ລັດຖະບານ ອົດສະຕຣາລີສະໜັບສະໜູນທຶນຊ່ວຍເຫຼືອຫຼາຍກ່ວາ 10 ລ້ານໂດລາອົດສະຕຣາລີ ແກ່ລັດຖະບານແຫ່ງ ສປປ ລາວ.

ລັດຖະບານ ອົດສະຕຣາລີສະໜັບສະໜູນທຶນຊ່ວຍເຫຼືອຫຼາຍກ່ວາ 10 ລ້ານໂດລາອົດສະຕຣາລີ ແກ່ລັດຖະບານແຫ່ງ ສປປ ລາວ. -                       - ລັດຖະບານ ອົດສະຕຣາລີສະໜັບສະໜູນທຶນຊ່ວຍເຫຼືອຫຼາຍກ່ວາ 10 ລ້ານໂດລາອົດສະຕຣາລີ ແກ່ລັດຖະບານແຫ່ງ ສປປ ລາວ.
ລັດຖະບານ ອົດສະຕຣາລີສະໜັບສະໜູນທຶນຊ່ວຍເຫຼືອຫຼາຍກ່ວາ 10 ລ້ານໂດລາອົດສະຕຣາລີ ແກ່ລັດຖະບານແຫ່ງ ສປປ ລາວ. - kitchen vibe - ລັດຖະບານ ອົດສະຕຣາລີສະໜັບສະໜູນທຶນຊ່ວຍເຫຼືອຫຼາຍກ່ວາ 10 ລ້ານໂດລາອົດສະຕຣາລີ ແກ່ລັດຖະບານແຫ່ງ ສປປ ລາວ.

ວັນທີ 7 ກໍລະກົດ 2022 ຜ່ານມານີ້ ກະຊວງໂຍທາ ແລະ ເອກອັກຄະລັດຖະທູດອົດສະຕຣາລີ ໄດ້ມີ ພິທີລົງນາມວ່າດ້ວຍຂໍ້ຕົກລົງເພີ່ມຕື່ມສະບັບໃໝ່ ພາຍໃຕ້ບົດບັນທຶກຄວາມເຂົ້າໃຈດ້ານການຮ່ວມມືເພື່ອການພັດທະນາລະຫ່ວາງ ອົດສະຕຣາລີ ແລະ ສປປ ລາວ, ຕາງໜ້າໂດຍ ທ່ານ ໂພລ ແຄລີ, ເອກ ອັກຄະລັດຖະທູດອົດສະຕຣາລີປະຈໍາ ສປປ ລາວ ແລະ ທ່ານນາງ ວິໄລຄໍາ ໂພສະລາດ ຮອງລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ, ໂດຍຮ່ວມ ຂອງທ່ານ ວຽງສະຫວັດ ສີ່ພັນ ດອນ ລັດຖະມົນຕີ ກະຊວງໂຍທາທິການ ແລະ ຂົນສົ່ງພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ,
ລັດຖະບານ ອົດສະຕຣາລີສະໜັບສະໜູນທຶນຊ່ວຍເຫຼືອຫຼາຍກ່ວາ 10 ລ້ານໂດລາອົດສະຕຣາລີ ເຂົ້າໃນວຽກງານປັບປຸງດ້ານຂົນສົ່ງ ເພື່ອການເຊື່ອມຈອດ ແລະ ເຊື່ອມໂຍງ, ສົ່ງເສີມການຄ້າຂ້າມແດນ ແລະ ລະບົບໂລຈິດສະຕິກຕາມແລວທາງເສດຖະກິດຕາເວັນອອກ-ຕາເວັນຕົກທາງພາກເໜືອຂອງລາວແກ່ລັດຖະບານແຫ່ງ ສປປ ລາວ.

