ນໍ້າມັນເຊື້ອໄຟພຽງພໍໃຊ້ພາຍໃນປະເທດ​ ເຫດຮ້າຍຕ່າງໆກໍໝົດໄປ

ນໍ້າມັນເຊື້ອໄຟພຽງພໍໃຊ້ພາຍໃນປະເທດ​ ເຫດຮ້າຍຕ່າງໆກໍໝົດໄປ - FB IMG 1657326591732 - ນໍ້າມັນເຊື້ອໄຟພຽງພໍໃຊ້ພາຍໃນປະເທດ​ ເຫດຮ້າຍຕ່າງໆກໍໝົດໄປ
ນໍ້າມັນເຊື້ອໄຟພຽງພໍໃຊ້ພາຍໃນປະເທດ​ ເຫດຮ້າຍຕ່າງໆກໍໝົດໄປ - kitchen vibe - ນໍ້າມັນເຊື້ອໄຟພຽງພໍໃຊ້ພາຍໃນປະເທດ​ ເຫດຮ້າຍຕ່າງໆກໍໝົດໄປ

ຕະຫລອດໄລຍະ ເກືອບ​ 2 ເດືອນ​ ຄືຕັ້ງແຕ່ຕົ້ນເດືອນພຶດສະພາ ຫາ​ ທ້າຍ​ເດືອນມິຖຸນາ​ ທົ່ງສັງຄົມລາວພົບວິກິດການຂາດແຄນນໍ້າມັນ,​ ປະຊາຊົນເດືອດຮ້ອນກັນທຸກຍ່ອມຫຍ້າ,​ ທຸກຂອກແຄແຈຮົ້ວເຕັມໄປດ້ວຍສຽງຈົ່ມວ່າ ຍ້ອນມີຄວາມຫຍຸ້ງຍາກໃນການຊື້ນໍ້າມັນ​ ເຖິງຂັ້ນເອີ່ຍວ່າ ຈະແພງກໍພໍສູ້ໄຫວ ແຕ່ບໍ່ມີນໍ້າມັນໃຫ້ໃສ່ຂໍຍອມ.

ໃນໄລຍະທີ່ຂາດແຄນນໍ້າມັນເຊື້ອນັ້ນ ພວກເຮົາໄດ້ເຫັນບັນຫາຕ່າງໆຢ່າງຫລາກຫລາຍ​ ເປັນຕົ້ນແມ່ນຄົນເຫັນແກ່ໂຕບາງຈຳພວກໄດ້ກັກຕຸນນໍ້າມັນ,​ ປໍ້ານໍ້າມັນຂາຍ​ເກີນ​ລາຄາ, ການຮ່າຍຕຸກຂາຍຊະຊາຍ, ບັນຫາຈະລາຈອນແອອັດຍ້ອນລຽນຄິວໃສ່ນໍ້າມັນ, ຊາວກະສິກອນບໍ່ມີນໍ້າມັນໃສ່ເຄື່ອງຈັກໃນໃນການຜະລິດກະສິກຳ,​ ເກີດມີການປັບໃໝໃສ່ໂທດກັນເກີດຂຶ້ນ ສ່ວນລັດຖະບານກໍຖືກປະຊາຊົນຈົ່ມວ່າ​ ແລະ​ ປະເທດຊາດກໍກາຍເປັນຂີ້ປາກເປັນຂ່າວເປັນຄາວໃຫ້ສັງຄົມຊາວໂລກຍ້ອນ.

ນໍ້າມັນເຊື້ອໄຟພຽງພໍໃຊ້ພາຍໃນປະເທດ​ ເຫດຮ້າຍຕ່າງໆກໍໝົດໄປ - Visit Laos Visit SALANA BOUTIQUE HOTEL - ນໍ້າມັນເຊື້ອໄຟພຽງພໍໃຊ້ພາຍໃນປະເທດ​ ເຫດຮ້າຍຕ່າງໆກໍໝົດໄປ
ນໍ້າມັນເຊື້ອໄຟພຽງພໍໃຊ້ພາຍໃນປະເທດ​ ເຫດຮ້າຍຕ່າງໆກໍໝົດໄປ - Visit Laos Visit SALANA BOUTIQUE HOTEL - ນໍ້າມັນເຊື້ອໄຟພຽງພໍໃຊ້ພາຍໃນປະເທດ​ ເຫດຮ້າຍຕ່າງໆກໍໝົດໄປ

ເຖິງຢ່າງໃດກໍຕາມ ພວກເຮົາໄດ້ເຫັນວ່າ ທາງພາກລັດເພິ່ນກໍບໍ່ໄດ້ນິ້ງຢູ່ນອນດາຍ ມີຄວາມຈິງໃຈຕໍ່ປະຊາຊົນ​ ໂດຍເຜີຍເຖິງສາເຫດຕົ້ນຕໍທີ່ຂາດແຄນນໍ້າມັນເຊັ່ນ​ ຂາດເງິນຕາຕ່າງປະເທດ, ຕົ້ນທຶນ​ການນຳເຂົ້າ​ສູງ​ ເຮັດໃຫ້ການນຳເຂົ້າຫລຸດລົງ ແລະ​ ອື່ນໆ​ ເຊິ່ງນັບວ່າເປັນເລື່ອງດີທີ່ພາກລັດພງກ້າອອກມາຍອມຮັບຕໍ່ບັນຫາ ແລະ​ ສັນຍາໃນການແກ້ໄຂ ດ້ວຍຄວາມຈິງໃຈສູງສຸດ.

