ທ່ານ ສະເຫຼີມໄຊ ກົມມະສິດ ເຂົ້າຢ້ຽມຂໍ່ານັບ ນາຍົກລັດຖະມົນຕີ ກໍາປູເຈຍ

ໃນໂອກາດທີ່ ທ່ານ ສະເຫຼີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ນໍາພາຄະນະຜູ້ແທນ ເດີນທາງເຂົ້າຮ່ວມກອງປະຊຸມຄະນະກໍາມາທິການຮ່ວມ ວ່າດ້ວຍການຮ່ວມມືສອງຝ່າຍ ລາວ-ກໍາປູເຈຍ (JC) ຄັ້ງທີ 14, ໃນລະຫວ່າງວັນທີ 6-8 ກໍລະກົດ 2022 ທີ່ ນະຄອນຫຼວງພະນົມເປັນ ຣາຊະອານາຈັກ ກໍາປູເຈຍ.
ໃນຕອນເຊົ້າຂອງວັນທີ 7 ກໍລະກົດ 2022, ທ່ານ ສະເຫຼີມໄຊ ກົມມະສິດ ພ້ອມດ້ວຍຄະນະ ໄດ້ເຂົ້າຢ້ຽມຂໍ່ານັບ ສົມເດັດ ອັກຄະມະຫາ ເສນາບໍດີ ເຕໂຈ ຮຸນແຊນ ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກ ກໍາປູເຈຍ. ໃນໂອກາດນີ້, ທ່ານຮອງນາຍົກລັດຖະມົນຕີ ສະເຫຼີມໄຊ ກົມມະສິດ ໄດ້ສະແດງຄວາມຂອບໃຈ ມາຍັງ ສົມເດັດ ອັກຄະມະຫາ ເສນາບໍດີ ເຕໂຈ ຮຸນແຊນ ທີ່ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂໍ່ານັບໃນຄັ້ງນີ້, ພ້ອມທັງໄດ້ສະແດງຄວາມຊົມເຊີຍ ຕໍ່ຜົນສໍາເລັດໃນການເລືອກຕັ້ງສະມາຊິກສະພາທ້ອງຖິ່ນ (ສະພາຕາແສງ) ຊຸດທີ 5 ຊຶ່ງໄດ້ຈັດຂຶ້ນໃນວັນທີ 7 ມິຖຸນາ 2022 ຜ່ານມາ ແລະ ຊົມເຊີຍພັກປະຊາຊົນກໍາປູເຈຍ ທີ່ໄດ້ຮັບໄຊຊະນະໃນການເລືອກຕັ້ງຄັ້ງນີ້.
ພ້ອມນັ້ນ, ທ່ານຮອງນາຍົກລັດຖະມົນຕີ ສະເຫຼີມໄຊ ກົມມະສິດ ຍັງໄດ້ຕາງໜ້າໃຫ້ ລັດຖະບານ ແລະ ປະຊາຊົນລາວ ສະແດງຄວາມຂອບໃຈ ມາຍັງລັດຖະບານ ແລະ ປະຊາຊົນກໍາປູເຈຍ ທີ່ໄດ້ໃຫ້ການຊ່ວຍເຫຼືອແກ່ ສປປ ລາວ ໃນໄລຍະຜ່ານມາ, ໂດຍສະເພາະໃນວຽກງານການຕ້ານ ແລະ ສະກັດກັ້ນການແຜ່ລະບາດຂອງພະຍາດໂຄວິດ-19. ພ້ອມນີ້, ທ່ານ ສະເຫຼີມໄຊ ກົມມະສິດ ຍັງໄດ້ນໍາເອົາຄວາມຢື້ຢາມຖາມຂ່າວ ແລະ ຄໍາເຊື້ອເຊີນ ຂອງ ທ່ານ ພັນຄໍາ ວິພາວັນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ເຖິງ ສົມເດັດ ອັກຄະມະຫາ ເສນາບໍດີ ເຕໂຈ ຮຸນແຊນ ພ້ອມດ້ວຍພັນລະຍາ ເດີນທາງຢ້ຽມຢາມ ສປປ ລາວ ຢ່າງເປັນທາງການໃນໂອກາດທີ່ເໝາະສົມ.
ໃນໂອກາດດຽວກັນນີ້, ສົມເດັດ ອັກຄະມະຫາ ເສນາບໍດີ ເຕໂຈ ຮຸນແຊນ ກໍສະແດງຄວາມຍິນດີຕ້ອນຮັບ ແລະ ຕີລາຄາສູງ ຕໍ່ການເດີນທາງເຂົ້າຮ່ວມກອງປະຊຸມຄະນະກໍາມາທິການຮ່ວມ ວ່າດ້ວຍການຮ່ວມມືສອງຝ່າຍ ລາວ-ກໍາປູເຈຍ (JC) ຄັ້ງທີ 14 ຂອງຄະນະຜູ້ແທນ ສປປ ລາວ ໃນຄັ້ງນີ້, ພ້ອມທັງ ຕີລາຄາສູງຕໍ່ສາຍພົວພັນ ທີ່ເປັນມູນເຊື້ອອັນດີງາມທີ່ມີຮ່ວມກັນມາແຕ່ດົນນານລະຫວ່າງ ຣາຊະອານາຈັກ ກຳປູເຈຍ ແລະ ສປປ ລາວ ໂດຍສະເພາະໃນຊຸມທີ່ຜ່ານມາ ການຮ່ວມມືສອງຝ່າຍ ໄດ້ມີການເພີ່ມຂຶ້ນຫຼາຍກວ່າເກົ່າ ແລະ ໄດ້ຮັບໝາກຜົນຢ່າງເປັນຮູບປະທຳ ອັນໄດ້ນຳເອົາຜົນປະໂຫຍດຕົວຈິງມາສູ່ປະຊາຊົນ ສອງປະເທດ ລາວ ແລະ ກຳປູເຈຍ.
ນອກຈາກນັ້ນ ຍັງໄດ້ຝາກຄໍາຂອບໃຈ ແລະ ຄໍາຢື້ຢາມຖາມຂ່າວ ເຖິງທ່ານນາຍົກລັດຖະມົນຕີ ພັນຄໍາ ວິພາວັນ ແລະ ຍິນດີຕອບຮັບຄໍາເຊື້ອເຊີນ ຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ ຂອງ ທ່ານ ພັນຄໍາ ວິພາວັນ.