ບາເຊໂລນາ ຍື່ນຂໍ້ສະເຫນີຂໍຊື້ ເລວານດອບສະກີ ເສີມຫນ້າຮຽບຮ້ອຍແລ້ວ
July 8, 2022 - 9:26 AM

ໂຈນ ລາປໍຕາ ປະທານສະໂມສອນບາເຊໂລນາ ຢືນຢັນເອງວ່າໄດ້ຈັດການຍື່ນຂໍ້ສະເຫນີຂໍຊື້ ໂຣເບີດ ເລວານດອບສະກີ ດາວຍິງ ບາເຢິນ ມິວນິກ ມາເສີມທີມແລ້ວ.
ປະທານສະໂມສອນບາເຊໂລນາ ຍອດທີມແຫ່ງ ລາ ລີກາ ສະເປນ ຢືນຢັນວ່າຈັດການຍື່ນຂໍ້ສະເຫນີຂໍຊື້ ໂຣເບີດ ເລວານດອບສະກີ ດາວຍິງຊາວໂປແລນ ຂອງບາເຢິນ ມິວນິກ ມາເສີມທີມຮຽບຮ້ອຍແລ້ວ ແລະ ພວມຕັ້ງຕາຄອຍຖ້າຄຳຕອບຈາກ ຕົ້ນສັງກັດ ຂອງນັກເຕະຢ່າງໃຈຈົດໃຈຈໍ່.
ເລວານດອບສະກີ ປະກາດຈະແຈ້ງວ່າ ຕ້ອງການໂບກມືອຳລາ ບາເຢິນ ໃນໄລຍະລະດູການນີ້ ໂດຍມີລາຍງານວ່າ ໄດ້ບັນລຸຂໍ້ຕົກລົງ ສ່ວນຕົວກັບ ບາເຊູໂລນາ ເອົາໄວ້ລ່ວງຫນ້າຮຽບຮ້ອຍແລ້ວ ຂະນະທີ່ ບາເຊໂລນາ ກໍໄດ້ຍື່ນຂໍ້ສະເຫນີຈຳນວນ 40 ລ້ານຢູໂຣ ໃຫ້ແຊ໊ມບຸນເດສລີກາ ເຢຍລະມັນ ໄປພິຈາລະນາເຊັ່ນດຽວກັນ.
ຈົນຫລ້າສຸດ ລາປໍຕາ ຈຶ່ງອອກມາຢືນຢັນວ່າ ພວກເຂົາສົນໃຈ ເລວານດອບສະກີ ແທ້ ແລະ ໄດ້ຍື່ນຂໍ້ສະເຫນີໃຫ້ ບາເຊໂລນາ ຮັບໄປພິຈາລະນາແລ້ວ.