ທຶນຊ່ວຍເຫຼືອລ້າຈາກລັດຖະບານອົດສະຕຣາລີຄັ້ງນີ້ ແມ່ນຈະຜ່ານໜ່ວຍງານຂອງໂຄງການການ ຮ່ວມມືດ້ານພື້ນຖານໂຄງລ່າງ (PAI) ເປັນຜູ້ຈັດຕັ້ງປະຕິບັດໂດຍຮ່ວມມື ກັບ ກະຊວງໂຍທາທິການ ແລະ ຂົນສົ່ງ, ກະຊວງແຜນການ ແລະ ການລົງທຶນ ພ້ອມທັງ ຄູ່ຮ່ວມງານຂັ້ນແຂວງ ຊຶ່ງເປັນໜຶ່ງໃນການປະກອບສ່ວນສົມທົບທຶນ ເຂົ້າໃນແຜນງານໂຄງການພັດທະນາຕາມແລວທາງເສດຖະກິດຕາເວັນອອກສຽງໃຕ້ເພື່ອການເຊື່ອມຈອດ-ເຊື່ອມໂຍງ.
ການຊ່ວຍເຫຼືອໂດຍຜ່ານໜ່ວຍງານໂຄງການການຮ່ວມມືດ້ານພື້ນຖານໂຄງລ່າງ (PAI) ໃນຄັ້ງນີ້ ແມ່ນການຊ່ວຍເຫຼືອເພື່ອປັບປຸງສິ່ງອໍານວຍຄວາມສະດວກຢູ່ສະຖານທີ່ຂ້າມແດນຕາມເສັ້ນທາງແຫ່ງຊາດ ເລກທີ 2 ຂອງ ສປປ ລາວ ເພື່ອໃຫ້ສອດຄ່ອງກັບໂຄງການບຸລິມະສິດໃນແຜນລວມຍຸດທະສາດວ່າດ້ວຍການເຊື່ອມຈອດ-ເຊື່ອມໂຍງຂອງອາຊຽນຈົນຮອດ ປີ 2025.
ພ້ອມກັນນັ້ນ, ໂຄງການພັດທະນາຕາມແລວທາງເສດຖະກິດ ຕາເວັນອອກສຽງໃຕ້ ເພື່ອການເຊື່ອມຈອດ -ເຊື່ອມໂຍງ ໄດ້ຮັບການອະນຸມັດ ຈາກ ລັດຖະບານລາວ ແລະ ທະນາຄານໂລກ ໃນເດືອນ ພຶດສະພາ ປີ 2022 ຜ່ານມາ ໂດຍມີຈຸດປະສົງເພື່ອປັບປຸງການຄ້າ ທັງພາຍໃນ ແລະ ພາກພື້ນ, ໃນນັ້ນ ກໍ່ຍັງເນັ້ນໃສ່ການສ້າງຄວາມທົນທານຕໍ່ການປ່ຽນແປງສະພາບດິນຟ້າອາກາດໃນຂົງເຂດວຽກງານ ຄົມມະນາຄົມຂົນສົ່ງເພື່ອການເຊື່ອມຈອດ-ເຊື່ອມໂຍງຕາມແລວທາງເສດຖະກິດ ຕາເວັນອອກ-ຕາເວັນຕົກ, ຊິ່ງໂຄງການດັ່ງກ່າວ ແມ່ນຍັງແນໃສ່ ການພັດທະນາແລວທາງ ແຂວງພາກເໜືອຂອງລາວ ປະກອບດ້ວຍ ແຂວງ ອຸດົມໄຊ, ຫຼວງນ້ໍາທາ, ຜົ້ງສາລີ, ຫຼວງພະບາງ ແລະ ໄຊຍະບູລີ.
ທ່ານ ໂພລ ແຄລີ ໄດ້ກ່າວວ່າ: ການຊ່ວຍເຫຼືອ ໂດຍຜ່ານໂຄງການການຮ່ວມມືດ້ານພື້ນຖານໂຄງລ່າງແມ່ນເພື່ອສືບຕໍ່ຮັດແຫນ້ນສາຍພົວພັນອັນຍາວຍານ ລະຫວ່າງ ອົດສະຕຣາລີ ແລະ ສປປ ລາວ ແລະ ພາກພື້ນ ໃນຂະນະທີ່ທັງສອງປະເທດພວມສະເຫຼີມສະຫຼອງ ຄົບຮອບ 70ປີ ແຫ່ງສາຍພົວພັນດ້ານການທູດ. ການພັດທະນາດ້ານການຂົນສົ່ງ ເພື່ອການເຊື່ອມຈອດ-ເຊື່ອມໂຍງ, ການວາງແຜນທີ່ດີ ແລະ ການສົ່ງເສີມການຄ້າຂ້າມຊາຍເເດນຈະຊ່ວຍເຮັດໃຫ້ປະເທດລາວຫັນປ່ຽນຈາກປະເທດທີ່ບໍ່ຊາຍແດນຕິດກັບທະເລກາຍເປັນປະເທດ ເຊື່ອມຈອດ-ເຊື່ອມໂຍງ ໃນພາກພື້ນ ພ້ອມກັນນັ້ນຍັງກໍ່ໃຫ້ເກີດມີການລົງທຶນເພີ່ມຂຶ້ນຢ່າງຫຼວງຫຼາຍ ແລະ ກໍຍັງເປັນການສ້າງໂອກາດໃຫ້ມີວຽກເຮັດງານທໍາໃຫ້ຫຼາຍຂຶ້ນ.

