ປກສ ຄົງເຊໂດນ ສາມາດມ້າງຄະດີ ຄ້າຂາຍຢາເສບຕິດໄດ້ 46 ເລື່ອງ ຢຶດຢາບ້າ 8.011 ເມັດ

- 292076543 1930488027154968 380172265960476387 n - ປກສ ຄົງເຊໂດນ ສາມາດມ້າງຄະດີ ຄ້າຂາຍຢາເສບຕິດໄດ້ 46 ເລື່ອງ ຢຶດຢາບ້າ 8.011 ເມັດ
- kitchen vibe - ປກສ ຄົງເຊໂດນ ສາມາດມ້າງຄະດີ ຄ້າຂາຍຢາເສບຕິດໄດ້ 46 ເລື່ອງ ຢຶດຢາບ້າ 8.011 ເມັດ

ພັນໂທ ສີສຸກ ຈັນທະລັງສີ ຫົວໜ້າກອງບັນຊາການປ້ອງກັນຄວາມສະຫງົບເມືອງຄົງເຊໂດນ ແຂວງສາ ລະວັນ ລາຍງານວ່າ: ໃນການແກ້ໄຂບັນຫາຢາເສບຕິດຜ່ານມາເຖິງວ່າເຮັດໄດ້ຕໍ່ເນື່ອງ ແລະ ຫລາຍດ້ານສຳເລັດ, ແຕ່ບາງດ້ານກໍພົບກັບຄວາມຫຍຸ້ງຍາກ, ສິ່ງທ້າທາຍ ໂດຍສະເພາະການມີສ່ວນຮ່ວມຂອງສັງຄົມ ບໍ່ເຂັ້ມແຂງເທົ່າທີ່ຄວນ, ຍັງປິດບັງຂໍ້ມູນຕໍ່ເຈົ້າໜ້າທີ່.

ສຳລັບການປະຕິບັດວາລະແຫ່ງຊາດວ່າດ້ວຍການແກ້ໄຂບັນຫາຢາເສບຕິດ ໄດ້ເພີ່ມທະວີຄວາມຮັບຜິດຊອບເປັນຂອງທົ່ວປວງຊົນຢ່າງກົມກຽວ, ເຮັດເປັນຈຸດສຸມ ເຮັດໃຫ້ສາມາດສັງລວມເປົ້າໝາຍ 4.033 ຄົນ, ຍິງ 494 ຄົນ, ໃນນັ້ນ ເປົ້າໝາຍຂາຍ 128 ຄົນ, ຍິງ 7 ຄົນ ແລະ ເປົ້າໝາຍເສບ 2.985 ຄົນ, ຍິງ 14 ຄົນ.

ນອກນີ້ຍັງຂຶ້ນບັນຊີເປົ້າໝາຍທີ່ເປັນປາກົດການຫຍໍ້ທໍ້ຕ່າງໆ ເຊັ່ນ: ຫລິ້ນການພະນັນ, ຂາຍເລກເຖື່ອນ, ຂີ້ລັກງັດແງະ, ມີອາວຸດລ່າສັດ, ນັກເລງອັນຕະພານ ແລະ ບັນຫາອື່ນໆ ໄປພ້ອມກັບການສ້າງບົດບັນທຶກຮ່ວມໂດຍຊ້ອງໜ້າຜູ້ປົກຄອງ, ອົງການປົກຄອງບ້ານ ແລະ ເປັນບ່ອນອີງຕິດຕາມ, ກວດກາ, ປະເມີນຕໍ່ໄປ.

ຫົວໜ້າກອງບັນຊາການ ປກສ ເມືອງຄົງເຊໂດນ ໃຫ້ຮູ້ອີກວ່າ: ຈາກການຕະລຸມບອນແກ້ໄຂບັນຫາຢາເສບຕິດ ສາມາດມ້າງຄະດີຄ້າຂາຍຢາເສບຕິດໄດ້ 46 ເລື່ອງ, ຈັບຕ້ອງຫາໄດ້ 65 ຄົນ, ຍິງ 3 ຄົນ, ຢຶດຂອງກາງ ປະເພດຢາບ້າ 8.011 ເມັດ, ເງິນ 188 ລ້ານກວ່າກີບ, ລົດກະບະວິໂກ້ 1 ຄັນ, ລົດຈັກ 4 ຄັນ ແລະ ວັດຖຸອື່ນໆອີກຈຳນວນໜຶ່ງ ທັງໄດ້ແກ້ໄຂຈຸດມົ້ວສຸມຢາເສບຕິດ 7 ຈຸດ, ສຶກສາອົບຮົມເປົ້າໝາຍ ທັງດັດສ້າງຢູ່ຄ້າຍຄຸມຂັງ, ຈຳນວນໜຶ່ງຄອບຄົວສົ່ງເຂົ້າສູນບຳບັດ ແລະ ພວມດຳເນີນຄະດີ 9 ເລື່ອງ.

- 5 - ປກສ ຄົງເຊໂດນ ສາມາດມ້າງຄະດີ ຄ້າຂາຍຢາເສບຕິດໄດ້ 46 ເລື່ອງ ຢຶດຢາບ້າ 8.011 ເມັດ
- 4 - ປກສ ຄົງເຊໂດນ ສາມາດມ້າງຄະດີ ຄ້າຂາຍຢາເສບຕິດໄດ້ 46 ເລື່ອງ ຢຶດຢາບ້າ 8.011 ເມັດ
- 3 - ປກສ ຄົງເຊໂດນ ສາມາດມ້າງຄະດີ ຄ້າຂາຍຢາເສບຕິດໄດ້ 46 ເລື່ອງ ຢຶດຢາບ້າ 8.011 ເມັດ