ກົດໝາຍຄວາມປອດໄພຂອງເຂື່ອນໃຫ້ມີປະສິດທິພາບ ມີຄວາມໂປ່ງໃສ ແລະ ມີຄວາມຍຸຕິທໍາ ສໍາລັບຜູ້ປະກອບການ ສ້າງຄວາມເຊື່ອຫມັ້ນໃຫ້ແກ່ພົນລະເມືອງ ແລະ ການຈັດຕັ້ງ

ກົດໝາຍຄວາມປອດໄພຂອງເຂື່ອນໃຫ້ມີປະສິດທິພາບ ມີຄວາມໂປ່ງໃສ ແລະ ມີຄວາມຍຸຕິທໍາ ສໍາລັບຜູ້ປະກອບການ ສ້າງຄວາມເຊື່ອຫມັ້ນໃຫ້ແກ່ພົນລະເມືອງ ແລະ ການຈັດຕັ້ງ - 292164605 758083102307059 633231852903681526 n - ກົດໝາຍຄວາມປອດໄພຂອງເຂື່ອນໃຫ້ມີປະສິດທິພາບ ມີຄວາມໂປ່ງໃສ ແລະ ມີຄວາມຍຸຕິທໍາ ສໍາລັບຜູ້ປະກອບການ ສ້າງຄວາມເຊື່ອຫມັ້ນໃຫ້ແກ່ພົນລະເມືອງ ແລະ ການຈັດຕັ້ງ
ກົດໝາຍຄວາມປອດໄພຂອງເຂື່ອນໃຫ້ມີປະສິດທິພາບ ມີຄວາມໂປ່ງໃສ ແລະ ມີຄວາມຍຸຕິທໍາ ສໍາລັບຜູ້ປະກອບການ ສ້າງຄວາມເຊື່ອຫມັ້ນໃຫ້ແກ່ພົນລະເມືອງ ແລະ ການຈັດຕັ້ງ - kitchen vibe - ກົດໝາຍຄວາມປອດໄພຂອງເຂື່ອນໃຫ້ມີປະສິດທິພາບ ມີຄວາມໂປ່ງໃສ ແລະ ມີຄວາມຍຸຕິທໍາ ສໍາລັບຜູ້ປະກອບການ ສ້າງຄວາມເຊື່ອຫມັ້ນໃຫ້ແກ່ພົນລະເມືອງ ແລະ ການຈັດຕັ້ງ

ທ່ານນາງ ຈັນສະຫວາດ ບຸບຜາ ຮອງລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່ ໄດ້ສະເໜີຮ່າງກົດໝາຍວ່າດ້ວຍຄວາມປອດໄພຂອງເຂື່ອນ (ສ້າງໃໝ່) ຕໍ່ກອງປະຊຸມສະໄໝສາມັນເທື່ອທີ 3 ຂອງສະພາແຫ່ງຊາດ ຊຸດ IX ໃນວັນທີ 5 ກໍລະກົດ 2022 ຜ່ານມານີ້ວ່າ:

ນັບແຕ່ປີ 1990 ເປັນຕົ້ນມາ ລັດຖະບານໄດ້ເປີດກວ້າງການລົງທຶນໂດຍອະນຸຍາດໃຫ້ນັກລົງທຶນພາຍໃນ ແລະ ຕ່າງປະເທດເຂົ້າມາລົງທຶນໃສ່ການພັດທະນາພະລັງງານເຂື່ອນໄຟຟ້າເພື່ອຕອບສະໜອງຕາມຄວາມຮຽກຮ້ອງຕ້ອງການຂອງພັກ ແລະ ລັດກໍຄືສັງຄົມ ເພື່ອເຮັດແນວໃດໃຫ້ມີແຫຼ່ງຜະລິດໄຟຟ້າ ເນື່ອງຈາກປະເທດເຮົາມີທ່າແຮງ ສະນັ້ນ ເພື່ອຕອບສະໜອງໃຫ້ແກ່ສັງຄົມ ແລະ ສົ່ງອອກຂາຍຕ່າງປະເທດເພື່ອນໍາເອົາເງິນຕາເຂົ້າມາພັດທະນາປະເທດ ມາຮອດປະຈຸບັນ ສປປ ລາວ ມີແຫຼ່ງຜະລິດໄຟຟ້າທັງໝົດ 90 ແຫ່ງ ມີກໍາລັງຕິດຕັ້ງ 10.956,14 ເມກາວັດ ສາມາດຜະລິດພະລັງງານໄຟຟ້າໄດ້ 56.027,07 ລ້ານກິໂລວັດໂມງຕໍ່ປີ ສາມາດສ້າງລາຍຮັບເຂົ້າງົບປະມານແຫ່ງລັດ ແລະ ພັດທະນາພື້ນຖານໂຄງລ່າງ ສ້າງວຽກເຮັດງານທໍາໃຫ້ແກ່ຊຸມຊົນ ທ້ອງຖິ່ນ ແລະ ສັງຄົມ ໄດ້ຫຼາຍພໍສົມຄວນ.