ລັດຖະບານ ອົດສະຕຣາລີສະໜັບສະໜູນທຶນຊ່ວຍເຫຼືອຫຼາຍກ່ວາ 10 ລ້ານໂດລາອົດສະຕຣາລີ ແກ່ລັດຖະບານແຫ່ງ ສປປ ລາວ. - Visit Laos Visit SALANA BOUTIQUE HOTEL - ລັດຖະບານ ອົດສະຕຣາລີສະໜັບສະໜູນທຶນຊ່ວຍເຫຼືອຫຼາຍກ່ວາ 10 ລ້ານໂດລາອົດສະຕຣາລີ ແກ່ລັດຖະບານແຫ່ງ ສປປ ລາວ.
ລັດຖະບານ ອົດສະຕຣາລີສະໜັບສະໜູນທຶນຊ່ວຍເຫຼືອຫຼາຍກ່ວາ 10 ລ້ານໂດລາອົດສະຕຣາລີ ແກ່ລັດຖະບານແຫ່ງ ສປປ ລາວ. - Visit Laos Visit SALANA BOUTIQUE HOTEL - ລັດຖະບານ ອົດສະຕຣາລີສະໜັບສະໜູນທຶນຊ່ວຍເຫຼືອຫຼາຍກ່ວາ 10 ລ້ານໂດລາອົດສະຕຣາລີ ແກ່ລັດຖະບານແຫ່ງ ສປປ ລາວ.
ລັດຖະບານ ອົດສະຕຣາລີສະໜັບສະໜູນທຶນຊ່ວຍເຫຼືອຫຼາຍກ່ວາ 10 ລ້ານໂດລາອົດສະຕຣາລີ ແກ່ລັດຖະບານແຫ່ງ ສປປ ລາວ. - 4 - ລັດຖະບານ ອົດສະຕຣາລີສະໜັບສະໜູນທຶນຊ່ວຍເຫຼືອຫຼາຍກ່ວາ 10 ລ້ານໂດລາອົດສະຕຣາລີ ແກ່ລັດຖະບານແຫ່ງ ສປປ ລາວ.
ລັດຖະບານ ອົດສະຕຣາລີສະໜັບສະໜູນທຶນຊ່ວຍເຫຼືອຫຼາຍກ່ວາ 10 ລ້ານໂດລາອົດສະຕຣາລີ ແກ່ລັດຖະບານແຫ່ງ ສປປ ລາວ. - 3 - ລັດຖະບານ ອົດສະຕຣາລີສະໜັບສະໜູນທຶນຊ່ວຍເຫຼືອຫຼາຍກ່ວາ 10 ລ້ານໂດລາອົດສະຕຣາລີ ແກ່ລັດຖະບານແຫ່ງ ສປປ ລາວ.
ລັດຖະບານ ອົດສະຕຣາລີສະໜັບສະໜູນທຶນຊ່ວຍເຫຼືອຫຼາຍກ່ວາ 10 ລ້ານໂດລາອົດສະຕຣາລີ ແກ່ລັດຖະບານແຫ່ງ ສປປ ລາວ. - 5 - ລັດຖະບານ ອົດສະຕຣາລີສະໜັບສະໜູນທຶນຊ່ວຍເຫຼືອຫຼາຍກ່ວາ 10 ລ້ານໂດລາອົດສະຕຣາລີ ແກ່ລັດຖະບານແຫ່ງ ສປປ ລາວ.