ອົດສະຕຣາລີ ນ້ຳຖ້ວມ ເລັ່ງຍົກຍ້າຍປະຊາຊົນ 32.000 ຄົນ

ຂ່າວຕ່າງປະເທດລາຍງານວັນທີ 4 ກໍລະກົດ 2022 ນີ້ວ່າ: ສຳນັກງານກູ້ໄພອົດສະຕຣາລີ ເລັ່ງຍົກຍ້າຍປະຊາຊົນປະມານ 32.000ຄົນ ໃນລັດ New South Wales ຫລັງຈາກ ແມ່ນ້ຳຫລາຍສາຍໄຫລໄວ ແລະ ແຮງກວ່າທີ່ຄາດໄວ້ໃນຫລາຍພື້ນທີ່ລະດັບນ້ຳສູງກວ່າທີ່ເຄີຍຖ້ວມໜັກທາງຝັ່ງຕາເວັນອອກຂອງອົດສະຕຣາລີ ໃນຮອບ2ປີຜ່ານມາ.
ອົດສະຕຣາລີ ຜະເຊີນກັບການປ່ຽນແປງດິນຟ້າອາກາດຮຸນແຮງ ຫລາຍຄັ້ງທັງໄພແຫ້ງແລ້ງ, ໄຟໄໝ້ປ່າ ແລະ ນ້ຳຖ້ວມຍ້ອນຮູບແບບສະພາບອາກາດທົ່ວໂລກມີການປ່ຽນແປງໄວຍິ່ງອຸນຫະພູມສູງຍິ່ງເຮັດໃຫ້ເກີດຄວາມຊຸ່ມຊື້ນຫລາຍ ເກີດຝົນຕົກໜັກຂຶ້ນ ກວ່າເກົ່າ.
ໃນເດືອນມິຖຸນາ ຜ່ານມາ ເກີດນ້ຳຖ້ວມຄັ້ງໃຫຍ່ ເຮັດໃຫ້ມີຜູ້ເສຍຊີວິດ ກວ່າ 20ຄົນ.
ປັດຈຸບັນ ແມ່ນ້ຳຫລາຍສາຍພວມໄຫລເຂົ້າຖ້ວມ ເຂດທະເລສາບ Camden ທາງທິດຕາເວັນຕົກສຽງໃຕ້ຂອງຊິດນີຫລັງຈາກມີການລະບາຍນ້ຳຈາກເຂື່ອນWarragamba.
ຖະໜົນຫລາຍສາຍຈົມຢູ່ໃຕ້ນ້ຳ ລົດລາງພາຫະນະໄດ້ຈອດຢູ່ກາງນໍ້າຖ້ວມລະດັບຫົວເຂົ່າ ເຈົ້າໜ້າທີ່ກ່ຽວຂ້ອງເລັ່ງໃຫ້ການຊ່ວຍເຫລືອຜູ້ທີ່ໄດ້ຮັບ ຜົນກະທົບຈາກໄພພິບັດທາງທຳມະຊາດຄັ້ງນີ້.