ໃນໄລຍະຜ່ານມາການຄຸ້ມຄອງດ້ານຄວາມປອດໄພຂອງເຂື່ອນເລີ່ມແຕ່ຂັ້ນຕອນການສໍາຫຼວດ ອອກແບບກໍ່ສ້າງ ແລະ ດໍາເນີນການຍັງບໍ່ທັນມີກົດໝາຍໃດເພື່ອມາຄຸ້ມຄອງເປັນອັນສະເພາະ ສ່ວນໃຫຍ່ຈະເນັ້ນໃສ່ແຕ່ເຕັກນິກຂອງການກໍ່ສ້າງ ບໍ່ໄດ້ເນັ້ນສະເພາະຄວາມປອດໄພຈາກການພັດທະນາ ແລະ ການນໍາໃຊ້ເຂື່ອນ ຜ່ານມາແມ່ນອີງໃສ່ກົດໝາຍວ່າດ້ວຍໄຟຟ້າກົດ ໝາຍວ່າດ້ວຍການກໍ່ສ້າງ ແລະ ກົດໝາຍດ້ານສິ່ງແວດລ້ອມ ແລະ ອື່ນໆທີ່ກ່ຽວຂ້ອງ ເພື່ອເປັນບ່ອນອີງໃນການຈັດຕັ້ງປະຕິບັດ ແຕ່ສັງເກດເຫັນວ່າຍັງມີເນື້ອໃນບໍ່ຄົບຖ້ວນ ບໍ່ຈະແຈ້ງ, ບໍ່ຮັດກຸມ ສະນັ້ນ ຈຶ່ງມີຄວາມຫຍຸ້ງຍາກໃນການຄຸ້ມຄອງເຮັດໃຫ້ຜູ້ລົງທຶນສວຍໃຊ້ຊ່ອງວ່າງມີລັກສະນະເມີດ ຫຼື ເມີນເສີຍ ປ່ອຍປະລະເລີຍ ບໍ່ເອົາໃຈໃສ່ຕໍ່ກັບມາດຕະການຮັກສາຄວາມປອດໄພຂອງເຂື່ອນຈຶ່ງເປັນສາເຫດເຮັດໃຫ້ເຂື່ອນຂະໜາດນ້ອຍແຕກພັງຢູ່ແຂວງຊຽງຂວາງໃນໄລຍະຜ່ານມາ ແລະ ທີ່ຮ້າຍແຮງກວ່ານັ້ນແມ່ນການແຕກພັງຂອງຄູກັນນໍ້າ D (Saddle Dam D) ຂອງໂຄງການເຂື່ອນໄຟຟ້າເຊປຽນ-ເຊນ້ໍານ້ອຍທີ່ເກີດຂຶ້ນໃນປີ 2018 ໄດ້ສ້າງຜົນກະທົບໃຫ້ແກ່ຊີວິດຈິດໃຈ, ສຸຂະພາບ ແລະ ຊັບສິນຂອງພົນລະເມືອງ ແລະ ສິ່ງແວດລ້ອມຫຼາຍພໍສົມຄວນ ຕໍ່ບັນຫາດັ່ງກ່າວໂດຍໄດ້ຮັບການຊີ້ນໍາຈາກຂັ້ນເທິງ ກະຊວງພະລັງງານ ແລະ ບໍ່ແຮ່ໄດ້ສົມທົບກັບພາກສ່ວນທີ່ກ່ຽວຂ້ອງເຂົ້າຊ່ວຍເຫຼືອ ແກ້ໄຂ ແລະ ຟື້ນຟູປະຊາຊົນທີ່ໄດ້ຮັບຜົນກະທົບຈາກໂຄງການ ຈາກເຫດການດັ່ງກ່າວກະຊວງພະລັງງານ ແລະ ບໍ່ແຮ່ ຍັງໄດ້ດໍາເນີນການລົງກວດກາຕາມແຈ້ງການຂອງຫ້ອງວ່າການສໍານັກງານນາຍົກ ລັດຖະມົນຕີ ສະບັບເລກທີ 