ກຳປູເຈຍທຸ້ມເງິນ 100 ກວ່າລ້ານໂດລາສະຫະລັດ ຮັກສາອັດຕາຄ່າໄຟຟ້າໃນປີ 2022

ວັນທີ 6 ກໍລະກົດ 2022, ທ່ານ ຮຸນເຊນ ນາຍົກລັດຖະມົນຕີກຳປູເຈຍ ລະບຸວ່າ: ລັດຖະບານກຳລັງຈັດສັນເງິນອຸດໜູນ 100 ກວ່າລ້ານໂດລາສະຫະລັດ ໃຫ້ໄຟຟ້າກຳປູເຈຍ (EDC) ໃນປີນີ້ ເພື່ອຮັກສາອັດຕາຄ່າໄຟຟ້າໃຫ້ຄົງທີ່.
ທ່ານ ຮຸນເຊນ ລະບຸວ່າ: ຄວາມຂັດແຍ່ງຣັດເຊຍ-ອູແກຣນ ແລະ ການຂວ້ຳບາດຣັດເຊຍໂດຍປະເທດຕາເວັນຕົກບາງແຫ່ງ ເຮັດໃຫ້ລາຄາພະລັງງານທົ່ວໂລກເພີ່ມສູງຂຶ້ນຢ່າງວ່ອງໄວ ເຊິ່ງສົ່ງຜົນກະທົບຕໍ່ທຸກປະເທດທົ່ວໂລກ.
ທ່ານ ຮຸນເຊນ ເຜີຍວ່າ: ອັດຕາຄ່າໄຟຟ້າຂອງກຳປູເຈຍໃນປັດຈຸບັນອາດເພີ່ມເຖິງ 2 ເທົ່າ ຖ້າບໍ່ມີເງິນອຸດໜູນຈາກລັດຖະບານ ໂດຍບາງປະເທດໄດ້ປັບເພີ່ມອັດຕາຄ່າໄຟຟ້າແລ້ວ, ແຕ່ອັດຕາດັ່ງກ່າວໃນກຳປູເຈຍນັ້ນຍັງເທົ່າເກົ່າ. ພ້ອມຮຽກຮ້ອງປະຊາຊົນປະຢັດໄຟຟ້າ ແລະ ຫັນມາໃຊ້ຍານພາຫະນະໄຟຟ້າ ເພື່ອຫລຸດການໃຊ້ເຊື້ອໄຟ ແລະ ການປ່ອຍມົນລະພິດ.
ລາຍການລາຄານ້ຳມັນຂອງກະຊວງການຄ້າກຳປູເຈຍລະບຸວ່າ: ລາຄາແກັສໂຊລີນທຳມະດາໃນວັນທີ 6 ກໍລະກົດ ຢູ່ໃນລະດັບ 5.800 ຣຽວຕໍ່ລິດ, ສ່ວນລາຄານ້ຳມັນແອັດຊັງລາຄາ 6.200 ຣຽວຕໍ່ລິດ ເຊິ່ງເພີ່ມຂຶ້ນ 22% ແລະ 39% ຕາມລຳດັບ ທຽບໃສ່ລາຄາໃນໄລຍະກາງເດືອນກຸມພາ.
ຂະນະດຽວກັນ, ທ່ານ ຮຸນເຊນ ເນັ້ນເຖິງຄວາມສຳຄັນຂອງເຂື່ອນໄຟຟ້າພະລັງນ້ຳ ແລະ ໂຮງໄຟຟ້າພະລັງງານແສງຕາເວັນ ເພື່ອຊ່ວຍຈັດສົ່ງໄຟຟ້າທີ່ມີສະຖຽນລະພາບ ແລະ ຮັກສາອັດຕາຄ່າໄຟຟ້າໃຫ້ຄົງທີ່ທ່າມກາງວິກິດພະລັງງານໂລກ ໂດຍຈີນຖືເປັນຜູ້ພັດທະນາເຂື່ອນໄຟຟ້າພະລັງນ້ຳລາຍສຳຄັນໃນກຳປູເຈຍ.
ທ່ານ ເຮັງ ຄຸນເລັງ ໂຄສົກກະຊວງບໍ່ແຮ່ ແລະ ພະລັງງານກຳປູເຈຍ ແລະ ຜູ້ອຳນວຍການຝ່າຍພະລັງງານ ລະບຸວ່າ: ໂຄງການທີ່ລົງທຶນໂດຍຈີນ ຄືເຂື່ອນໄຟຟ້າພະລັງນ້ຳ, ໂຮງໄຟຟ້າຖ່ານຫີນ ແລະ ໂຮງໄຟຟ້າພະລັງງານແສງຕາເວັນ ກວມອັດຕາສ່ວນ 65,7% ຂອງພະລັງງານທັງໝົດທີ່ຜະລິດໃນກຳປູເຈຍ.
ທ່ານ ຄຸນເລັງ ຍັງກ່າວອີກວ່າ: ໂຮງໄຟຟ້າທີ່ລົງທຶນໂດຍຈີນມີບົດບາດສຳຄັນໃນການພັດທະນາເສດຖະກິດ ແລະ ສັງຄົມຂອງກຳປູເຈຍ ເຊິ່ງຊ່ວຍສົ່ງເສີມການຈັດສົ່ງໄຟຟ້າທີ່ໝັ້ນຄົງ ແລະ ເຊື່ອຖືໄດ້ໃນປະເທດ ໂດຍການມີສ່ວນຮ່ວມຂອງບໍລິສັດຈີນໃນຂະແໜງພະລັງງານຂອງກຳປູເຈຍນັ້ນຍັງສົ່ງເສີມການຮັບຮອງລາຄາໄຟຟ້າທີ່ສົມເຫດສົມຜົນໃນປະເທດນຳອີກ.
ອ້າງອີງ:
กัมพูชาทุ่มเงินกว่า 100 ล้านดอลล์ ‘คงอัตราค่าไฟฟ้า’ ในปี 2022