ບາເຊໂລນາ ປ່ຽນຊື່ສະຫນາມແຂ່ງຕາມຜູ້ສະໜັບສະໜູນໃຫມ່
![- 2022 07 02 0 58 20 - ບາເຊໂລນາ ປ່ຽນຊື່ສະຫນາມແຂ່ງຕາມຜູ້ສະໜັບສະໜູນໃຫມ່ - 2022 07 02 0 58 20 - ບາເຊໂລນາ ປ່ຽນຊື່ສະຫນາມແຂ່ງຕາມຜູ້ສະໜັບສະໜູນໃຫມ່](https://www.laophattananews.com/wp-content/uploads/2022/07/2022-07-02_0-58-20.jpg)
ບາເຊໂລນາ ປ່ຽນຊື່ສະຫນາມແຂ່ງຂັນຂອງຕົນເອງ ຈາກ ຄຳ ນູ ເປັນ ສະປໍຕີຟາຍ ຄຳ ນູ ຕາມຊື່ຜູ້ສະໜັບສະໜູນຕົ້ນຕໍ ທີ່ົງເຂົ້າມາເປັນພັນທະມິດສະໂມສອນຕັ້ງແຕ່ໄລຍະກາງເດືອນມີນາຜ່ານມາ.
ບາເຊໂລນາ ສະໂມສອນໃຫຍ່ແຫ່ງເວທີ ລາ ລີກາ ສະເປນ ປະກາດຢືນຢັນຢ່າງເປັນທາງການເມື່ອວັນສຸກທີ 1 ກໍລະກົດວ່າ ໄດ້ເຮັດການປ່ຽນຊື່ສະຫນາມແຂ່ງຂອງສະໂມສອນຈາກ ຄຳ ນູ ເປັນ ສະປໍຕິຟາຍ ຄຳ ນູ ຮຽບຮ້ອຍແລ້ວ.
ສະປໍຕີຟາຍ (Spotify) ແພລດຟອມສະຕຣີມມິງຊື່ດັງລະດັບໂລກຈາກສະວີເດັນ ຕົກລົງເຂົ້າມາເປັນຜູ້ສະໜັບສະໜູນຫລັກຂອງ ບາເຊໂລນາ ພາຍໃຕ້ສັນຍາ 4 ປີ ມູນຄ່າມະຫາສານເຖິງ 280 ລ້ານຢູໂຣ ຕັ້ງແຕ່ໄລຍະກາງເດືອນມີນາ ໂດຍນອກຈາກໂລໂກ້ Spotfy ຈະປາກົດຢູ່ຫນ້າເອິກເສື້ອແຂ່ງຂອງທັງທີມຊາດ ແລະ ທີມຍິງ ບາເຊໂລນາ ເປັນເວລາ 4 ລະດູການ ເຊິ່ງຈະເລີ່ມຕັ້ງແຕ່ລະດູການ 2022/23 ເປັນຕົ້ນໄປແລ້ວ ຜະລິດຕະພັນດັ່ງກ່າວໄດ້ສິດໃຊ້ຊື່ເປັນສະຫນາມແຂ່ງຂອງສະໂມສອນນຳອີກ.
ທັງນີ້ ຖືເປັນການປ່ຽນຊື່ຄັ້ງທຳອິດໃນປະຫວັດສາດຂອງສະຫນາມ ຄຳ ນູ ນັບຕັ້ງແຕ່ກໍ່ສ້າງສຳເລັດ ແລະ ເປີດໃຊ້ຢ່າງເປັນທາງ ການເມື່ອວັນທີ 24 ກັນຍາ ປີ 1957 ຫລື ເກືອບ 65 ປີ ໂດຍປັດຈຸບັນສະຫນາມມີຄວາມບັນຈຸໄດ້ 99,354 ບ່ອນນັ່ງ.