ຫລວງພະບາງກວດພົບລົດນໍາເຂົ້າບໍ່ຖືກຕ້ອງ ແລະ ນໍາໃຊ້ບໍ່ຖືກເປົ້າໝາຍ ໜ່ວຍສະເພາະກິດຂັ້ນແຂວງມີ 2.919 ຄັນ

- 291706244 757426329039403 606153054997642059 n - ຫລວງພະບາງກວດພົບລົດນໍາເຂົ້າບໍ່ຖືກຕ້ອງ ແລະ ນໍາໃຊ້ບໍ່ຖືກເປົ້າໝາຍ ໜ່ວຍສະເພາະກິດຂັ້ນແຂວງມີ 2.919 ຄັນ
- kitchen vibe - ຫລວງພະບາງກວດພົບລົດນໍາເຂົ້າບໍ່ຖືກຕ້ອງ ແລະ ນໍາໃຊ້ບໍ່ຖືກເປົ້າໝາຍ ໜ່ວຍສະເພາະກິດຂັ້ນແຂວງມີ 2.919 ຄັນ

ກອງປະຊຸມສະຫຼຸບວຽກງານເຕັກນິກ 5 ປີ (2017–2021) ແລະ ວາງຄາດໝາຍສູ້ຊົນ 2022–2023 ຂອງກອງບັນຊາການທະຫານແຂວງຫຼວງພະບາງ ໄດ້ຈັດຂຶ້ນຫວ່າງບໍ່ດົນມານີ້, ໂດຍການເປັນປະທານຂອງສະຫາຍ ພັນເອກ ວິລ່ຽມ ວົງທິສານ ຮັກສາການເລຂາຄະນະພັກ ຫົວໜ້າການທະຫານກອງບັນຊາການທະຫານແຂວງຫຼວງພະບາງ, ມີສະຫາຍ ພັນເອກ ຄໍາບົງ ໄຊຍະວົງສາ ຮອງກອງບັນຊາການ ຫົວໜ້າຫ້ອງເຕັກນິກທະຫານແຂວງ, ມີພະນັກງານຫຼັກແຫຼ່ງເຂົ້າຮ່ວມ.

ສະຫາຍ ພັນໂທ ບົວວອນ ສຸລິວົງ ຮອງເລຂາຄະນະພັກ ຮອງຫົວໜ້າຫ້ອງເຕັກນິກທະຫານແຂວງໃຫ້ຮູ້ວ່າ: ຜ່ານມາຄະນະພັກໄດ້ເປັນເຈົ້າການຊີ້ນໍາໆພາ ປະສານສົມທົບກັບບັນດາອົງການທີ່ກ່ຽວຂ້ອງປັບປຸງການຈັດ ຕັ້ງກໍາລັງເຕັກນິກ ເພື່ອດໍາເນີນວຽກງານເຕັກນິກຖືກຕ້ອງຕາມຂໍ້ກໍານົດ, ຮັບປະກັນການປະກອບອາວຸດ-ຍຸດໂທປະກອນເຕັກນິກຕາມຊະນິດໃຫ້ທັນເວລາໃຫ້ແກ່ການອົບຮົມ-ຫັດແອບກຽມພ້ອມສູ້ຮົບ ແລະ ສູ້ຮົບຕາມຄໍາສັ່ງຂອງຂັ້ນເທິງ, ການກຽມນໍາໃຊ້, ການປົກປັກຮັກສາ, ການບົວລະບັດເຕັກນິກ, ການເກັບມ້ຽນຍາວນານ, ການຕໍ່ອາຍຸ ນໍາໃຊ້, ການສ້ອມແປງຟື້ນຟູ, ດັດແປງພາຫະນະອາວຸດຍຸດໂທປະກອນເຕັກນິກ ຊຶ່ງຜ່ານມາສາມາດຮັບປະກັນວຽກງານເຕັກນິກ, ວຽກງານຄຸ້ມຄອງພາຫະນະ, ວຽກງານຄຸ້ມຄອງອາວຸດ-ກະສູນ, ວຽກງານເຕັກນິກເຫຼົ່າຮົບ, ວຽກງານປັບປຸງກໍ່ສ້າງຄ້າຍຄູ ແລະ ວຽກງານພົວພັນຮ່ວມມືກັບຕ່າງປະເທດ.

- Visit Laos Visit SALANA BOUTIQUE HOTEL - ຫລວງພະບາງກວດພົບລົດນໍາເຂົ້າບໍ່ຖືກຕ້ອງ ແລະ ນໍາໃຊ້ບໍ່ຖືກເປົ້າໝາຍ ໜ່ວຍສະເພາະກິດຂັ້ນແຂວງມີ 2.919 ຄັນ
- Visit Laos Visit SALANA BOUTIQUE HOTEL - ຫລວງພະບາງກວດພົບລົດນໍາເຂົ້າບໍ່ຖືກຕ້ອງ ແລະ ນໍາໃຊ້ບໍ່ຖືກເປົ້າໝາຍ ໜ່ວຍສະເພາະກິດຂັ້ນແຂວງມີ 2.919 ຄັນ

