70% ຂອງຄອບຄົວທັງໝົດໃນສີລັງກາ ຫລຸດຜ່ອນການບໍລິໂພກອາຫານ ຍ້ອນລາຄາເພີ່ມຂຶ້ນ 2 ເທົ່າ
July 4, 2022 - 4:34 PM
ຂ່າວຈາກ dailynews ວັນທີ 4ກໍລະກົດ 2022 ນີ້ ໃຫ້ຮູ້ວ່າ: ສີລັງກາມີອັດຕາເງິນເຟີ້ດ້ານສະບຽງອາຫານເພີ່ມຂຶ້ນ 80% ຈາກປີກາຍນີ້, ໄດ້ເນັ້ນຢໍ້າຕໍ່ວິກິດການເສດຖະກິດ ແລະ ສົ່ງຜົນໃຫ້ 70% ຂອງຄອບ ຄົວໃນສີລັງກາຕັດສິນໃຈຫລຸດຜ່ອນ ການບໍລິໂພກອາຫານເພື່ອການປະຢັດ ເນື່ອງຈາກລາຄາເພີ່ມຂຶ້ນເກືອບ 2 ເທົ່າ ແລະ ລາຄາເຂົ້າສານເພີ່ມຂຶ້ນຈາກກິໂລກຣາມລະ 145 ຣູປີ ເມື່ອປີກາຍ ມາເປັນ 230 ຣູປີ ຕໍ່ກິໂລກຣາມ.
ປັດຈຸບັນສີລັງກາພວມເຈລະຈາ ກັບກອງທຶນການເງິນສາກົນເພື່ອຂໍຮັບການຊ່ວຍເຫລືອທາງການເງິນງວດໃໝ່ເປັນມູນຄ່າປະມານ 3ຕື້ໂດລາສະຫະລັດ.
ດ້ານທະນາຄານກາງ ສີລັງກາເພີ່ມອັດຕາດອກເບ້ຍສູງເປັນສະຖິຕິ 700 ຈຸດໃນເດືອນເມສາທີ່ຜ່ານມາ ຫລັງຈາກສີລັງກາຜິດນັກຊຳລະໜີ້ຕ່າງປະເທດເປັນຄັ້ງທຳອິດມູນຄ່າ 51 ຕື້ໂດລາສະຫະລັດ.