ໃນວາລະກອງປະຊຸມສະໄໝສາມັນເທື່ອທີ 3 ຂອງສະແຫ່ງຊາດຊຸດທີ IX ນັ້ນ​ ທ່ານລັດຖະມົນຕີກະຊວງການເງິນອອກມາປະກາດຕໍ່ສັງຄົມລາວທົ່ວປະເທດ ພ້ອມໃຫ້ຄຳໝັ້ນສັນຍາ ເລື່ອງການນຳເຂົ້ານໍ້າມັນໃຫ້ພຽງພໍ​ເລີ່ມແຕ່​ວັນທີ​ 20​ ມິຖຸນາ ເຖິງແມ່ນ​ວ່າ​ຄາດເຄື່ອນແດ່ອາທິດ1 ທົ່ວປະເທດກໍມີນໍ້າມັນຊົມໃຊ້ຢ່າງພພຽງແທ້ໆ ນັບວ່າລັດຖະບານເພິ່ນໄດ້ເຮັດແທ້ທຳຈິງ ເຮັດໃຫ້ປະຊາຊົນມີຄວາມຫວັງ ແລະ​ ມີຄວາມເຊື່ອໝັ້ນຕໍ່ການນຳພາພັກ-ລັດຖະບານ,​ ບັນຫາຄວາມຫຍຸ້ງຍາກຕ່າງໆທີ່ກ່າວມາທັງໝົດນັ້ນຄ່ອຍໆຈາງໄປໂດຍອັດຕະໂນມັດ​ ການຂາຍ​ນໍ້າມັນ​ໃສ່​ຕຸກ​ກໍບໍ່ມີແລ້ວ,​ ກັກຕຸນນໍ້າມັນກໍບໍ່ມີ, ປໍ້າແຕ່ລະປໍ້າ​ ບໍ່ວ່າປໍ້ານ້ອຍປໍ້າໃຫຍ່ກໍມີໃຫ້ບໍລິການ ປະຊົນສາມາດເລືອກໃສ່ນໍ້າມັນໄດ້ຕາມໃຈ ທຸກມື້ນີ້ເດັກປໍ້າບໍລິການໃສ່ນໍ້າມັນໃຫ້ລູກຄ້າຈົນນັ່ງເຫງົາຫລັບ.​

ທ້າຍສຸດນີ້ ຂໍເອີ່ຍຊົມເຊີຍລັດຖະບານແບບເຕັມສົບເຕັມປາກ​ ແລະ​ ເຕັມໃຈ ທີ່ພັກລັດຖະບານໄດ້ຕັດສິນໃຈອັນເດັດຂາດແນ່ວແນ່ ແລະ​ ຖືກຕ້ອງ​ ໃນການແກ້ໄຂບັນຫາ,​ ເຫັນໄດ້ເຖິງຄວາມຫຍຸ້ງຍາກ ຂອງປະຊາຊົນ​ ແລະ​ ເຮັດເພື່ອປະເທດຊາດ​ເພື່ອປະຊາຊົນຢ່າງແທ້ຈິງ​ ເຮັດໃຫ້ປະເທດເຮົາກັບມາປົກກະຕິ​ ມີວິຖີການດຳລົງຊີວິດທີ່ບໍ່ຫຍຸ້ງຍາກ ແລະ​ ບໍ່ໄດ້ຮັບຄວາມລຳບາກອີກຄັ້ງ​ ແລະ​ ຫວັງວ່າບັນຫາອື່ນໆ ເປັນຕົ້ນແມ່ນ ລາຄາສິນຄ້າແພງ, ອັດຕາແລກປ່ຽນ, ເງິນເຟີ້, ລາຄານໍ້າມັນແພງ ກໍຈະໄດ້ຮັບການແກ້ໄຂໃນໄວໆນີ້.​

ນໍ້າມັນເຊື້ອໄຟພຽງພໍໃຊ້ພາຍໃນປະເທດ​ ເຫດຮ້າຍຕ່າງໆກໍໝົດໄປ - 4 - ນໍ້າມັນເຊື້ອໄຟພຽງພໍໃຊ້ພາຍໃນປະເທດ​ ເຫດຮ້າຍຕ່າງໆກໍໝົດໄປ
ນໍ້າມັນເຊື້ອໄຟພຽງພໍໃຊ້ພາຍໃນປະເທດ​ ເຫດຮ້າຍຕ່າງໆກໍໝົດໄປ - 3 - ນໍ້າມັນເຊື້ອໄຟພຽງພໍໃຊ້ພາຍໃນປະເທດ​ ເຫດຮ້າຍຕ່າງໆກໍໝົດໄປ
ນໍ້າມັນເຊື້ອໄຟພຽງພໍໃຊ້ພາຍໃນປະເທດ​ ເຫດຮ້າຍຕ່າງໆກໍໝົດໄປ - 5 - ນໍ້າມັນເຊື້ອໄຟພຽງພໍໃຊ້ພາຍໃນປະເທດ​ ເຫດຮ້າຍຕ່າງໆກໍໝົດໄປ