ອີຕາລີ ປະກາດສະຖານະການສຸກເສີນໄພແຫ້ງແລ້ງທາງພາກເໜືອ
ສຳນັກຂ່າວ ຣອຍເຕີ ລາຍານໃຫ້ຮູ້ວ່າ: ວັນທີ 5 ກໍລະກົດ 2022 ນີ້, ລຳນ້ຳ ຫລາຍສາຍຂອງແມ່ນ້ຳໂປທີ່ເປັນແມ່ນ້ຳຍາວທີ່ສຸດ ຂອງອີຕາລີຊຶ່ງໄຫລຜ່ານພື້ນທີ່ໝັ້ນຄົງທາງພາກເໜືອຂອງປະເທດມີສະພາບ ແຫ້ງແລ້ງຫລາຍ ແລະ ນ້ຳໄຫລຊ້າຈົນນ້ຳທະເລເລີ່ມຊຶມເຂົ້າແຜ່ນດິນ ແລະ ສ້າງຄວາມ ເສຍຫາຍຕໍ່ການຜະລິດກະສິກຳ.
ດັ່ງນັ້ນ ລັດຖະບານອີຕາລີຈຶ່ງອະນຸຍາດໃຫ້ເຈົ້າໜ້າທີ່ລັດສາມາດຫລຸດຂັ້ນຕອນຂະບວນການ ແລະ ລົງມືປະຕິບັດຕ້ານໄພແຫ້ງແລ້ງ ໃນຄັ້ງນີ້ຢ່າງຮີບດ່ວນໂດຍການປະກາດຈັດສັນນ້ຳໃຫ້ພາກຄອບຄົວ ແລະ ທຸລະກິດຕ່າງໆອີກທັງມາດຕະການສຸກເສີນຈະກວມເອົາພື້ນທີ່ ເຂດຊາຍແດນຕິດກັບແມ່ນ້ຳໂປ ແລະ ລຸ່ມແມ່ນ້ຳຂອງພູແອລ(Alps) ທາງຕາເວັນອອກ ຂອງປະເທດ.ການປະກາດສະຖານະການ ສຸກເສີນໄດ້ ມີຜົນບັງຄັບໃຊ້ໃນ 5 ເຂດພາກເໜືອ ຂອງອີຕາລີ ຄື: Emilia-Romagna, Friuli Venezia-Julia, Lom bardy, Piedmont ແລະ Veneto ໂດຍໄດ້ຈັດສັນ ງົບປະມານ 36,5ລ້ານເອີໂຣ ເພື່ອຊ່ວຍ ແກ້ໄຂ ບັນຫາການຂາດແຄນນ້ຳ.