ເລືອກດື່ມເກືອແຮ່ໃຫ້ເປັນ ທົດແທນນຳ້ໃຫ້ຖືກວິທີ.

- image 1 - ເລືອກດື່ມເກືອແຮ່ໃຫ້ເປັນ ທົດແທນນຳ້ໃຫ້ຖືກວິທີ.
- kitchen vibe - ເລືອກດື່ມເກືອແຮ່ໃຫ້ເປັນ ທົດແທນນຳ້ໃຫ້ຖືກວິທີ.

     

ຫາກທ່ານຮູ້ສຶກອ່ອນເພຍຈາກການສູນເສຍນຳ້ ເນື່ອງຈາກຖອກທ້ອງ, ຮາກ ຫລື ຈາກການອອກກຳລັງກາຍ ການດື່ມເກືອແຮ່ມັກເປັນໂຕເລືອກໜຶ່ງທີ່ຫລາຍໆທ່ານນຶກເຖິງສຳລັບທົດແທນນຳ້ທີ່ສູນເສຍໄປ, ແຕ່ຮູ້ຫລືບໍ່ວ່າການເລືອກດື່ມເກືອແຮ່ທົດແທນໃຫ້ເໝາະສົມກັບສະພາບຂອງຮ່າງກາຍນັ້ນສຳຄັນເປັນຢ່າງຍິ່ງ.

- Visit Laos Visit SALANA BOUTIQUE HOTEL - ເລືອກດື່ມເກືອແຮ່ໃຫ້ເປັນ ທົດແທນນຳ້ໃຫ້ຖືກວິທີ.
- Visit Laos Visit SALANA BOUTIQUE HOTEL - ເລືອກດື່ມເກືອແຮ່ໃຫ້ເປັນ ທົດແທນນຳ້ໃຫ້ຖືກວິທີ.

ເກືອແຮ່ ແມ່ນແຮ່ທາດທີ່ຊ່ວຍທົດແທນການສູນເສຍນຳ້ ແລະ ແຮ່ທາດຕ່າງໆມີຄຸນສົມບັດຊ່ວຍເພີ່ມພະລັງງານ, ແຮ່ທາດ ແລະ ນຳ້ໃນຮ່າງກາຍ ໂດຍໃນແຕ່ລະມື້ຮ່າງກາຍຕ້ອງການເກືອແຮ່ໃນປະລິມານພຽງເລັກໜ້ອຍເພື່ອເຮັດໃຫ້ຮ່າງກາຍຂອງເຮົາເຮັດວຽກໄດ້ຢ່າງເປັນປົກກະຕິ.

ຊະນິດຂອງເກືອແຮ່ແບ່ງອອກເປັນ 2 ກຸ່ມຕາມຄວາມຕ້ອງການຂອງຮ່າງກາຍ ດັ່ງນີ້ :

  1. ເກືອແຮ່ຫລັກ : ກຸ່ມຂອງແຮ່ທາດທີ່ຮ່າງກາຍຕ້ອງການຫລາຍກ່ວາ 100 ມິນລີກຣາມຂຶ້ນໄປ ຈຳພວກທາດການຊຽມ, ຟົສຟໍ, ໂປຕັສຊຽມ, ແມັກນີຊຽມ, ໂຊດຽມ, ກຳມະຖັນ ແລະ ຄລໍໄຣ.
  2. ເກືອແຮ່ຮອງ : ກຸ່ມຂອງແຮ່ທາດທີ່ຮ່າງກາຍຕ້ອງການໜ້ອຍກ່ວາ 100 ມິນລີກຣາມ, ແຕ່ແຮ່ທາດກຸ່ມນີ້ກໍຍັງມີຄວາມສຳຄັນຕໍ່ການເຮັດວຽກຂອງຮ່າງກາຍ ຈຳພວກທາດເຫລັກ, ສັງກະສີ, ຊີລີນຽມ, ທອງແດງ, ໄອໂອດີນ, ໂຄບອລ, ຟລູອໍໄຣ ເປັນຕົ້ນ.

