ຢາແກ້ແພ້ແມ່ນຫຍັງ?
July 8, 2022 - 9:50 AM

ຫລາຍຄົນຊື້ຢາແກ້ແພ້ມາກິນເມື່ອມີອາການ ຄັນຄໍ ຄັນດັງ ນ້ຳມູກໄຫລ ຈາມ ແລະ ຜື່ນຂຶ້ນເປັນຕົ້ນ, ໂດຍທົ່ວໄປແລ້ວຢາແກ້ແພ້ມີ 2 ປະເພດໃຫຍ່ໄດ້ແກ່: ຊະນິດເມັດ ເໝາະສຳລັບຜູ້ໃຫຍ່ ແລະ ຊະນິດນໍ້າສຳຫລັບເດັກນ້ອຍຕັ້ງແຕ່ 2 ປີ
ຢາແກ້ແພ້ເໝາະກັບການກິນເພື່ອຫລຸດອາການແພ້ທີ່ບໍ່ຮຸນແຮງເຊັ່ນ: ໄອ, ຈາມ, ມີນ້ຳມູກໃສໆ ຈາກການແພ້ອາກາດ ຝຸ່ນ ເກສອນດອກໄມ້ ຫລື ຂົນສັດ ລວມທັງອາການລົມພິດ ຜື່ນຄັນທີ່ເກີດຈາກການແພ້ອາຫານເປັນຕົ້ນ
- ຄຸນປະໂຫຍດຂອງຢາແກ້ແພ້
- ບັນເທົາອາການນ້ຳມູກໄຫລ, ໄອ, ຈາມ ຈາກການແພ້ອາກາດເຊັ່ນ: (Chlorpheniramine, Brompheniramine)
- ບັນເທົາອາການຜື່ນຄັນ ລົມພິດ ເຊັ່ນ (Hydroxyzine)
- ຊ່ວຍຫລຸດນ້ຳມູກ ເຮັດໃຫ້ນ້ຳມູກແຫ້ງ ຈຶ່ງນຳເອົາມາກິນໃນຕອນເປັນຫວັດເປັນໄຂ້
- ຂໍ້ຄວນລະວັງໃນການກິນຢາແກ້ແພ້
- ປະລິມານການກິນຢາແກ້ແພ້ ຂຶ້ນກັບຕົວຢາ ເຊິ່ງປະລິມານຂອງຢາແຕ່ລະຊະນິດກໍຈະບໍ່ຄືກັນ ຄວນກິນຢາຕາມແພດສັ່ງ
- ໃນກໍລະນີທີ່ມີພະຍາດປະຈຳຕົວເຊັ່ນ: ຕັບ, ໄຕ , ຫົວໃຈ ຫລື ມີຢາທີ່ກິນປະຈຳ ຢາແກ້ແພ້ອາດສົ່ງຜົນຕໍ່ລະດັບຢາໃນເລືອດແລ້ວກໍ່ໃຫ້ເກີດອາການຂ້າງຄຽງໄດ້
- ຢາແກ້ແພ້ບາງຊະນິດ ອາດຈະມີອາການຂ້າງຄຽງຄື: ປາກແຫ້ງ, ດັງແຫ້ງ, ຖ່າຍລຳບາກ ແລະ ຢາກນອນ ດັ່ງນັ້ນຄວນຫລີກລ່ຽງການຂັບລົດ ຫລື ເຮັດວຽກ
- ຢາແກ້ແພ້ມັກເຮັດໃຫ້ຂີ້ກະເທີ່ມີຄວາມໜຽວເຂັ້ມ ຖ້າກິນແລ້ວຍິ່ງມີອາການໜັກຂຶ້ນກວ່າເກົ່າໃຫ້ຢຸດກິນທັນທີ
- ບໍ່ກິນຢາຮ່ວມກັບເຄື່ອງດື່ມທີ່ມີແອວກໍຮໍ ຫລື ກັບຢາທີ່ມີລິດຕໍ່ກົດສະໝອງ ຢາລະງັບປະສາດ ເຊັ່ນ: ຢານອນຫລັບ, ຢາກັນຊັກ ເພາະອາດຈະເກີດອາການຂ້າງຄຽງຈາກຢາເພີ່ມຂຶ້ນ
- ບໍ່ກິນຢາຮ່ວມກັບນໍ້າໝາກໄມ້ ເພາະອາດຈະສົ່ງຜົນຕໍ່ການດູດຊຶມໄດ້
- ຢາ hydroxyzine ມີຜົນຕໍ່ກົດສະໝອງ ຈຶ່ງບໍ່ຄວນໃຊ້ກັບເດັກນ້ອຍທີ່ມີອາຍຸຕໍ່າກວ່າ 2 ປີ
- ກຸ່ມຢາແກ້ແພ້ທີ່ຊ່ວຍຫລຸດນ້ຳມູກ ເຮັດໃຫ້ນ້ຳມູກແຫ້ງ ຄວນໃຊ້ໃນກໍລະນີທີ່ມີນ້ຳມູກໃສເທົ້ານັ້ນ
- ຜູ້ຍິງທີ່ກຳລັງຖືພາ ຫລື ໃຫ້ນົມລູກບໍ່ຄວນກິນຢາແກ້ແພ້ເອງ ຄວນປຶກສາແພດເພື່ອເລືອກກິນໃນຂະໜາດທີ່ເໝາະສົມ