ປິດປໍ້າຂາຍນໍ້າມັນເກີນລາຄາ ແລະ ຂາຍເປັນເງິນຕາຕ່າງປະເທດ
July 4, 2022 - 2:09 PM
![- 291945793 158774106680686 7313351886414117229 n - ປິດປໍ້າຂາຍນໍ້າມັນເກີນລາຄາ ແລະ ຂາຍເປັນເງິນຕາຕ່າງປະເທດ - 291945793 158774106680686 7313351886414117229 n - ປິດປໍ້າຂາຍນໍ້າມັນເກີນລາຄາ ແລະ ຂາຍເປັນເງິນຕາຕ່າງປະເທດ](https://www.laophattananews.com/wp-content/uploads/2022/07/291945793_158774106680686_7313351886414117229_n.jpg)
ພະແນກອຸດສາຫະກຳ ແລະ ການຄ້າ ແຂວງບໍ່ແກ້ວ ລາຍງານວ່າ: ຂອງວັນທີ 3 ກໍລະກົດ 2022 ເຈົ້າໜ້າທີ່ກວດກາການຄ້າພາຍໃນ ໄດ້ລົງຕິດຕາມ, ກວດກາການຈໍາໜ່າຍນໍ້າມັນເຊື້ອໄຟ ພາຍໃນເທສະບານແຂວງບໍ່ແກ້ວພົບເຫັນ 2 ຫົວໜ່ວຍ ທີ່ມີການຂາຍນໍ້າມັນເກີນລາຄາທີ່ ແລະ ຂາຍນໍ້າມັນເປັນສະກຸນເງິນຕາຕ່າງປະເທດ.
ສະນັ້ນ, ທາງເຈົ້າໜ້າທີ່ກວດກາຈຶ່ງໄດ້ສ້າງບົດບັນທຶກກັບປໍ້ານໍ້າມັນບ້ານຈ້ວມ ແລະ ບ້ານຫ້ວຍດິນຈີ່ ພ້ອມທັງໃສ່ກະແຈ, ລ໋ອກຫົວຈ່າຍນໍ້າມັນ ເພື່ອໃຫ້ຜູ້ກ່ຽວປິດການບໍລິການຊົ່ວຄາວ ຈົນກວ່າຈະດໍາເນີນການແກ້ໄຂໃຫ້ສອດຄ່ອງຕາມຂັ້ນຕອນຂອງລະບຽບກົດໝາຍສໍາເລັດ ຈຶ່ງອະນຸຍາດໃຫ້ເປີດຂາຍຄືນໃໝ່.
ພົບເຫັນການຈໍາໜ່າຍ ຫຼື ຂາຍນໍ້າມັນເຊື້ອໄຟ ເກີນລາຄາທີ່ລັດກໍານົດໃນແຕ່ລະໄລຍະ ໂທແຈ້ງສາຍດ່ວນ 1510 ຫຼື ເຈົ້າໜ້າທີ່ກວດກາການຄ້າ 02055884442, 02059127300
ຂ່າວ: ຂະແໜງການຄ້າພາຍໃນ