+ ຈະເກີດຫຍັງຂຶ້ນຫາກຂາດຄວາມດຸ່ນດ່ຽງຂອງເກືອແຮ່ໃນຮ່າງກາຍ ? ການຂາດຄວາມດຸ່ນດ່ຽງຂອງເກືອແຮ່ສາມາດພົບໄດ້ໃນຄົນທີ່ສູນເສຍນຳ້ໃນຮ່າງກາຍຫລາຍ ເຊັ່ນ : ເສຍເຫື່ອຈາກການອອກກຳລັງກາຍ, ຮາກ ຫລື ຖອກທ້ອງ ເປັນຕົ້ນ ຫາກຮ່າງກາຍເສຍຄວາມດຸ່ນດ່ຽງເກືອແຮ່ໃນປະລິມານຫລາຍໆ ອາດມີອາການສະແດງອອກພຽງເລັກໜ້ອຍ ຫລື ອາດຮຸນແຮງຈົນກໍ່ໃຫ້ເກີດອັນຕະລາຍເຖິງຊີວິດໄດ້ ໂຕຢ່າງອາການສະແດງຕ່າງໆໄດ້ແກ່ : ບໍ່ມີແຮງ, ປາກແຫ້ງ, ປາກຈືດ, ຜິວແຫ້ງ, ຍ່ຽວໜ້ອຍຜິດປົກກະຕິ ຫລື ອາດເຖິງຂັ້ນຫົວໃຈເຕັ້ນຜິດປົກກະຕິ ເປັນຕົ້ນ. ດັ່ງນັ້ນ, ການທົດແທນການສູນເສຍນຳ້ໂດຍການກິນເກືອແຮ່ທົດແທນ ເພື່ອປ້ອງກັນການເສຍຄວາມດຸ່ນດ່ຽງເກືອແຮ່ໃນຮ່າງກາຍຈຶ່ງເປັນສິ່ງສຳຄັນ ແລະ ບໍ່ຄວນຖືເບົາເປັນຢ່າງຍິ່ງ.

+ ເກືອແຮ່ທົດແທນເພື່ອຊົດເຊີຍການສູນເສຍນຳ້ໃນຮ່າງກາຍມີ 2 ປະເພດ ແຕກຕ່າງກັນຈາກອັດຕາສ່ວນຂອງແຮ່ທາດ ແລະ ນຳ້ຕານທີ່ບັນຈຸໃນຜະລິດຕະພັນ ດັ່ງນີ້ :

  1. ເກືອແຮ່ສຳລັບຄົນປ່ວຍຖອກທ້ອງ : ຖືເປັນຜະລິດຕະພັນທາງການແພດ, ໃຊ້ສຳລັບການທົດແທນການສູນເສຍນຳ້ຈາກການຮາກ ຫລື ຖອກທ້ອງ, ຜະລິດຕະພັນມັກຢູ່ໃນຮູບແບບຝຸ່ນຜົງບັນຈຸຊອງ (ໂອລາລິດ) ເພື່ອເອົາໄປລະລາຍນຳ້ແລ້ວດື່ມ ເຊິ່ງມີປະລິມານເກືອແຮ່ ເຊັ່ນ : ໂຊດຽມ ເປັນຫລັກ.
  2. ເກືອແຮ່ສຳລັບຜູ້ທີ່ເສຍເຫື່ອຈາກການອອກກຳລັງກາຍ : ຖືເປັນອາຫານ ແລະ ເຄື່ອງດື່ມ, ໃຊ້ສຳລັບທົດແທນການສູນເສຍນຳ້ພາຍຫລັງການອອກກຳລັງກາຍເທົ່ານັ້ນ, ຜະລິດຕະພັນມັກຢູ່ໃນຮູບແບບເຄື່ອງດື່ມພ້ອມດື່ມບັນຈຸກວດແກ້ວ ເຊິ່ງມີປະລິມານນຳ້ຕານ ເຊັ່ນ : ກລູໂກສ ເປັນຫລັກ.