1815/ຫສນຍ ລົງວັນທີ 10 ພະຈິກ 2010 ເປັນຕົ້ນບັນດາເຂື່ອນໄຟຟ້າທັງຂະໜາດນ້ອຍ ແລະ ໃຫຍ່ທີ່ຢູ່ໃນໄລຍະການກໍ່ສ້າງ ແລະ ດໍາເນີນງານເພື່ອໃຫ້ປະຕິບັດຕາມມາດຕະ ຖານເຕັກນິກຂອງການອອກແບບໃຫ້ມີຄວາມປອດໄພ ແລະ ໝັ້ນຄົງ ສະນັ້ນ ເຫັນໄດ້ບັນຫາດັ່ງກ່າວພັກ ແລະ ລັດຖະບານໄດ້ມີທິດຊີ້ນໍາໃຫ້ສ້າງກົດໝາຍເພື່ອຄຸ້ມຄອງວຽກງານຄວາມປອດໄພຂອງເຂື່ອນ ແລະ ອະນຸມັດໃຫ້ກະຊວງພະລັງງານ ແລະ ບໍ່ແຮ່ ສ້າງຕັ້ງກົມໜຶ່ງຂຶ້ນມາໂດຍໃສ່ຊື່ວ່າ ກົມຄຸ້ມຄອງຄວາມປອດໄພອຸດສາຫະກໍາພະລັງງານເພື່ອຄຸ້ມຄອງ ຕິດຕາມ ກວດກາ ຄວາມປອດໄພຂອງເຂື່ອນ ກົດໝາຍສະບັບນີ້ປະກອບມີ 10 ພາກ 9 ໝວດ 72 ມາດຕາ.

ພາຍຫຼັງກົດໝາຍສະບັບນີ້ໄດ້ຮັບຮອງ ແລະ ປະກາດໃຊ້ຈະມີນິຕິກໍາທີ່ເປັນບ່ອນອີງໃນການຈັດຕັ້ງປະຕິບັດວຽກງານຄວາມປອດໄພຂອງເຂື່ອນໃຫ້ມີປະສິດທິພາບ ມີຄວາມໂປ່ງໃສ ແລະ ມີຄວາມຍຸຕິທໍາ ສໍາລັບຜູ້ປະກອບການ ສ້າງຄວາມເຊື່ອຫມັ້ນໃຫ້ແກ່ພົນລະເມືອງ ແລະ ການຈັດຕັ້ງ ເຮັດໃຫ້ອົງການຈັດຕັ້ງຂອງລັດຂັ້ນສູນກາງ ຂັ້ນທ້ອງຖິ່ນ ແລະ ທຸກພາກສ່ວນທີ່ກ່ຽວຂ້ອງເຂົ້າໃຈເຖິງຄວາມສໍາຄັນ ແລະ ມີສ່ວນຮ່ວມເຂົ້າໃນວຽກງານຄວາມປອດໄພຂອງເຂື່ອນ ຄາດວ່າຈະເຮັດໃຫ້ຜູ້ພັດທະນາເຂື່ອນໄດ້ເພີ່ມທະວີຄວາມຮັບຜິດຊອບຂອງຕົນຕໍ່ວຽກງານຄວາມປອດໄພຂອງເຂື່ອນເຂັ້ມງວດສູງຂຶ້ນ ພົນລະເມືອງ ທີ່ໄດ້ຮັບຜົນກະທົບຈາກການລະເມີດກົດໝາຍວ່າດ້ວຍຄວາມປອດໄພຂອງເຂື່ອນຈາກຜູ້ພັດທະນາເຂື່ອນ ພະນັກງານ ແລະ ເຈົ້າໜ້າທີ່ຂອງລັດຈະໄດ້ຮັບການປົກປ້ອງສິດ ແລະ ຜົນປະໂຫຍດອັນຊອບທໍາຕາມທີ່ໄດ້ກໍານົດໄວ້ໃນລັດຖະທໍາມະນູນ ແລະ ກົດໝາຍ.

