ແມນເຊສເຕີ ຢູໄນເຕັດ ຄວ້າ ມາເລເຊຍ ຮ່ວມທີມຢ່າງເປັນທາງການ

ກ່ອນຫນ້ານີ້ ແມນເຊສເຕີ ຢູໄນເຕັດ ທີ່ນຳໂດຍ ເທນ ຮາກ ຕັດສິນໃຈຍື່ນຂໍ້ສະເຫນີປາດຫນ້າ ໂອລິມປິກ ລີຢົງ ໃນການເຊັນສັນຍາ ມາເລເຊຍ ມາເສີມທີມ ເຊິ່ງພວກເຂົາກໍ່ສາມາດຕົກລົງຄ່າຕົວກັບ ເຟເຢນູດ ດ້ວຍຈຳນວນເງິນ 15 ລ້ານຢູໂຣ ບວກກັບເງິນ ສ່ວນເສີມອີກ 2 ລ້ານຢູໂຣ.
ສຸດທ້າຍດາວເຕະອາຍຸ 22 ປີກໍເລື່ອວ່າຈະຍ້າຍມາຢູ່ກັບ ແມນເຊສເຕີ ຢູໄນເຕັດ ແທນ ລີຢົງ ແລະ ເມື່ອວັນທີ 4 ກໍລະກົດຜ່ານມາ ມາລາເຊຍ ກໍເດີນທາງມາກວດຮ່າງກາຍກັບຍອດທີມແຫ່ງ ໂອນ ແທຣຟຟອດ.
ຫລ້າສຸດ ແມນເຊສເຕີ ຢູໄນເຕັດ ໄດ້ຖະແຫລງຜ່ານເວັບໄຊສະໂມສອນໃນການເຊັນສັນຍາ ມາເລເຊຍ ຢ່າງເປັນທາງການດ້ວຍສັນ ຍາ 4 ປີ ຫລື ເຖິງ 2026 ພ້ອມສ່ວນເສີມຂະຫຍາຍສັນຍາເພີ່ມອີກ 1 ປີ.
‘‘ ມັນເປັນຄວາມຮູ້ສຶກທີ່ເຫລືອເຊື່ອທີ່ໄດ້ເຂົ້າຮ່ວມຜີແດງ ນີ້ຄືການເດີນທາງບົດໃຫມ່ສຳລັບຂ້ອຍ ລີກໃຫມ່ີທີ່ມີຫມູ່ຮ່ວມທີມໃຫມ່ ແລະ ຜູ້ຈັດການທີມທີ່ສຸດຍອດນຳເຮົາ, ຂ້ອຍຮູ້ວ່າຂ້ອຍຍັງເດັກ ແລະ ຈະພັດທະນາຕໍ່ໄປ ຂໍສັນຍາກັບແຟນບານວ່າ ຈະທຸ່ມເທທຸກ ຢ່າງໃນສະຫນາມໃນທຸກໆຄັ້ງທີ່ຂ້ອຍໃສ່ເສື້ອແມນຢູ ’’ ດາວເຕະທີມຊາດ ເນເທີແລນ ກ່າວ.
ສຳລັບ ມາເລເຊຍ ຄືນັກເຕະໃຫມ່ຄົນທຳອິດຂອງ ແມນເຊສເຕີ ຢູໄນເຕັດ ໃນຕະຫລາດນັກເຕະລະດູການນີ້ ລວມເຖິງໃນຍຸກຂອງ ເທນ ຮາກ ນຳອີກ.