ໂຣນັລໂດ ບໍ່ເດີນທາງມາໄທ ເນື່ອງຈາກບັນຫາຄອບຄົວ

ເທເລກຣາຟ ສື່ຊື່ດັງ ລວມເຖິງ ຟາບຣີຊີໂອ ໂຣມາໂນ ນັກຂ່າວຄົນດັງ ລາຍງານກົງກັນວ່າ ຄຣິສຕຽນໂນ ໂຣນັລໂດ ກອງໜ້າ ແມນເຊສເຕີ ຢູໄນເຕັດ ຈະບໍ່ເດີນທາງມາປະເທດໄທ ເນື່ອງຈາກຕົ້ນສັງກັດ ໃຫ້ເວລາໃນການຈັດການບັນຫາຄອບຄົວເພີ່ມຕື່ມ.
ສຳລັບ ໂຣນັລໂດ ບໍ່ເດີນທາງມາລາຍງານຕົວຝຶກຊ້ອມກັບ ແມນຢູ ເປັນເວລາ 4 ມື້ຕິດຕໍ່ກັນ ຫລື ຕັ້ງແຕ່ວັນທີ 4-7 ກໍລະກົດ ໂດຍລະບຸເປັນເລື່ອງບັນຫາຄອບຄົວ ທ່າມກາງຂ່າວລືວ່າລາວຕ້ອງການອຳລາ ແມນຢູ ໃນລະດູການນີ້.
ຈາກການບໍ່ມາລາຍງານຕົວດັ່ງກ່າວເຮັດໃຫ້ເກີດຄວາມກັງວົນວ່າ ໂຣນັລໂດ ອາດຈະບໍ່ໄດ້ຮ່ວມເດີນທາງມາກັບທີມໃນເກມອຸ່ນ ເຄື່ອງນັດທຳອິດເຊິ່ງຈະແຂ່ງຂັນ The Match Bangkok Century Cup 2022 ກັບລີເວີພູລ ທີ່ສະຫນາມຣາຊມັງຄລາກິລາສະຖານ ປະເທດໄທ ວັນທີ 12 ກໍລະກົດນີ້.
ຈົນຫລ້າສຸດ ເທເລກຣາຟ ແລະ ຟາບຣີຊີໂອ ໂຣມາໂນ ນັກຂ່າວຄົນດັງ ລາຍງານກົງກັນວ່າ ໂຣນັລໂດ ຈະບໍ່ໄດ້ເດີນທາງກັບ ແມນເຊສເຕີ ຢູໄນເຕັດ ມາຍັງກຸງເທບມະຫານະຄອນ ໃນການເລີ່ມຕົ້ນອຸ່ນເຄື່ອງໄລຍະທົວກ່ອນເປີດລະດູການ 2022-23 ເນື່ອງຈາກໄດ້ຮັບອະນຸຍາດໃຫ້ໃຊ້ເວລາຈັດການບັນຫາຄອບຄົວ.
ທັງນີ້ ແມນຢູ ຈະເດີນທາງອອກຈາກອັງກິດໃນວັນທີ 8 ກໍລະກົດ ແລະ ຈະເຖິງໄທໄລຍະເຊົ້າຂອງວັນທີ 9 ກໍລະກົດນີ້.