ກົດໝາຍຄວາມປອດໄພຂອງເຂື່ອນໃຫ້ມີປະສິດທິພາບ ມີຄວາມໂປ່ງໃສ ແລະ ມີຄວາມຍຸຕິທໍາ ສໍາລັບຜູ້ປະກອບການ ສ້າງຄວາມເຊື່ອຫມັ້ນໃຫ້ແກ່ພົນລະເມືອງ ແລະ ການຈັດຕັ້ງ - 3 - ກົດໝາຍຄວາມປອດໄພຂອງເຂື່ອນໃຫ້ມີປະສິດທິພາບ ມີຄວາມໂປ່ງໃສ ແລະ ມີຄວາມຍຸຕິທໍາ ສໍາລັບຜູ້ປະກອບການ ສ້າງຄວາມເຊື່ອຫມັ້ນໃຫ້ແກ່ພົນລະເມືອງ ແລະ ການຈັດຕັ້ງ
ກົດໝາຍຄວາມປອດໄພຂອງເຂື່ອນໃຫ້ມີປະສິດທິພາບ ມີຄວາມໂປ່ງໃສ ແລະ ມີຄວາມຍຸຕິທໍາ ສໍາລັບຜູ້ປະກອບການ ສ້າງຄວາມເຊື່ອຫມັ້ນໃຫ້ແກ່ພົນລະເມືອງ ແລະ ການຈັດຕັ້ງ - 4 - ກົດໝາຍຄວາມປອດໄພຂອງເຂື່ອນໃຫ້ມີປະສິດທິພາບ ມີຄວາມໂປ່ງໃສ ແລະ ມີຄວາມຍຸຕິທໍາ ສໍາລັບຜູ້ປະກອບການ ສ້າງຄວາມເຊື່ອຫມັ້ນໃຫ້ແກ່ພົນລະເມືອງ ແລະ ການຈັດຕັ້ງ
ກົດໝາຍຄວາມປອດໄພຂອງເຂື່ອນໃຫ້ມີປະສິດທິພາບ ມີຄວາມໂປ່ງໃສ ແລະ ມີຄວາມຍຸຕິທໍາ ສໍາລັບຜູ້ປະກອບການ ສ້າງຄວາມເຊື່ອຫມັ້ນໃຫ້ແກ່ພົນລະເມືອງ ແລະ ການຈັດຕັ້ງ - 5 - ກົດໝາຍຄວາມປອດໄພຂອງເຂື່ອນໃຫ້ມີປະສິດທິພາບ ມີຄວາມໂປ່ງໃສ ແລະ ມີຄວາມຍຸຕິທໍາ ສໍາລັບຜູ້ປະກອບການ ສ້າງຄວາມເຊື່ອຫມັ້ນໃຫ້ແກ່ພົນລະເມືອງ ແລະ ການຈັດຕັ້ງ