ກຳປູເຈຍ ລະດົມທຶນ 90 ລ້ານໂດລາ ຫວັງກຳຈັດ “ລະເບີດຕົກຄ້າງ” ໝົດປະເທດໃນປີ 2025

ວັນທີ 7 ກໍລະກົດ 2022, ສຳນັກຂ່າວຊິນຮົວລາຍງານວ່າ: ທ່ານ ຫລີ ທຸຈ ຮອງປະທານຄົນທຳອິດຂອງສຳນັກປະຕິບັດການລະເບີດຕົກຄ້າງ ແລະ ການຊ່ວຍເຫລືອຜູ້ເສຍຫາຍແຫ່ງກຳປູເຈຍ ເປີດເຜີຍວ່າ: ກຳປູເຈຍກຳລັງຊອກຫາເງິນທຶນປະມານ 90 ລ້ານໂດລາສະຫະລັດ ເພື່ອໃຊ້ກຳຈັດລະເບີດທີ່ຝັງດິນ ແລະ ວັດຖຸລະເບີດຕົກຄ້າງຈາກສົງຄາມ (ERW) ທຸກປະເພດໃນປະເທດ ພາຍໃນປີ 2025.
ທ່ານ ທຸຈ ກ່າວວ່າ: ກຳປູເຈຍກຳຈັດພື້ນທີ່ປົນເປື້ອນລະເບີດ ແລະ ວັດຖຸລະເບີດຕົກຄ້າງຈາກສົງຄາມ 2.410 ຕາກິໂລແມັດ ນັບແຕ່ປີ 1992 ຈົນເຖິງປັດຈຸບັນ. ອີກທັງທຳລາຍລະເບີດຝັງດິນສັງຫານບຸກຄົນກວ່າ 1,1 ລ້ານອັນ, ລະເບີດຝັງດິນທຳລາຍຍານພາຫະນະ 26.000 ກວ່າອັນ ແລະ ວັດຖຸລະເບີດຕົກຄ້າງຈາກສົງຄາມເກືອບ 3 ລ້ານອັນ, ແຕ່ກຳປູເຈຍຍັງຕ້ອງກຳຈັດພື້ນທີ່ປົນເປື້ອນລະເບີດຝັງດິນທີ່ເຫລືອອີກ 716 ຕາກິໂລແມັດ.
ທ່ານ ທຸຈ ຖະແຫລງຂ່າວຮຽກຮ້ອງຊາວກຳປູເຈຍບໍລິຈາກເງິນໃຫ້ “ໂຄງການຈັດການລະເບີດຝັງດິນສົມເດັດ ເດໂຊ” (Samdech Techo Project for Mine Action) ເພື່ອຈຳກັດລະເບີດຝັງດິນ ແລະ ວັດຖຸລະເບີດຕົກຄ້າງຈາກສົງຄາມໃນປະເທດພາຍໃນປີ 2025 ໂດຍປັດຈຸບັນ ກຳປູເຈຍຕ້ອງການງົບປະມານຢ່າງໜ້ອຍ 90 ລ້ານໂດລາສະຫະລັດ ເພື່ອບັນລຸເປົ້າໝາຍດັ່ງກ່າວ.
ນອກຈາກນັ້ນ, ທ່ານ ທຸຈ ລະບຸວ່າ: ທ່ານ ຮຸນເຊນ ນາຍົກລັດຖະມົນຕີກຳປູເຈຍ ຈັດຕັ້ງໂຄງການເບື້ອງຕົ້ນໃນວັນທີ 4 ກໍລະກົດຜ່ານມາ ແລະ ລະດົມທຶນຈາກຜູ້ບໍລິຈາກໃນທ້ອງຖິ່ນໄດ້ 15 ລ້ານກວ່າໂດລາສະຫະລັດແລ້ວ. ພ້ອມກ່າວວ່າ: ລະເບີດຝັງດິນ ແລະ ວັດຖຸລະເບີດຕົກຄ້າງຈາກສົງຄາມເຮັດໃຫ້ຊາວກຳປູເຈຍເສຍຊີວິດ ແລະ ບາດເຈັບເກືອບ 65.000 ຄົນ ນັບແຕ່ປີ 1979.
ທັງນີ້, ສົງຄາມ ແລະ ຄວາມຂັດແຍ່ງພາຍໃນປະເທດສົ່ງຜົນໃຫ້ກຳປູເຈຍກາຍເປັນໜຶ່ງໃນປະເທດທີ່ໄດ້ຮັບຜົນກະທົບຈາກລະເບີດຕົກຄ້າງຈາກສົງຄາມຫລາຍທີ່ສຸດໃນໂລກ ໂດຍໃນໄລຍະທີ່ເກີດຄວາມຂັດແຍ່ງຍາວນານ 3 ທົດສະຫວັດທີ່ສິ້ນສຸດໃນປີ 1998 ມີລະເບີດ ແລະ ອາວຸດອື່ນໆ ຖືກຖິ້ມໄວ້ໃນກຳປູເຈຍປະມານ 4-6 ລ້ານອັນ.
ຂໍ້ມູນຈາກມະຫາວິທະຍາໄລເຢລ (Yale University) ລະບຸວ່າ: ອາເມລິກາ ຖິ້ມລະເບີດປະມານ 230.516 ລູກ ໃນພື້ນທີ່ 113.716 ຈຸດທົ່ວກຳປູເຈຍ ລະຫວ່າງປີ 1965-1973.
ໃນວັນທີ 2 ກໍລະກົດ, ຖະແຫລງການຈາກໂຄງການພັດທະນາແຫ່ງສະຫະປະຊາຊາດ ຫລື UNDP ໃນກຳປູເຈຍ ກ່າວວ່າ: ຊາວກຳປູເຈຍເກືອບ 1 ລ້ານຄົນຍັງຜະເຊີນຄວາມສ່ຽງຈາກການດຳລົງຊີວິດ ແລະ ເຮັດວຽກໃນພື້ນທີ່ທີ່ມີລະເບີດຕົກຄ້າງຢູ່ ໂດຍອາວຸດທີ່ເຫລືອຈາກສົງຄາມເຫລົ່ານີ້ໄດ້ຂັດຂວາງການຟື້ນຕົວ ແລະ ການພັດທະນາຂອງກຳປູເຈຍຢ່າງຮຸນແຮງ ທັງຕີກອບການດຳລົງຊີວິດໃນຊົນນະບົດຂອງປະຊາຊົນ.