸດ. ຂ້າພະເຈົ້າຍັງສະໜັບສະໜູນຄວາມພະຍາຍາມຂອງສະຫະປະຊາຊາດໃນການຟື້ນຟູການຈັດສົ່ງສິນຄ້າອາຫານ ແລະ ປຸ໋ຍຂອງຣັດເຊຍ ແລະ ສິນຄ້າອາຫານອູແກຣນ ກັບຄືນສູ່ຕ້ອງໂສ້ອຸປະທານຂອງໂລກອີກ” ທ່ານ ວີໂດໂດ ກ່າວ.
ຂະນະທີ່ທ່ານ ປູຕິນ ເຊິ່ງຖະແຫລງຂ່າວຄຽງຂ້າງກັນ ປະຕິເສດຂໍ້ມູນທີ່ລະບຸວ່າ: ຣັດເຊຍປິດກັ້ນການສົ່ງອອກທັນຍາພືດຈາກອູແກຣນ.
“ກອງທັບອູແກຣນໄດ້ວາງທຸ່ນລະເບີດບ່ອນທາງເຂົ້າທ່າເຮືອຂອງພວກເຂົາ ບໍ່ມີໃຜຂັດຂວາງພວກເຂົາຈາກການເຄຍທຸ່ນລະເບີດ ແລະ ເຮົາຮັບປະກັນຄວາມປອດໄພໃນການຂົນສົ່ງທັນຍາພືດອອກຈາກບ່ອນນັ້ນ”.
ຂະນະທີ່ທ່ານ ວີໂດໂດ ເປີດເຜີຍວ່າ: ທ່ານໄດ້ສົ່ງຜ່ານຂໍ້ຄວາມຈາກປະທານາທິບໍດີ ໂວໂລດິເມຍ ເຊເລນສກີ ຂອງອູແກຣນ ໃຫ້ທ່ານ ປູຕິນ ເຊິ່ງບໍ່ມີການເປີດເຜີຍລາຍລະອຽດ ແລະ ກ່າວຢືນຢັນວ່າ: ອິນໂດເນເຊຍຈະຍັງເປັນຂົວເຊື່ອມຕໍ່ສຳລັບການສື່ສານລະຫວ່າງຜູ້ນຳຂອງທັງ 2 ປະເທດ.
ທັງນີ້, ຜູ້ນຳອິນໂດເນເຊຍເປັນປະທານກຸ່ມປະເທດເສດຖະກິດຂະໜາດໃຫຍ່ G20 ຂອງປີນີ້ ເຊິ່ງມີຣັດເຊຍລວມຢູ່ໃນປະເທດສະມາຊິກນຳ ໂດຍໃນເດືອນເມສາຜ່ານມາ ອົງການສະຫະປະຊາຊາດ (UN) ໄດ້ແຕ່ງຕັ້ງທ່ານໃຫ້ເປັນ 1 ໃນ 6 ຜູ້ນຳ “ກຸ່ມຮັບມືວິກິດການໂລກ (Global Crisis Response Group)” ເຊິ່ງມີຈຸດໝາຍເພື່ອຮັບມືໄພຄຸກຄາມຈາກຄວາມອຶດຫິວທົ່ວໂລກ ທີ່ເກີດຈາກສະພາບສົງຄາມໃນອູແກຣນ.
ຂະນະທີ່ທ່ານ ວີໂດໂດ ເຜີຍວ່າ: ທ່ານໄດ້ຮຽກຮ້ອງຜູ້ນຳກຸ່ມ G7 ໃນລະຫວ່າງກອງປະຊຸມຢູ່ເຢຍລະມັນໃນອາທິດນີ້ ໃຫ້ມີຄວາມແນ່ໃຈວ່າ: ການດຳເນີນມາດຕະການຂວ້ຳບາດຕໍ່ຣັດເຊຍນັ້ນຈະບໍ່ສົ່ງຜົນກະທົບຕໍ່ການສົ່ງອອກອາຫານ ແລະ ປຸ໋ຍ.
ອ້າງອີງ: