ບັງກລາເທດ ນ້ຳຖ້ວມຄັ້ງໃຫຍ່ ມີຜູ້ເສຍຊີວິດ 100 ກວ່າຄົນ
ສຳນັກຂ່າວ ຊິນຮວາ ລາຍານວ່າ: ວັນທີ4 ກໍລະກົດ 2022 ນີ້, ເກີດນ້ຳຖ້ວມ ຄັ້ງໃຫຍ່ຢູ່ບັງກລາເທດ ເຮັດໃຫ້ມີຜູ້ເສຍຊີວິດ 102ຄົນ ກວມເອົາ 27 ເຂດຈາກ 64 ເຂດ ທີ່ໄດ້ຮັບຜົນກະທົບຈາກນ້ຳຖ້ວມຕັ້ງແຕ່ ກາງເດືອນພຶດສະພາຈົນຮອດ ວັນທີ28 ມິຖຸນາ ທີ່ຜ່ານມາໂດຍຜູ້ເຄາະຮ້າຍສ່ວນໃຫຍ່ເສຍຊີວິດຈາກການຈົມນ້ຳ, ງູກັດ ແລະ ຟ້າຜ່າໃນພື້ນທີ່ປະສົບໄພ.
ປັດຈຸບັນ ໜ່ວຍງານໃນບັງກລາເທດຍັງຄົງຜະເຊີນກັບອຸປະສັກໃນການຈັດສົ່ງສະບຽງອາຫານເຂົ້າສູ່ຫລາຍເຂດທາງຕາເວັນອອກສຽງເໜືອ ແລະ ພາກເໜືອເນື່ອງຈາກຖະໜົນຫລາຍສາຍຈົມຢູ່ໃຕ້ນ້ຳທີ່ເກີດຈາກຝົນຕົກໜັກ ແລະ ນ້ຳໄຫລແຮງຈາກເນີນພູ.
ນອກຈາກນີ້ຍັງເຮັດໃຫ້ ເຮືອນປະຊາຊົນ ແລະ ພື້ນທີ່ ຜະລິດ ກະສິກຳ ໄດ້ຮັບຄວາມເສຍຫາຍ ຢ່າງໜັກ.
ຂະນະນີ້ ທັງໜ່ວຍງານພາກລັດ ແລະ ເອກະຊົນເລັ່ງໃຫ້ການຊ່ວຍເຫລືອຜູ້ປະສົບໄພພິບັດທາງທຳມະຊາດໃນຄັ້ງນີ້.