ອັນພົ້ນເດັ່ນຜ່ານມາໄດ້ເຂົ້າຮ່ວມອະນຸກໍາມະການກວດກາຕີລາຄາລົດນໍາເຂົ້າບໍ່ຖືກຕ້ອງ ແລະ ນໍາໃຊ້ບໍ່ຖືກເປົ້າໝາຍນໍາໜ່ວຍສະເພາະກິດຂັ້ນແຂວງມີ 2.919 ຄັນ, ໃນນັ້ນມີລົດຈັກ 1.990 ຄັນ, ລົດໃຫຍ່ 929 ຄັນ, ສໍາເລັດການຈັດຊື້ລົດເຊອາ 10 ປະກອບໃຫ້ບັນດາກົມກອງ ເພື່ອນໍາໃຊ້ເຂົ້າໃນການຂົນສົ່ງກໍາລັງພົນ, ວັດຖຸສິ່ງຂອງ ແລະ ຊ່ວຍເຫຼືອກອບກູ້ໄພພິບັດທໍາມະຊາດd

ມາຮອດປັດຈຸບັນດ້ານອາວຸດ-ຍຸດໂທປະກອນສາມາດກຽມພ້ອມສູ້ຮົບ 92,92%, ປືນກໍາລັງໄຟແບກຫາບ 75%, ຄຸນນະພາບເຕັກນິກ 95% ແລະ ລູກປືນກໍາລັງໄຟແບກຫາບກວມເອົາ 95%, ນອກຈາກນີ້ຍັງໄດ້ສ້ອມແປງພາຫະນະທຸກຊະນິດ 279 ຄັ້ງ, ລົດເບົາ 209 ຄັ້ງ, ລົດກາງ 57 ຄັ້ງ ແລະ ລົດໜັກ 13 ຄັ້ງ ພ້ອມກັນນີ້ຍັງໄດ້ເຮັດສີລົດ 15 ຄັ້ງ, ຜະລິດເຮືອເຫຼັກ, ຈອດຫຼັງຄາເຫຼັກ 3 ຫຼັງ, ຈອດເຮືອນສາງເຄື່ອງ 2 ຫຼັງ ແລະ ຈອດປະຕູຮົ້ວ ແລະ ອື່ນໆຕື່ມອີກ.

ພ້ອມນີ້ຍັງສໍາເລັດການກໍ່ສ້າງຫ້ອງການ 2 ຊັ້ນຫຼັງໃໝ່ 100% ນອກຈາກນັ້ນກົມກອງຍັງໄດ້ລ້ຽງງົວ, ປູກພືດຕາມລະດູການ ຊຶ່ງສາມາດເພິ່ງຕົນເອງ, ກຸ້ມຕົນເອງ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນເອງ.

ໂອກາດນີ້, ສະຫາຍ ພັນເອກ ວິລ່ຽມ ວົງທິສານ ໄດ້ມີຄໍາເຫັນເນັ້ນໜັກໃຫ້ຄະນະພັກເອົາໃຈໃສ່ສຶກສາອົບຮົມການເມືອງນໍາພາແນວຄິດພະນັກງານ-ນັກຮົບ, ຍົກສູງສະຕິຕໍ່ການຈັດຕັ້ງ, ດ້ວຍການເຄົາລົບ ແລະ ປະຕິ ບັດຂໍ້ກໍານົດກົດລະບຽບຂອງກອງທັບ, ລະບຽບກົດໝາຍຂອງລັດໃຫ້ເຂັ້ມງວດ, ມີຄວາມຈົງຮັກພັກດີຕໍ່ພັກ-ລັດ, ຮັກບ້ານເກີດເມືອງນອນຂອງຕົນ, ພ້ອມຮຽກຮ້ອງໃຫ້ສືບຕໍ່ປົກປັກຮັກສາ ແລະ ບົວລະບັດພາຫະນະ, ອາວຸດ-ຍຸດໂທປະກອນທີ່ຂັ້ນເທິງປະກອບໃຫ້ຮັບປະກັນກຽມພ້ອມສູ້ຮົບໄດ້ທຸກເວລາ.

- 4 - ຫລວງພະບາງກວດພົບລົດນໍາເຂົ້າບໍ່ຖືກຕ້ອງ ແລະ ນໍາໃຊ້ບໍ່ຖືກເປົ້າໝາຍ ໜ່ວຍສະເພາະກິດຂັ້ນແຂວງມີ 2.919 ຄັນ
- 5 - ຫລວງພະບາງກວດພົບລົດນໍາເຂົ້າບໍ່ຖືກຕ້ອງ ແລະ ນໍາໃຊ້ບໍ່ຖືກເປົ້າໝາຍ ໜ່ວຍສະເພາະກິດຂັ້ນແຂວງມີ 2.919 ຄັນ
- 3 - ຫລວງພະບາງກວດພົບລົດນໍາເຂົ້າບໍ່ຖືກຕ້ອງ ແລະ ນໍາໃຊ້ບໍ່ຖືກເປົ້າໝາຍ ໜ່ວຍສະເພາະກິດຂັ້ນແຂວງມີ 2.919 ຄັນ