ທູດລາວ ຍື່ນສານຕາຕັ້ງຕໍ່ຜູ້ສຳເລັດຣາຊະການນິວຊີແລນ
July 7, 2022 - 1:20 PM

ໃນວັນທີ 30 ມິຖຸນາ ຜ່ານມາ, ທີ່ນະຄອນຫລວງເວວລິງຕັນ, ທ່ານ ສິນໃຈ ມະນີວັນ ໄດ້ສໍາເລັດການຍື່ນສານຕາຕັ້ງຕໍ່ທ່ານ ນາງ ແດມ ຊິນດີ ຄິໂຣ (Dame Cindy Kiro), ຜູ້ສຳເລັດຣາຊະການນິວຊີແລນ ເພື່ອດໍາລົງຕໍາແໜ່ງເປັນ ເອກອັກຄະລັດຖະທູດ ວິສາມັນຜູ້ມີອຳນາດເຕັມ ແຫ່ງ ສາທາ ລະນະລັດ ປະຊາທິປະໄຕ ປະຊາຊົນລາວ ປະຈໍາ ປະເທດນິວຊີແລນ ໂດຍມີສໍານັກງານສະຖານທູດຕັ້ງຢູ່ນະຄອນຫລວງແຄນເບີຣາ, ປະເທດອົດສະຕຣາລີ.
ໂອກາດນີ້, ທ່ານ ນາງ ແດມ ຊິນດີ ຄິໂຣ ໄດ້ສະແດງຄວາມຍິນດີຕ້ອນຮັບຢ່າງອົບອຸ່ນ ແລະ ຊົມເຊີຍ ທ່ານ ສິນໃຈ ມະນີວັນ ທີ່ໄດ້ຖືກແຕ່ງຕັ້ງເປັນ ເອກອັກຄະລັດຖະທູດ ວິສາມັນຜູ້ມີອຳນາດເຕັມ ແຫ່ງ ສປປ ລາວ ປະຈໍາ ປະເທດ ນິວຊີແລນ. ພ້ອມທັງ ໄດ້ສະແດງຄວາມຂອບໃຈ ສປປ ລາວ ທີ່ໄດ້ໃຫ້ການຮ່ວມມື ແລະ ສະໜັບສະໜູນນິວຊີແລນ ໃນເວທີພາກພື້ນ ແລະ ສາກົນ ພ້ອມທັງກ່າວວ່າ ນິວຊີແລນ ຈະສືບຕໍ່ໃຫ້ການຊ່ວຍເຫລືອ ແລະ ຮ່ວມມືທີ່ເໝາະສົມກັບ ສປປ ລາວ.
ທ່ານທູດ ສິນໃຈ ມະນີວັນ ໄດ້ນໍາເອົາຄວາມຢ້ຽມຢາມຖາມຂ່າວອັນອົບອຸ່ນ ແລະ ພອນໄຊ ອັນປະເສີດຈາກທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ ລາວ ຝາກເຖິງຜູ້ສຳເລັດຣາຊະການ ນິວຊີແລນ ແລະ ສະແດງຄວາມຂອບໃຈຢ່າງຈິງໃຈ ຕໍ່ການຕ້ອນຮັບອັນອົບອຸ່ນ ແລະ ການອໍານວຍຄວາມສະດວກຕ່າງໆ ໃນການຈັດພິທີຍື່ນສານຕາຕັ້ງໃຫ້ແກ່ທູດລາວໃນຄັ້ງນີ້. ພ້ອມນີ້, ທ່ານທູດ ກໍໄດ້ຕາງໜ້າໃຫ້ ລັດຖະບານ ແລະ ປະຊາຊົນ ແຫ່ງ ສປປ ລາວ ສະແດງຄວາມຂອບໃຈ ຕໍ່ລັດຖະບານ ກໍຄືປະຊາຊົນນິວຊີແລນ ທີ່ໄດ້ໃຫ້ການຊ່ວຍເຫລືອ ແລະ ສະໜັບສະໜູນ ສປປ ລາວ ໃນໄລຍະຜ່ານມາ ໂດຍສະເພາະ ຂົງເຂດການສຶກສາ ແລະ ການພັດທະນາຊັບພະຍາກອນມະນຸດ, ກະສິກໍາ-ປ່າໄມ້, ການ ທ່ອງທ່ຽວ, ການຄຸ້ມຄອງຊັບພະຍາກອນນໍ້າ ແລະ ນໍາໃຊ້ພະລັງງານທົດແທນ, ການເກັບກູ້ລະເບີດບໍ່ທັນແຕກ ແລະ ອື່ນໆ ອັນໄດ້ປະກອບສ່ວນສຳຄັນ ເຂົ້າໃນການສ້າງສາພັດທະນາປະເທດ ແລະ ຫວັງວ່າ ຈະສືບຕໍ່ໄດ້ຮັບການຊ່ວຍເຫລືອໃນຊຸມປີຕໍ່ໜ້າ. ສປປ ລາວ ແລະ ນິວຊີແລນ ໄດ້ສ້າງຕັ້ງສາຍພົວພັນການທູດຮ່ວມກັນ ນັບແຕ່ວັນທີ 7 ກຸມພາ 1963 ເປັນຕົ້ນມາ.
