ກະຊວງ ຖວທ ສະເໜີຮ່າງກົດໝາຍວ່າດ້ວຍວິຈິດສິນ
ໃນວາລະດຳເນີນກອງປະຊຸມສະໄໝສາມັນເທື່ອທີ 3 ຂອງສະພາແຫ່ງຊາດຊຸດທີ IX ວັນທີ 4 ກໍລະກົດ 2022 ພາຍໃຕ້ການເປັນປະທານຂອງທ່ານ ຄຳໃບ ດຳລັດ ຮອງປະທານສະພາແຫ່ງຊາດ, ພາຍຫລັງທ່ານ ວັນສີ ກົວມົວ ຮອງລັດຖະມົນຕີກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ໄດ້ສະເໜີຮ່າງກົດໝາຍວ່າດ້ວຍວິຈິດສິນ ທີ່ປະກອບມີ 11 ພາກ, 9 ໝວດ ແລະ 87 ມາດຕາແລ້ວ, ສະມາຊິກສະພາແຫ່ງຊາດເຂດເລືອກຕັ້ງຕ່າງໆໄດ້ປະກອບຄຳຄິດຄຳເຫັນໃສ່ຮ່າງກົດໝາຍດັ່ງກ່າວເພື່ອໃຫ້ມີເນື້ອໃນຄົບຖ້ວນ, ສົມບູນ, ຮັດກຸມ, ສາມາດນຳໄປຈັດຕັ້ງປະຕິບັດກັບຂະແໜງການກ່ຽວຂ້ອງໄດ້ຢ່າງມີປະສິດທິພາບ ແລະ ປະສິດສິຜົນ.
ທ່ານ ວັນສີ ກົວມົວ ຍົກໃຫ້ເຫັນເຫດຜົນ ແລະ ຄວາມຈຳເປັນໃນການສ້າງກົດໝາຍດັ່ງກ່າວວ່າ: ໃນຂະບວນວິວັດການເຊື່ອມໂຍງກັບສາກົນ, ການເຂົ້າເປັນສະມາຄົມອາຊຽນ ແລະ ການເຂົ້າເປັນສະມາຊິກອົງ ການການຄ້າໂລກແນ່ນອນຈະເກີດຂໍ້ຂັດແຍ່ງໃນການດຳເນີນການແກ້ໄຂຂະບວນການຍຸຕິທຳຕາມກົດໝາຍລະຫວ່າງຊາດ ຫລື ສົນທິສັນຍາສາກົນທີ່ລັດຖະບານສປປ ລາວ ເປັນພາຄີ ຈຶ່ງເລັ່ງທວງໃຫ້ລັດເຮົາຕ້ອງໄດ້ປັບປຸງດຳລັດວ່າດ້ວຍວິຈິດສິນໃຫ້ເປັນກົດໝາຍວ່າດ້ວຍວິຈິດສິນ.
ພ້ອມກັນນັ້ນເມື່ອທ້າຍປີ 2015 ເຫັນວ່າລັດຖະບານແຫ່ງສປປ ລາວ ໄດ້ເປັນພາຄີ 2 ສົນທິສັນຍາຄື ສົນທິສັນຍາວ່າດ້ວຍການເກືອດຫ້າມ, ສະກັດກັ້ນ, ການນຳເຂົ້າ-ສົ່ງອອກ ແລະ ປ່ຽນໂອນກຳມະສິດຊັບສິນທາງວັດທະນະທໍາທີ່ຜິດກົດໝາຍ ຫລື ສົນທິສັນຍາສາກົນ 1970 ແລະ ສົນທິສັນຍາສາກົນວ່າດ້ວຍຊັບສິນທາງວັດທະນະທຳທີ່ຖືກລັກລອບ ຫລື ສົ່ງອອກຜິດກົດໝາຍ ຫລື ສົນທິສັນຍາສາກົນ 1995 ໂດຍສົນທິສັນຍາທັງ 2 ສະບັບນີ້ໄດ້ກຳນົດຄຳນິຍາມ, ມາດຕະການ ແລະ ລະບຽບການຂອງສົນທິສັນຍາ.
ການປັບປຸງດຳລັດວິຈິດສິນໃຫ້ເປັນກົດໝາຍວ່າດ້ວຍວິຈິດສິນ ໄດ້ຫັນເນື້ອໃນຂອງສົນທິສັນຍາສາກົນເຂົ້າໃນກົດໝາຍເພື່ອສ້າງຄວາມເຊື່ອໝັ້ນໃຫ້ແກ່ສາກົນ ແລະເຮັດໃຫ້ການຈັດຕັ້ງປະຕິບັດກົດໝາຍດັ່ງກ່າວມີປະ ສິດທິພາບ ແລະ ປະສິດທິຜົນ, ການປັບປຸງກົງຈັກໃຫ້ແທດເໝາະກັບສະພາບຄວາມເປັນຈິງຂອງລາວ ໂດຍສະເພາະການໂຮມບັນດາກົມກອງໃຫ້ກະທັດຫັດ ແລະ ໜັກແໜ້ນເຂັ້ມແຂງ.
ພ້ອມນັ້ນກໍໄດ້ເພີ່ມພາກ ສະມາຄົມ ທີ່ເປັນຕົວແທນຂອງປະຊາຊົນລາວບັນດາເຜົ່າໃຫ້ມີບົດບາດ ແລະ ມີສ່ວນຮ່ວມຢ່າງຈິງຈັງໃນການອະນຸລັກ, ປົກປັກຮັກສາສິລະປະວັດທະນະທຳ, ປະຫວັດສາດ ແລະ ທຳມະຊາດ.
ທ່ານ ວັນສີ ກ່າວອີກວ່າ: ຍ້ອນເຫັນໄດ້ຄວາມສໍາຄັນ ແລະ ຄວາມຈໍາເປັນ, ກະຊວງ ຖວທ ຈຶ່ງໄດ້ແຕ່ງ ຕັ້ງຄະນະຮັບຜິດຊອບ ປັບປຸງດຳລັດວິຈິດສິນໃຫ້ເປັນກົດໝາຍວ່າດ້ວຍວິຈິດສິນເພື່ອສຶກສາ, ຄົ້ນຄວ້າສົນ ທິສັນຍາສາກົນ, ກົດໝາຍຂອງຕ່າງປະເທດ ແລະ ໄດ້ເລືອກເຟັ້ນເອົາບົດຮຽນຕ່າງໆຂອງບັນດາປະເທດໃກ້ຄຽງມາປັບປຸງກົດໝາຍສະບັບນີ້ໃຫ້ສອດຄ່ອງກັບແນວທາງນະໂຍບາຍຂອງພັກ, ສອດຄ່ອງກັບລະບຽບຂັ້ນຕອນ, ເຕັກນິກການປັບປຸງກົດໝາຍ, ສອດຄ່ອງກັບສະພາບຄວາມເປັນຈິງຂອງການພັດທະນາເສດຖະກິດ-ສັງຄົມຂອງປະເທດເຮົາ ທັງໃຫ້ສອດຄ່ອງກັບຫລັກການລວມຂອງອາຊຽນ ແລະອົງການອຸຍແນສໂກ ແລະ ອົງການສະຫະປະຊາຊາດ ທີ່ສປປ ລາວ ຮ່ວມລົງນາມແລະ ເປັນພາຄີ.