+ ເກືອແຮ່ທັງ 2 ຊະນິດສາມາດທົດແທນນຳ້ໄດ້ຫລືບໍ່ ? “ບໍ່ແນະນຳ” ໃຫ້ຜູ້ທີ່ມີອາການຖອກທ້ອງດື່ມເກືອແຮ່ທົດແທນສຳລັບການອອກກຳລັງກາຍ ເນື່ອງຈາກຮ່າງກາຍຈະສູນເສຍນຳ້ ແລະ ແຮ່ທາດຢ່າງກະທັນຫັນຈາກອາການຖອກທ້ອງ ຫລື ຮາກ ເຊິ່ງຄວນໄດ້ຮັບການທົດແທນໃນທັນທີ ແຕກຕ່າງຈາກການອອກກຳລັງກາຍທີ່ຮ່າງກາຍສູນເສຍນຳ້ ແລະ ນຳ້ຕານເປັນຫລັກ ແລະ ເສຍແຮ່ທາດໜ້ອຍ ໂດຍເກືອແຮ່ທົດແທນທີ່ກ່າວໄວ້ຂ້າງເທິງ ເກືອແຮ່ສຳລັບຜູ້ອອກກຳລັງກາຍຈະມີປະລິມານນຳ້ຕານທີ່ຫລາຍກ່ວາ. ດັ່ງນັ້ນ, ຫາກຜູ້ປ່ວຍຖອກທ້ອງດື່ມເກືອແຮ່ສຳລັບອອກກຳລັງກາຍ ນຳ້ຕານທີ່ມີປະລິມານຫລາຍໃນເຄື່ອງດື່ມຈະດຶງເອົານຳ້ເຂົ້າສູ່ທາງເດີນອາຫານເພີ່ມຫລາຍຂຶ້ນ ເຮັດໃຫ້ລຳໄສ້ບີບໂຕ ແລະ ສົ່ງຜົນໃຫ້ເກີດອາການຖອກທ້ອງຫລາຍຂຶ້ນອີກໃນເວລາຕໍ່ມາ. ທ່ານສາມາດປຶກສາທ່ານໝໍເພື່ອຮັບຄຳແນະນຳໃນການເລືອກກິນເກືອແຮ່ທົດແທນທີ່ເໝາະສົມ ແລະ ປອດໄພສຳລັບສະພາບຮ່າງກາຍຕ່າງໆໄດ້.

+ ຄຳແນະນຳສຳລັບການໃຊ້ຝຸ່ນເກືອແທ່ (ທະເລຝຸ່ນ) ສຳລັບຜູ້ປ່ວຍຖອກທ້ອງມີດັ່ງນີ້ :

  • ເທຝຸ່ນເກືອແຮ່ (ທະເລຝຸ່ນ ຫລື ໂອລາລິດ) ລະລາຍໃນນຳ້ຕົ້ມສຸກທີ່ເຢັນແລ້ວ 1 ຈອກ ປະລິມານ 150 – 200 ມິນລີລິດ ຫລື ປະລິມານຕາມທີ່ສະຫລາກຂ້າງຊອງລະບຸ.
  • ດື່ມເກືອແຮ່ໂດຍການດື່ມຊ້າໆແທນນຳ້ ເມື່ອເລີ່ມມີອາການຖອກທ້ອງ ຫລື ຮາກ.
  • ເມື່ອລະລາຍນຳ້ແລ້ວ ຄວນດື່ມພາຍໃນ 24 ຊົ່ວໂມງ ຫາກດົນເກີນນັ້ນ ບໍ່ແນະນຳໃຫ້ເອົາມາດື່ມຕໍ່.

+ ຂໍ້ຄວນລະວັງໃນການດື່ມເກືອແຮ່ :

  • ຄວນລະມັດລະວັງການໃຊ້ເກືອແຮ່ໃນຄົນທີ່ມີການເຮັດວຽກຂອງຫົວໃຈ ແລະ ໝາກໄຂ່ຫລັງຜິດປົກກະຕິ.
  • ບໍ່ຄວນໃຊ້ເກືອແຮ່ໃນຄົນທີ່ມີອາການຖອກທ້ອງຢ່າງຮຸນແຮງ ເຊິ່ງອາດຈະນຳໄປສູ່ອາການຂາດນຳ້ ໂດຍອາດມີອາການປາກແຫ້ງ, ຄໍແຫ້ງ, ເຫລືອຈືດ, ກະຫາຍນຳ້, ຜິວແຫ້ງ, ຍ່ຽວໜ້ອຍ – ມີສີເຂັ້ມ, ສັບສົນ ແນະນຳໃຫ້ຮີບພາໄປໂຮງໝໍ.
  • ບໍ່ແນະນຳໃຫ້ປະສົມກັບນົມ ຫລື ນຳ້ໝາກໄມ້ ເນື່ອງຈາກອາດສົ່ງຜົນໃຫ້ປະລິມານອັດຕາສ່ວນສານໃນສາຍລະລາຍເກືອແຮ່ປ່ຽນແປງໄດ້.
- 3 - ເລືອກດື່ມເກືອແຮ່ໃຫ້ເປັນ ທົດແທນນຳ້ໃຫ້ຖືກວິທີ.
- 5 - ເລືອກດື່ມເກືອແຮ່ໃຫ້ເປັນ ທົດແທນນຳ້ໃຫ້ຖືກວິທີ.
- 4 - ເລືອກດື່ມເກືອແຮ່ໃຫ້ເປັນ ທົດແທນນຳ້ໃຫ້ຖືກວິທີ.