ຈົ່ງຢ່າປະໝາດໃນການໃຊ້ຊີວິດ!!!

ຕອນມາ: ເຈົ້າມາຄົນດຽວ
ຕອນໄປ: ເຈົ້າກໍໄປຄົນດຽວ
ຕອນມາ: ເຈົ້າອ່ອນແອ
ຕອນໄປ: ເຈົ້າກໍອ່ອນແອ
ຕອນມາ: ເຈົ້າບໍ່ມີເງິນທອງເຄື່ອງຂອງຫລາຍຢ່າງ
ຕອນໄປ: ເຈົ້າກໍບໍ່ມີເງິນທອງເຄື່ອງຂອງຫຍັງເລີຍ
ຕອນເຈົ້າອາບນ້ຳເທື່ອທຳອິດ ມີຄົນອາບໃຫ້ເຈົ້າ
ຕອນເຈົ້າອາບຄັ້ງສຸດທ້າຍ ກໍມີຄົນອາບໃຫ້ເຈົ້າ
ນີ້ຄືຄວາມຈິງຂອງຊີວິດ
ແລ້ວເປັນຫຍັງມະນຸດເຮົາຈຶ່ງເຕັມໄປດ້ວຍຄວາມຄຽດແຄ້ນ ພະຍາບາດ ອິດສາ ບັງບຽດ ໂລບມາກ ແລະ ເຫັນແກ່ຕົວ ໄປເຮັດຫຍັງ ເພາະຕອນທີ່ເຮົາຕ້ອງຈາກໄປ ເຮົາກໍເອົາຫຍັງໄປບໍ່ໄດ້ມີແຕ່ບຸນ ແລະ ບາບເທົ່ານັ້ນທີ່ຈະຕິດຕົວໄປ
- ຢ່າປະໝາດໃນຊີວິດວ່າຈະຍືນຍາວ
- ຢ່າປະໝາດໃນໄວວ່າຍັງໜຸ່ມຍັງສາວ
- ຢ່າປະໝາດໃນສຸຂະພາບທີ່ຍັງແຂງແຮງ
- ຢ່າປະໝາດໃນເວລາວ່າຍັງເຫລືອຫລາຍເກີນ
- ຢ່າປະໝາດ ຢ່າປະໝາດ ເອົາໄວ້ກ່ອນ ມື້ໜ້າຈຶ່ງເຮັດ
ໃຜກໍຕາມທີ່ຕັ້ງຕົນໃນຄວາມບໍ່ປະໝາດ ຄົນຄົນນັ້ນໄດ້ຊື່ວ່າ ເປັນຜູ້ໃຊ້ຊີວິດທີ່ຄຸ້ມຄ່າທີ່ສຸດ ສ່ວນໃຜກໍຕາມທີ່ປະໝາດເປັນຄົນທີ່ຕາຍໄປແລ້ວເຄິ່ງຕົວ
ຄຳຖາມທີ່ສຳຄັນທີ່ສຸດ ທີ່ເຮົາຈະຖາມຕົວເອງກ່ອນຈາກໂລກນີ້ໄປຄື ເຈົ້າໄດ້ກຽມຕົວໃຫ້ພ້ອມຕໍ່ການຈາກລາໂລກນີ້ໄປແລ້ວຫຼືຍັງ?
ມາແຕ່ຕົວ ກໍໄປແຕ່ຕົວ ຕາຍແລ້ວກໍເອົາຫຍັງໄປບໍ່ໄດ້ເລີຍ
ຕາຍແລ້ວໄປໃສ? ຄົນເຮົາເກີດມາເຮັດຫຍັງ?
ຈົ່ງຢ່າປະໝາດໃນການໃຊ້ຊີວິດ!!!